ເຊກາຣີຢາ 3
3
ເຄື່ອງແຕ່ງກາຍສະອາດສຳລັບມະຫາປະໂລຫິດ
1ແລ້ວເທວະດາອົງນັ້ນໄດ້ສະແດງໃຫ້ຂ້າພະເຈົ້າເຫັນມະຫາປະໂລຫິດໂຢຊວຍ#3:1 ເປັນອີກຮູບໜຶ່ງຂອງ ເຍຊຸອາ ເຊັ່ນດຽວກັບທີ່ອື່ນໆໃນພະທຳເຊກາຣີຢາ ຢືນຢູ່ຕໍ່ໜ້າເທວະດາຂອງພຣະເຈົ້າຢາເວ, ແລະ ຊາຕານ#3:1 ແປວ່າ ຜູ້ກ່າວໂທດ ຢືນຢູ່ຂວາມືຂອງເພິ່ນເພື່ອກ່າວຫາເພິ່ນ. 2ພຣະເຈົ້າຢາເວໄດ້ກ່າວກັບຊາຕານວ່າ, “ຊາຕານ! ພຣະເຈົ້າຢາເວຕຳນິເຈົ້າ, ພຣະເຈົ້າຢາເວຜູ້ເລືອກເຢຣູຊາເລັມຕຳນິເຈົ້າ! ຊາຍຜູ້ນີ້ເປັນດົ້ນຟືນຕິດໄຟທີ່ຖືກດຶງອອກຈາກໄຟບໍ່ແມ່ນບໍ?”
3ບັດນີ້ໂຢຊວຍນຸ່ງເສື້ອຜ້າເປີເປື້ອນຢືນຢູ່ຕໍ່ໜ້າເທວະດາອົງນັ້ນ. 4ເທວະດານັ້ນກ່າວແກ່ບັນດາຜູ້ຢືນຢູ່ຕໍ່ໜ້າເພິ່ນວ່າ, “ຈົ່ງແກ້ເສື້ອຜ້າເປີເປື້ອນຂອງເພິ່ນອອກ”.
ຈາກນັ້ນກ່າວກັບໂຢຊວຍວ່າ, “ຈົ່ງເບິ່ງ, ເຮົາໄດ້ຍົກບາບຂອງເຈົ້າອອກໄປແລ້ວ, ແລະ ເຮົາຈະໃຫ້ເຈົ້ານຸ່ງເຄື່ອງງົດງາມ”.
5ຂ້າພະເຈົ້າຈຶ່ງກ່າວວ່າ, “ຈົ່ງເອົາຜ້າປົກຫົວທີ່ສະອາດມາປົກໃຫ້ເພິ່ນ”. ແລ້ວພວກເຂົາກໍປົກຫົວໂຢຊວຍດ້ວຍຜ້າສະອາດ ແລະ ນຸ່ງເຄື່ອງໃຫ້ເພິ່ນ, ໃນຂະນະທີ່ເທວະດາຂອງພຣະເຈົ້າຢາເວຢືນຢູ່ໃກ້ໆ.
6ເທວະດາຂອງພຣະເຈົ້າຢາເວໄດ້ມອບໜ້າທີແກ່ໂຢຊວຍວ່າ: 7“ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ກ່າວວ່າ: ‘ຖ້າເຈົ້າດຳເນີນດ້ວຍການເຊື່ອຟັງເຮົາ ແລະ ຖືຮັກສາກົດບັນຍັດຂອງເຮົາ, ແລ້ວເຈົ້າຈະໄດ້ຮັບຜິດຊອບວິຫານຂອງເຮົາ ລວມທັງເດີ່ນວິຫານຂອງເຮົາ, ເຮົາຈະໃຫ້ເຈົ້າດຳເນີນຢູ່ຕໍ່ໜ້າເຮົາຮ່ວມກັບຄົນເຫລົ່ານີ້ທີ່ຢືນຢູ່ທີ່ນີ້.
8“ ‘ຈົ່ງຟັງ, ມະຫາປະໂລຫິດໂຢຊວຍ, ທ່ານ ແລະ ເພື່ອນຮ່ວມງານທີ່ນັ່ງຢູ່ຕໍ່ໜ້າທ່ານ, ພວກທ່ານຜູ້ເປັນຄົນທີ່ເປັນສັນຍະລັກບົ່ງເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ: ເຮົາຈະນຳຜູ້ຮັບໃຊ້ຂອງເຮົາມາຄື “ກິ່ງ”. 9ຈົ່ງເບິ່ງ, ສີລາທີ່ເຮົາຕັ້ງໄວ້ຕໍ່ໜ້າໂຢຊວຍ! ສີລາກ້ອນດຽວມີເຈັດຫລ່ຽມ,#3:9 ຫລື ເຈັດຕາ ແລະເຮົາຈະສະຫລັກຄຳຈາລຶກເທິງສີລານັ້ນ,’ ພຣະເຈົ້າຢາເວອົງມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ກ່າວວ່າ, ‘ແລະເຮົາຈະລຶບບາບຂອງດິນແດນນີ້ພາຍໃນວັນດຽວ.
10“ ‘ໃນວັນນັ້ນ ພວກເຈົ້າແຕ່ລະຄົນຈະເຊີນເພື່ອນບ້ານມານັ່ງກ້ອງເຄືອອະງຸ່ນ ແລະ ຕົ້ນໝາກເດື່ອຂອງຕົນ,’ ພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ປະກາດດັ່ງນັ້ນ”.
Currently Selected:
ເຊກາຣີຢາ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: