2 ເປໂຕ 1:3-4
2 ເປໂຕ 1:3-4 ພຄພ
ດ້ວຍເຫັນແລ້ວວ່າ ຣິດເດດຂອງພຣະເຈົ້າໄດ້ຊົງປະທານສິ່ງສາລະພັດແກ່ພວກເຮົາ ຊຶ່ງຈຳເປັນຕໍ່ຊີວິດ ແລະຕໍ່ການດຳເນີນຕາມທາງຂອງພຣະເຈົ້າ ໂດຍການຮູ້ຈັກພຣະອົງ ຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະຫງ່າຣາສີ ແລະຄວາມລໍ້າເລີດຂອງພຣະອົງເອງ. ດ້ວຍສິ່ງເຫຼົ່ານັ້ນ ພຣະອົງໄດ້ຊົງປະທານພຣະສັນຍາປະເສີດອັນໃຫຍ່ຫລວງແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫຼົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ.