YouVersion Logo
Search Icon

ເຊກາຣີຢາ 8

8
ພຣະເຈົ້າ​ຢາເວ​ສັນຍາ​ວ່າ​ຈະ​ອວຍພອນ​ເຢຣູຊາເລັມ
1ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ.
2ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: “ເຮົາ​ອິດສາ​ຊີໂອນ​ຫລາຍ; ເຮົາ​ຮ້ອນຮົນ​ດ້ວຍ​ໃຈ​ອິດສາ​ນາງ”.
3ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ: “ເຮົາ​ຈະ​ກັບ​ມາ​ຫາ​ຊີໂອນ ແລະ ມາ​ຢູ່​ໃນ​ເຢຣູຊາເລັມ. ເຢຣູຊາເລັມ​ຈະ​ໄດ້​ຊື່​ວ່າ ‘ນະຄອນ​ແຫ່ງ​ຄວາມຈິງ,’ ແລະ ພູເຂົາ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ໄດ້​ຊື່​ວ່າ ‘ພູເຂົາ​ສັກສິດ’ ”.
4ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ: “ອີກ​ຄັ້ງ​ໜຶ່ງ​ຊາຍ ແລະ ຍິງ​ແກ່​ຈະ​ນັ່ງ​ຕາມ​ຖະໜົນ​ຫົນ​ທາງ​ໃນ​ເຢຣູຊາເລັມ, ແຕ່ລະ​ຄົນ​ຈະ​ຖື​ໄມ້ຄ້ອນເທົ້າ​ຢູ່​ໃນ​ມື​ຍ້ອນ​ອາຍຸ​ຂອງ​ພວກເຂົາ. 5ຖະໜົນ​ໃນ​ເມືອງ​ຈະ​ມີ​ເດັກ​ຊາຍ​ຍິງ​ແລ່ນ​ຫລິ້ນ​ຢູ່​ທີ່​ນັ້ນ”.
6ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: “ມັນ​ອາດ​ເບິ່ງ​ວ່າ​ເປັນ​ເລື່ອງ​ມະຫັດສະຈັນ​ສຳລັບ​ຄົນ​ທີ່​ເຫລືອ​ໃນ​ເວລາ​ນັ້ນ, ແຕ່​ມັນ​ຈະ​ເປັນ​ເລື່ອງ​ມະຫັດສະຈັນ​ສໍາລັບ​ເຮົາ​ບໍ?” ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນັ້ນ.
7ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: “ເຮົາ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ຈາກ​ປະເທດ​ຕ່າງ​ໆ​ທາງ​ຕາເວັນ​ອອກ ແລະ ຕາເວັນ​ຕົກ. 8ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ຢູ່​ໃນ​ເຢຣູຊາເລັມ; ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຜູ້​ສັດຊື່ ແລະ ຊອບທຳ​ຂອງ​ພວກເຂົາ”.
9ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: “ບັດນີ້​ພວກເຈົ້າ​ຈົ່ງຟັງ​ຖ້ອຍ​ຄຳ​ເຫລົ່ານີ້, ‘ຈົ່ງ​ໃຫ້​ມື​ຂອງ​ພວກເຈົ້າ​ເຂັ້ມແຂງຂຶ້ນ​ເພື່ອ​ວິຫານ​ຈະ​ຖືກ​ສ້າງ​ໃຫ້​ສຳ​ເລັດ’. ນີ້​ກໍ​ແມ່ນ​ສິ່ງ​ທີ່​ບັນດາ​ຜູ້​ທໍານວາຍ​ໄດ້​ກ່າວ​ໄວ້ ຄື​ຜູ້ໃດ​ຢູ່​ທີ່ນັ້ນ​ເມື່ອ​ວາງ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອໍານາດ​ຍິ່ງໃຫຍ່. 10ກ່ອນ​ໜ້າ​ນັ້ນ​ບໍ່​ມີ​ຄ່າ​ຈ້າງ​ໃຫ້​ຄົນ ຫລື ສັດ. ບໍ່ມີ​ຜູ້ໃດ​ສາມາດ​ເດີນທາງ​ໄປ​ມາ​ເພື່ອ​ຄ້າຂາຍ​ຢ່າງ​ປອດໄພ​ເພາະ​ສັດຕູ​ຂອງ​ພວກເຂົາ, ເພາະ​ເຮົາ​ເຮັດ​ໃຫ້​ເພື່ອນບ້ານ​ທຸກຄົນ​ເປັນ​ສັດຕູ​ກັນ. 11ແຕ່​ດຽວ​ນີ້​ເຮົາ​ຈະ​ບໍ່​ເຮັດ​ກັບ​ຄົນ​ທີ່​ເຫລືອ​ຢູ່​ດັ່ງ​ໃນ​ອະ​ດີດ,” ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນັ້ນ.
