ໂຣມ 10
10
1ພີ່ນ້ອງທັງຫລາຍເອີຍ, ຄວາມປາຖະໜາໃນໃຈ ແລະ ຄຳອະທິຖານຂອງເຮົາຕໍ່ພຣະເຈົ້າເພື່ອຊົນຊາດອິດສະຣາເອນຄື ຂໍໃຫ້ພວກເຂົາທັງຫລາຍໄດ້ຮັບຄວາມພົ້ນ. 2ເພາະເຮົາສາມາດເປັນພະຍານໄດ້ວ່າ ພວກເຂົາຮ້ອນຮົນເພື່ອພຣະເຈົ້າ ແຕ່ຄວາມຮ້ອນຮົນຂອງພວກເຂົາບໍ່ໄດ້ຕັ້ງຢູ່ເທິງຄວາມຮູ້. 3ເນື່ອງຈາກພວກເຂົາບໍ່ຮູ້ຈັກຄວາມຊອບທຳຂອງພຣະເຈົ້າ ແລະ ພະຍາຍາມຕັ້ງຄວາມຊອບທຳຂອງຕົນເອງຂຶ້ນມາ, ພວກເຂົາຈຶ່ງບໍ່ຍອມຮັບຄວາມຊອບທຳຂອງພຣະເຈົ້າ. 4ພຣະຄຣິດເຈົ້າເປັນບົດສະຫລຸບສຸດທ້າຍຂອງກົດບັນຍັດ ເພື່ອຈະມີຄວາມຊອບທຳສຳລັບທຸກຄົນທີ່ເຊື່ອ.
5ໂມເຊໄດ້ຂຽນເຖິງຄວາມຊອບທຳຕາມກົດບັນຍັດໄວ້ຢ່າງນີ້ວ່າ, “ຜູ້ໃດທີ່ເຮັດສິ່ງເຫລົ່ານີ້ຈະມີຊີວິດຢູ່ໂດຍສິ່ງເຫລົ່ານີ້”.#10:5 ລລວ 18:5 6ແຕ່ຄວາມຊອບທຳໂດຍຄວາມເຊື່ອກ່າວວ່າ, “ຢ່າຄິດໃນໃຈວ່າ, ‘ຜູ້ໃດຈະຂຶ້ນໄປເທິງສະຫວັນ?’#10:6 ພບຍ 30:12” (ຄືນໍາເອົາພຣະຄຣິດເຈົ້າລົງມາ) 7“ຫລື ‘ຜູ້ໃດຈະລົງໄປໃນບ່ອນເລິກ?’ ”#10:7 ພບຍ 30:13 (ຄືນໍາເອົາພຣະຄຣິດເຈົ້າຂຶ້ນມາຈາກຄວາມຕາຍ). 8ແຕ່ຄວາມຊອບທຳນັ້ນໄດ້ກ່າວໄວ້ຢ່າງໃດ? “ຖ້ອຍຄຳນີ້ຢູ່ໃກ້ເຈົ້າ ຢູ່ໃນປາກຂອງເຈົ້າ ແລະ ຢູ່ໃນໃຈຂອງເຈົ້າ”#10:8 ພບຍ 30:14 ຄືຖ້ອຍຄຳແຫ່ງຄວາມເຊື່ອທີ່ພວກເຮົາກຳລັງປະກາດຢູ່ນັ້ນ, 9ຖ້າເຈົ້າຍອມຮັບດ້ວຍປາກຂອງເຈົ້າວ່າ, “ພຣະເຢຊູເຈົ້າເປັນອົງພຣະຜູ້ເປັນເຈົ້າ” ແລະ ເຊື່ອໃນໃຈຂອງເຈົ້າວ່າ ພຣະເຈົ້າໄດ້ເຮັດໃຫ້ພຣະອົງເປັນຄືນມາຈາກຕາຍແລ້ວ ເຈົ້າກໍຈະໄດ້ຮັບຄວາມພົ້ນ. 10ດ້ວຍວ່າ ເຈົ້າເຊື່ອດ້ວຍໃຈ ຈຶ່ງໄດ້ຖືວ່າເປັນຜູ້ຊອບທຳ ແລະ ເພາະເຈົ້າຍອມຮັບດ້ວຍປາກ ຈຶ່ງໃຫ້ເຈົ້າໄດ້ລອດພົ້ນ. 11ຕາມທີ່ພຣະຄຳພີກ່າວໄວ້ວ່າ, “ຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ໄດ້ຮັບຄວາມອັບອາຍ”.#10:11 ອຊຢ 28:16 12ເພາະບໍ່ມີຄວາມແຕກຕ່າງກັນລະຫວ່າງຄົນຢິວ ແລະ ຄົນຕ່າງຊາດ ອົງພຣະຜູ້ເປັນເຈົ້າອົງດຽວກັນເປັນອົງພຣະຜູ້ເປັນເຈົ້າຂອງຄົນທັງປວງ ແລະ ອວຍພອນຢ່າງບໍລິບູນແກ່ທຸກຄົນທີ່ຮ້ອງຫາພຣະອົງ, 13ເພາະວ່າ, “ທຸກຄົນທີ່ຮ້ອງອອກນາມຂອງອົງພຣະຜູ້ເປັນເຈົ້າກໍຈະໄດ້ຮັບຄວາມພົ້ນ”.#10:13 ຢອ 2:32
