ແລະພຣະອົງໄດ້ຕາຍແທນຄົນທັງປວງ ເພື່ອວ່າພວກທີ່ມີຊີວິດຢູ່ນັ້ນ ຈະບໍ່ໃຊ້ຊີວິດຢູ່ເພື່ອຕົນເອງອີກຕໍ່ໄປ, ແຕ່ເພື່ອພຣະອົງຜູ້ທີ່ໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ເພາະເຫັນແກ່ເຂົາທັງຫລາຍ.
ເຫດສະນັ້ນ, ແຕ່ນີ້ຕໍ່ໄປ ພວກເຮົາຈຶ່ງບໍ່ພິຈາລະນາເບິ່ງຜູ້ໃດຕາມມາດຕະຖານຂອງມະນຸດອີກ ເຖິງແມ່ນວ່າ ເມື່ອກ່ອນນັ້ນພວກເຮົາໄດ້ສັງເກດຮູ້ພຣະຄຣິດຕາມມາດຕະຖານຂອງມະນຸດກໍຕາມ ມາບັດນີ້ ພວກເຮົາກໍບໍ່ສັງເກດຮູ້ພຣະອົງຕາມແບບນັ້ນອີກຕໍ່ໄປ.