ໂຣມ ຄຳນຳ
ຄຳນຳ
ຈົດໝາຍສະບັບນີ້ໄດ້ສົ່ງເຖິງຜູ້ທີ່ເຊື່ອໃນໂຣມ, ໂປໂລໄດ້ຂຽນຈົດໝາຍສວ່ນຫລາຍແມ່ນເພື່ອລະດົມທຶນຊ່ວຍເຫລືອຜູ້ທີ່ເຮັດງານພັນທະກິດ. ຂຽນເຖິງບັນດາຜູ້ທີ່ຕິດຕາມພຣະເຢຊູເຈົ້າທີ່ດຳເນີນຊີວິດຢູ່ພາຍໃຕ້ການປົກຄອງຂອງກາຍຊາ, ເພິ່ນຮຽກຮ້ອງໃຫ້ຊ່ວຍເຫລືອໃນການນຳເອົາຂ່າວປະເສີດໄປທາງພາກຕາເວັນຕົກຂອງຈັກກະພົບ. ໂປໂລໃນຖານະອັກຄະສາວົກຜູ້ໜຶ່ງ ໄດ້ຖືກແຍກໄວ້ເພື່ອໃຫ້ປະກາດເຖິງຄວາມເປັນອົງພຣະຜູ້ເປັນເຈົ້າຂອງພຣະເຢຊູເຈົ້າ. ແຜນການຂອງພຣະເຈົ້າສຳລັບໂລກນີ້ໄດ້ຖືກເປີດເຜີຍຜ່ານທາງເຊື້ອສາຍຂອງກະສັດດາວິດ ຄືພຣະເຢຊູຄຣິດເຈົ້າຜູ້ເປັນພຣະເມຊີອາ. ຂໍ້ຄວາມນີ້ສະແດງໃຫ້ເຫັນວ່າພຣະເຈົ້າສັດຊື່ຕໍ່ພັນທະສັນຍາຂອງພຣະອົງທີ່ມີກັບອິດສະຣາເອນ.
ການຮຽບຮຽງຈົດໝາຍແມ່ນດຳເນີນໄປຕາມຮູບແບບການຂຽນເລື່ອງຂອງຊາວຢິວຍຸກບູຮານກ່ຽວກັບເລື່ອງການເປັນຂ້າທາດ ແລະ ການກອບກູ້. ມະນຸດຖືກເນລະເທດເນື່ອງຈາກຄວາມບາບ ແລະ ຄວາມຕາຍໄດ້ເຂົ້າມາໃນໂລກນີ້. ແມ່ນແຕ່ກົດບັນຍັດຂອງຊາວຢິວກໍບໍ່ສາມາດເອົາຊະນະຄວາມຕາຍ ແລະ ນຳຊີວິດມາໃຫ້ໄດ້. ແຕ່ພຣະເຈົ້າໄດ້ມາເພື່ອກອບກູ້ເອົາທັງຄົນຢິວ ແລະ ຄົນທີ່ບໍ່ແມ່ນຢິວຜ່ານທາງການຕາຍ ແລະ ການຄືນມາຈາກຕາຍຂອງພຣະເຢຊູເຈົ້າ. ຄອບຄົວໃໝ່ຈຶ່ງກຳລັງຖືກສ້າງຂຶ້ນທົ່ວໂລກ. ການບັບຕິສະມາເຂົ້າໃນພຣະເຢຊູເຈົ້າໄດ້ທຳລາຍອຳນາດຂອງມານຮ້າຍ ແລະ ນຳເອົາເສລີພາບມາໃຫ້. ພຣະວິນຍານບໍລິສຸດເຈົ້າໄດ້ນຳເຂົ້າສູ່ທາງແຫ່ງຊີວິດໃໝ່ນີ້ ເຊິ່ງຈະສົມບູນແບບໃນການສືບທອດໃໝ່ ຄືສິ່ງທີ່ພຣະເຈົ້າສ້າງ ເຊິ່ງໄດ້ຮັບການໄຖ່ແລ້ວ.
ເຖິງແມ່ນວ່າມີຄົນຈຳນວນຫລວງຫລາຍໃນອິດສະຣາເອນບໍ່ເຊື່ອໃນພຣະເມຊີອາກໍຕາມ, ສິ່ງນີ້ພັດເປັນຜົນເຮັດໃຫ້ຄົນທີ່ເຫລືອໃນໂລກນີ້ໄດ້ຮັບຊີວິດ. ການຖວາຍຊີວິດຜ່ານທາງພຣະເຢຊູເຈົ້າແມ່ນຍັງເປັນຂອງທຸກຄົນ, ເຖິງຢ່າງໃດກໍຕາມ, ໃນທີ່ສຸດຄວາມເມດຕາຂອງພຣະເຈົ້າກໍຈະມີໄຊຊະນະເໜືອການພິພາກສາ. ຢູ່ໃນຕອນທ້າຍຂອງຈົດໝາຍແມ່ນເນັ້ນເຖິງຮູບແບບການປະຕິບັດຂອງການດຳເນີນຊີວິດໃໝ່ຂອງມວນມະນຸດທີ່ໄດ້ຮັບການໄຖ່ແລ້ວ.
Currently Selected:
ໂຣມ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: