ເມື່ອຮັບປະທານເຂົ້າແລງແລ້ວ ພຣະອົງໄດ້ຊົງຈັບເອົາຈອກດ້ວຍອາການຢ່າງດຽວກັນ ໂດຍຊົງກ່າວວ່າ, “ຈອກນີ້ ຄືພັນທະສັນຍາໃໝ່ໂດຍເລືອດຂອງເຮົາ ເມື່ອເຈົ້າດື່ມຈາກຈອກນີ້ເວລາໃດ ຈົ່ງດື່ມເປັນທີ່ລະນຶກເຖິງເຮົາ.” ດ້ວຍວ່າ, ທຸກເທື່ອທີ່ພວກເຈົ້າກິນເຂົ້າຈີ່ນີ້ ແລະດື່ມຈາກຈອກນີ້ເວລາໃດ ພວກເຈົ້າກໍປະກາດການຕາຍຂອງອົງພຣະຜູ້ເປັນເຈົ້າ ຈົນກວ່າພຣະອົງຈະສະເດັດມາ.