12“ເມັດພືດ​ຈະ​ງອກ​ງາມ, ເຄືອ​ອະງຸ່ນ​ຈະ​ອອກ​ຜົນ, ຜືນ​ແຜ່ນດິນ​ຈະ​ໃຫ້​ພືດ​ຜົນ, ແລະ ສະຫວັນ​ຈະ​ປົດປ່ອຍ​ນ້ຳ​ຄ້າງ​ລົງ​ມ. ເຮົາ​ຈະ​ມອບ​ສິ່ງ​ທັງປວງ​ນີ້​ໃຫ້ເປັນ​ກຳມະສິດ​ຂອງ​ຄົນ​ທີ່​ເຫລືອ​ຢູ່. 13ຢູດາ ແລະ ອິດສະຣາເອນ, ເຈົ້າ​ເຄີຍ​ເປັນ​ທີ່​ສາບແຊ່ງ​ທ່າມກາງ​ຊົນຊາດ​ທັງຫລາຍ​ນັ້ນ​ຢ່າງໃດ, ເຮົາ​ຈະ​ຊ່ວຍ​ເຈົ້າ ແລະ ເຈົ້າ​ຈະ​ເປັນ​ພຣະພອນ. ຢ່າ​ຢ້ານ​ເລີຍ, ແຕ່​ຈົ່ງ​ໃຫ້​ມື​ຂອງ​ເຈົ້າ​ເຂັ້ມ​ແຂງ​ຂຶ້ນ”.
14ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: “ຕາມ​ທີ່​ເຮົາ​ເຄີຍ​ຕັ້ງໃຈ​ນຳ​ໄພພິບັດ​ມາ​ສູ່​ເຈົ້າ ແລະ ບໍ່​ປານີ​ເຈົ້າ ເມື່ອ​ບັນພະບຸລຸດ​ຂອງ​ເຈົ້າ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ, 15“ແຕ່​ບັດນີ້ ເຮົາ​ຕັດສິນໃຈ​ຈະ​ເຮັດ​ດີ​ຕໍ່​ເຢຣູຊາເລັມ ແລະ ຢູດາ​ອີກ. ດັ່ງນັ້ນ ຢ່າ​ຢ້ານ​ເລີຍ. 16ສິ່ງ​ເຫລົ່ານີ້​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ເຮັດ​ຄື: ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ກັນ ແລະ ຈົ່ງ​ຕັດສິນ​ຄວາມ​ໃນ​ສານ​ຢ່າງ​ຖືກຕ້ອງ; 17ຢ່າ​ຄິດ​ຮ້າຍ​ຕໍ່​ເພື່ອນບ້ານ ແລະ ຢ່າ​ມັກ​ສາບານ​ເທັດ, ເພາະ​ເຮົາ​ກຽດຊັງ​ສິ່ງ​ທັງປວງ​ນີ້”, ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
18ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ມາ​ເຖິງ​ຂ້າພະເຈົ້າ.
19ພຣະເຈົ້າ​ຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: “ການ​ຖືສິນ​ອົດອາຫານ​ໃນ​ເດືອນ​ທີ​ສີ່, ເດືອນ​ທີ​ຫ້າ, ເດືອນ​ທີ​ເຈັດ ແລະ ເດືອນ​ທີ​ສິບ ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ຊື່ນຊົມຍິນດີ ແລະ ໂອກາດ​ທີ່​ດີ ແລະ ເປັນ​ເທດສະການ​ແຫ່ງ​ຄວາມ​ສຸກ​ສຳລັບ​ຢູດາ. ເຫດສະນັ້ນ​ຈົ່ງ​ຮັກ​ຄວາມຈິງ ແລະ ສັນຕິພາບ”.
20ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: “ຫລາຍ​ຊົນຊາດ ແລະ​ຄົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຕ່າງ​ໆ​ຫລາຍ​ແຫ່ງ​ຍັງ​ຈະ​ມາ, 21ແລະ ຊາວ​ເມືອງ​ໜຶ່ງ​ຈະ​ໄປ​ອີກ​ເມືອງ​ໜຶ່ງ ແລະ ກ່າວ​ວ່າ, ‘ໃຫ້​ພວກເຮົາ​ໄປ​ອ້ອນ​ວອນ​ຫາ​ພຣະເຈົ້າ​ຢາເວ ແລະ ໄປ​ສະແຫວງຫາ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່. ເຮົາ​ເອງ​ກໍ​ຈະ​ໄປ​ເຊັ່ນກັນ’ 22ຊົນຊາດ​ທັງຫລາຍ ແລະ ບັນດາ​ຊາດ​ມະຫາ​ອຳນາດ​ຈະ​ມາ​ຍັງ​ເຢຣູຊາເລັມ​ເພື່ອ​ສະແຫວງຫາ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ອ້ອນ​ວອນ​ພຣະອົງ”.
23ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: “ເມື່ອ​ເຖິງ​ເວລາ​ນັ້ນ​ຊາຍ​ສິບ​ຄົນ​ຈາກ​ທຸກ​ຊາດ​ທຸກ​ພາສາ​ຈະ​ຢຶດ​ສົ້ນ​ເສື້ອຄຸມ​ຂອງ​ຊາວຢິວ​ຄົນ​ໜຶ່ງ​ໄວ້ ແລະ ກ່າວ​ວ່າ, ‘ຂໍ​ໃຫ້​ພວກເຮົາ​ໄປ​ກັບ​ທ່ານ, ເພາະ​ພວກເຮົາ​ໄດ້​ຍິນ​ມາ​ວ່າ​ພຣະເຈົ້າ​ຢູ່​ກັບ​ທ່ານ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in