ຈົ່ງໃຫ້ພວກເຮົາຍ້ອງຍໍສັນລະເສີນພຣະເຈົ້າ ພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ພຣະບິດາເຈົ້າອົງຊົງເມດຕາ ຄືພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ, ພຣະອົງຜູ້ເລົ້າໂລມໃຈພວກເຮົາໃນຄວາມທຸກລຳບາກທຸກຢ່າງ ຊຶ່ງພວກເຮົາໄດ້ຮັບນັ້ນກໍເພື່ອວ່າ, ພວກເຮົາຈະສາມາດເລົ້າໂລມໃຈຄົນອື່ນທີ່ໄດ້ຮັບຄວາມທຸກລຳບາກທຸກຢ່າງໄດ້ ໂດຍຄວາມເລົ້າໂລມໃຈຢ່າງດຽວກັນ ຊຶ່ງພວກເຮົາເອງໄດ້ຮັບຈາກພຣະເຈົ້ານັ້ນ.