ຂອງປະທານຈາກພຣະວິນຍານນັ້ນ ມີຢູ່ຫລາຍຢ່າງດ້ວຍກັນ, ແຕ່ແມ່ນພຣະວິນຍານອົງດຽວກັນ. ງານຮັບໃຊ້ມີຫລາຍຢ່າງຕ່າງກັນ ແຕ່ມີອົງພຣະຜູ້ເປັນເຈົ້າອົງດຽວກັນ. ຄວາມສາມາດໃນການດຳເນີນງານມີຫລາຍຢ່າງຕ່າງກັນ, ແຕ່ແມ່ນພຣະເຈົ້າອົງດຽວກັນ ທີ່ໃຫ້ຄວາມສາມາດແກ່ທຸກຄົນ ສຳລັບງານທີ່ເຂົາຮັບໃຊ້ນັ້ນ.