ປະຖົມມະການ 1:26-27
ປະຖົມມະການ 1:26-27 LCV
ແລ້ວພຣະເຈົ້າໄດ້ກ່າວວ່າ, “ໃຫ້ພວກເຮົາສ້າງມະນຸດຂຶ້ນຕາມແບບຂອງເຮົາ, ຕາມຢ່າງເຮົາ, ເພື່ອໃຫ້ພວກເຂົາປົກຄອງປາໃນທະເລ ແລະ ຝູງນົກໃນທ້ອງຟ້າ, ສັດລ້ຽງ ແລະ ສັດປ່າທັງໝົດ ແລະ ສັດເລືອຄານທັງໝົດ”. ດັ່ງນັ້ນ ພຣະເຈົ້າໄດ້ສ້າງມະນຸດຕາມພາບສະທ້ອນຂອງພຣະອົງ, ໃນພາບສະທ້ອນຂອງພຣະເຈົ້ານັ້ນ ພຣະອົງໄດ້ສ້າງພວກເຂົາຂຶ້ນ; ພຣະອົງສ້າງພວກເຂົາໃຫ້ເປັນຊາຍ ແລະ ຍິງ.






