ໂຣມ 2:3-4
ໂຣມ 2:3-4 LCV
ດັ່ງນັ້ນ ເມື່ອເຈົ້າຜູ້ເປັນພຽງແຕ່ມະນຸດທີ່ຕັດສິນຄົນອື່ນກໍຍັງເຮັດຢ່າງດຽວກັນກັບພວກເຂົາ, ພວກເຈົ້າຄິດວ່າພວກເຈົ້າຈະໜີຈາກການພິພາກສາລົງໂທດຂອງພຣະເຈົ້າໄດ້ບໍ? ຫລື ພວກເຈົ້າໝິ່ນປະໝາດຄວາມເມດຕາອັນອຸດົມສົມບູນຂອງພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນອັນລົ້ນເຫລືອຂອງພຣະອົງ, ພວກເຈົ້າບໍ່ຮູ້ບໍວ່າຄວາມເມດຕາຂອງພຣະເຈົ້ານັ້ນແມ່ນມີໄວ້ເພື່ອນຳພວກເຈົ້າໃຫ້ກັບໃຈໃໝ່?





