1
1 ໂກຣິນໂທ 13:4-5
ພຣະຄຳພີສັກສິ
ພຄພ
ຄວາມຮັກກໍອົດທົນດົນນານ, ຄວາມຮັກຄືຄວາມເມດຕາກະລຸນາ, ຄວາມຮັກບໍ່ເຫິງສາ ບໍ່ອວດອ້າງ ບໍ່ຈອງຫອງ ບໍ່ເຮັດການອັນບໍ່ສຸພາບ ບໍ່ຄິດເຫັນປະໂຫຍດສ່ວນຕົວແຕ່ຝ່າຍດຽວ ບໍ່ມີໃຈຮ້າຍງ່າຍ ບໍ່ມັກຈົດຈຳຄວາມຜິດ
Compare
Explore 1 ໂກຣິນໂທ 13:4-5
2
1 ໂກຣິນໂທ 13:7
ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ.
Explore 1 ໂກຣິນໂທ 13:7
3
1 ໂກຣິນໂທ 13:6
ບໍ່ຍິນດີໃນການອະທຳ, ແຕ່ຍິນດີໃນການສັດຈິງ.
Explore 1 ໂກຣິນໂທ 13:6
4
1 ໂກຣິນໂທ 13:13
ບັດນີ້ ຍັງຕັ້ງຢູ່ສາມສິ່ງຄື: ຄວາມເຊື່ອ ຄວາມຫວັງໃຈ ແລະຄວາມຮັກ ແຕ່ສິ່ງທີ່ໃຫຍ່ກວ່າແມ່ນຄວາມຮັກ.
Explore 1 ໂກຣິນໂທ 13:13
5
1 ໂກຣິນໂທ 13:8
ເຖິງແມ່ນການປະກາດພຣະທຳກໍຈະຖືກຍົກເລີກ ຫລືການເວົ້າພາສາແປກໆກໍຈະເຊົາ ແລະວິຊາຄວາມຮູ້ກໍຈະຖືກຍົກເລີກເສຍ, ແຕ່ຄວາມຮັກຍັງຈະຕັ້ງໝັ້ນຄົງຢູ່ຕະຫລອດໄປ.
Explore 1 ໂກຣິນໂທ 13:8
6
1 ໂກຣິນໂທ 13:1
ເຖິງແມ່ນເຮົາເວົ້າພາສາແປກໆໄດ້ ຈະເປັນພາສາມະນຸດ ຫລືພາສາຂອງເທວະດາກໍຕາມ, ແຕ່ບໍ່ມີຄວາມຮັກ ການເວົ້າຂອງເຮົາ ກໍເປັນເໝືອນສຽງຄ້ອງແລະສຽງແຊ່ງທີ່ດັງອຶກກະທຶກ.
Explore 1 ໂກຣິນໂທ 13:1
7
1 ໂກຣິນໂທ 13:2
ເຖິງແມ່ນເຮົາຈະປະກາດພຣະທຳໄດ້ ແລະເຂົ້າໃຈໃນຂໍ້ລັບເລິກທັງປວງ ແລະມີຄວາມຮູ້ທັງສິ້ນ ແລະມີຄວາມເຊື່ອຢ່າງຄົບຖ້ວນ ພໍຈະບອກໃຫ້ພູເຄື່ອນທີ່ໄປໄດ້, ແຕ່ບໍ່ມີຄວາມຮັກ ເຮົາກໍບໍ່ມີຄ່າອັນໃດ.
Explore 1 ໂກຣິນໂທ 13:2
8
1 ໂກຣິນໂທ 13:3
ເຖິງແມ່ນເຮົາບໍລິຈາກສິ່ງຂອງທັງໝົດທີ່ເຮົາມີຢູ່ ແລະສະຫລະແມ່ນແຕ່ຕົວເຮົາເອງໃຫ້ເຂົາເຜົາໄຟ ແຕ່ຖ້າເຮົາບໍ່ມີຄວາມຮັກ ການກະທຳຢ່າງນັ້ນກໍບໍ່ໄດ້ປະໂຫຍດຫຍັງໝົດ.
Explore 1 ໂກຣິນໂທ 13:3
9
1 ໂກຣິນໂທ 13:11
ເມື່ອເຮົາຍັງເປັນເດັກນ້ອຍຢູ່ນັ້ນ ການເວົ້າຈາ ຄວາມຮູ້ສຶກ ແລະຄວາມນຶກຄິດຂອງເຮົາກໍເປັນຢ່າງເດັກນ້ອຍ, ແຕ່ເມື່ອເຮົາກາຍເປັນຜູ້ໃຫຍ່ແລ້ວ ເຮົາກໍເລີກຄວາມປະພຶດຢ່າງເດັກນ້ອຍນັ້ນເສຍ.
Explore 1 ໂກຣິນໂທ 13:11
Home
Bible
Plans
Videos