14ແຕ່ຜູ້ທີ່ຍັງບໍ່ເຊື່ອຈະຮ້ອງຫາພຣະອົງໄດ້ຢ່າງໃດ? ແລະ ຜູ້ທີ່ຍັງບໍ່ເຄີຍໄດ້ຍິນເຖິງເລື່ອງຂອງພຣະອົງ ຈະເຊື່ອໃນພຣະອົງໄດ້ຢ່າງໃດ? ແລະ ຖ້າບໍ່ມີຜູ້ໃດປະກາດໃຫ້ພວກເຂົາຟັງ ພວກເຂົາຈະໄດ້ຍິນເຖິງເລື່ອງຂອງພຣະອົງໄດ້ຢ່າງໃດ? 15ແລະ ຖ້າບໍ່ມີຜູ້ໃດໃຊ້ພວກເຂົາໄປ ພວກເຂົາຈະໄປປະກາດໄດ້ຢ່າງໃດ? ຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ, “ຕີນຂອງຜູ້ນຳຂ່າວປະເສີດມາກໍງົດງາມແທ້ນໍ!”#10:15 ອຊຢ 52:7
16ແຕ່ບໍ່ແມ່ນວ່າຄົນອິດສະຣາເອນທຸກຄົນຈະຍອມຮັບຂ່າວປະເສີດນັ້ນ ເພາະເອຊາຢາໄດ້ກ່າວໄວ້ວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ຜູ້ໃດແດ່ທີ່ໄດ້ເຊື່ອໃນຖ້ອຍຄຳຂອງພວກເຮົາ?”#10:16 ອຊຢ 53:1 17ດັ່ງນັ້ນ ຄວາມເຊື່ອເກີດຂຶ້ນໄດ້ກໍເພາະການໄດ້ຍິນຖ້ອຍຄຳ ແລະ ຖ້ອຍຄຳທີ່ໄດ້ຍິນນັ້ນກໍຄືເລື່ອງຂອງພຣະຄຣິດເຈົ້າ. 18ແຕ່ເຮົາຂໍຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນພວກເຂົາໄດ້ຍິນແລ້ວ.
“ສຽງຂອງພວກເຂົາໄດ້ອອກໄປທົ່ວໂລກ
ຖ້ອຍຄຳຂອງພວກເຂົາໄປເຖິງທີ່ສຸດປາຍແຜ່ນດິນໂລກ”.#10:18 ພສສ 19:4
19ເຮົາຂໍຖາມອີກວ່າ ຊົນຊາດອິດສະຣາເອນບໍ່ເຂົ້າໃຈບໍ? ຕອນທຳອິດໂມເຊກ່າວວ່າ,
“ເຮົາຈະເຮັດໃຫ້ເຈົ້າອິດສາບັນດາຜູ້ທີ່ບໍ່ແມ່ນຊົນຊາດ;
ເຮົາຈະຍົວະໃຫ້ເຈົ້າໃຈຮ້າຍດ້ວຍຊົນຊາດທີ່ບໍ່ມີຄວາມເຂົ້າໃຈ”.#10:19 ພບຍ 32:21
20ແລະ ເອຊາຢາກ້າກ່າວວ່າ,
“ບັນດາຜູ້ທີ່ບໍ່ໄດ້ສະແຫວງຫາເຮົາກໍພົບເຮົາ
ເຮົາໄດ້ສະແດງຕົນເອງແກ່ບັນດາຜູ້ທີ່ບໍ່ໄດ້ເອີ້ນຫາເຮົາ”.#10:20 ອຊຢ 65:1
21ແຕ່ເພິ່ນກ່າວເຖິງພວກອິດສະຣາເອນວ່າ,
“ເຮົາໄດ້ຍື່ນມືຂອງເຮົາອອກໝົດມື້
ໃຫ້ແກ່ຊົນຊາດທີ່ບໍ່ເຊື່ອຟັງ ແລະ ດື້ດ້ານ”.#10:21 ອຊຢ 65:2
Currently Selected:
ໂຣມ 10: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: