ສາທຸການແດ່ພຣະເຈົ້າ ພຣະບິດາເຈົ້າແຫ່ງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຜູ້ໄດ້ຊົງພຣະມະຫາກະລຸນາແກ່ພວກເຮົາ ຊົງໂຜດໃຫ້ພວກເຮົາບັງເກີດໃໝ່ ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່ໂດຍການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າ, ເພື່ອຮັບມໍຣະດົກອັນຄົບບໍຣິບູນ ຊຶ່ງພຣະເຈົ້າໄດ້ຮັກສາໄວ້ສຳລັບໄພ່ພົນຂອງພຣະອົງໃນສະຫວັນ ຊຶ່ງເປັນບ່ອນທີ່ບໍ່ເປື່ອຍເນົ່າ ບໍ່ຊົ່ວມົວໝອງແລະບໍ່ຫ່ຽວແຫ້ງຈັກເທື່ອ.