ໂອບາດີຢາ 1
1
ນິມິດຂອງໂອບາດີຢາ
(ຢມຢ 49:9-10,14-16)
1ນິມິດຂອງໂອບາດີຢາ.
ນີ້ແມ່ນພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວກ່ຽວກັບເອໂດມວ່າ,
ພວກເຮົາໄດ້ຍິນຖ້ອຍຄຳຈາກພຣະເຈົ້າຢາເວດັ່ງນີ້:
ມີທູດຜູ້ໜຶ່ງຖືກສົ່ງໄປຍັງປະຊາຊາດຕ່າງໆເພື່ອແຈ້ງວ່າ,
“ຈົ່ງລຸກຂຶ້ນ, ໃຫ້ພວກເຮົາໄປຕໍ່ສູ້ກັບເອໂດມ”,
2“ເບິ່ງແມ, ເຮົາຈະເຮັດໃຫ້ເຈົ້າເປັນຜູ້ຕ່ຳຕ້ອຍໃນທ່າມກາງປະຊາຊາດທັງຫລາຍ;
ເຈົ້າຈະຖືກດູຖູກທີ່ສຸດ.
3ຄວາມຈອງຫອງຢູ່ໃນໃຈຂອງເຈົ້າໄດ້ຫລອກລວງເຈົ້າ,
ເຈົ້າຜູ້ອາໄສຢູ່ໃນຫລືບຫີນ
ແລະ ສ້າງເຮືອນຂອງຕົນໄວ້ເທິງບ່ອນສູງ,
ເຈົ້າຜູ້ບອກຕົນເອງວ່າ,
‘ຜູ້ໃດຈະສາມາດເອົາເຮົາລົງໄປຢູ່ທີ່ພື້ນໄດ້?’
4ເຖິງແມ່ນວ່າເຈົ້າຈະບິນຂຶ້ນໄດ້ເໝືອນນົກອິນຊີ
ແລະ ສ້າງຮັງຂອງຕົນໄວ້ຢູ່ຕາມດາວຕ່າງໆກໍຕາມ,
ເຮົາກໍຈະນຳເຈົ້າລົງມາຈາກທີ່ນັ້ນ”,
ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
5“ຖ້າຄົນຂີ້ລັກມາຫາເຈົ້າ,
ຖ້າໂຈນບຸກເຂົ້າມາໃນເວລາກາງຄືນ
ໂອ້, ໄພພິບັດອັນໃດທີ່ລໍຖ້າເຈົ້າຢູ່!
ພວກເຂົາຈະບໍ່ລັກພຽງແຕ່ສິ່ງທີ່ພວກເຂົາຕ້ອງການບໍ?
ຖ້າຄົນເກັບໝາກອະງຸ່ນມາຫາເຈົ້າ,
ພວກເຂົາຈະບໍ່ປະໝາກອະງຸ່ນໄວ້ແດ່ບໍ?
6ແຕ່ເອຊາວຈະຖືກປຸ້ນ,
ຊັບສົມບັດທີ່ລາວເຊື່ອງໄວ້ກໍຖືກປຸ້ນ!
7ພັນທະມິດທັງໝົດຂອງເຈົ້າຈະບັງຄັບໃຫ້ເຈົ້າອອກໄປຈົນສຸດຊາຍແດນ;
ບັນດາເພື່ອນຂອງເຈົ້າຈະຫລອກລວງ ແລະ ເອົາຊະນະເຈົ້າ;
ບັນດາຜູ້ທີ່ເຄີຍກິນອາຫານຂອງເຈົ້າຈະວາງກັບດັກໃສ່ເຈົ້າ#1:7 ໃນພາສາເຮັບເຣີປະໂຫຍກນີ້ມີຄວາມຫມາຍບໍ່ຊັດເຈນ
ແຕ່ເຈົ້າຈະບໍ່ພົບມັນ”.
8ພຣະເຈົ້າຢາເວປະກາດວ່າ, “ໃນວັນນັ້ນ,
ເຮົາຈະບໍ່ທຳລາຍຄົນມີປັນຍາຂອງເອໂດມ,
ແລະ ບັນດາຜູ້ທີ່ມີຄວາມເຂົ້າໃຈທີ່ຢູ່ຕາມພູເຂົາຕ່າງໆຂອງເອຊາວບໍ?
9ເຕມານ, ນັກຮົບຂອງເຈົ້າຈະຕົກໃຈຢ້ານ
ແລະ ທຸກຄົນທີ່ພູເຂົາຂອງເອຊາວ
ຈະຖືກຟັນລົງໃນການຂ້າ.
10ເພາະການໃຊ້ຄວາມຮຸນແຮງທີ່ເຈົ້າເຮັດຕໍ່ຢາໂຄບນ້ອງຊາຍຂອງເຈົ້າ,
ເຈົ້າຈະອັບອາຍຂາຍໜ້າ;
ເຈົ້າຈະຖືກທຳລາຍໄປຕະຫລອດໄປ.
11ໃນມື້ທີ່ເຈົ້າຢືນຢູ່ຫ່າງໆ
ຂະນະທີ່ຄົນແປກໜ້າຂົນຊັບສົມບັດຂອງລາວໄປ
ແລະ ບັນດາຄົນຕ່າງຊາດບຸກເຂົ້າປະຕູຂອງລາວ
ແລະ ຈັບສະຫລາກເອົາເຢຣູຊາເລັມ,
ເຈົ້າກໍເປັນເໝືອນຄົນໜຶ່ງໃນພວກເຂົາ.
12ເຈົ້າບໍ່ຄວນສົມນ້ຳໜ້ານ້ອງຊາຍຂອງຕົນ
ໃນມື້ທີ່ລາວຮັບເຄາະຮ້າຍ,
ຫລື ຊື່ນຊົມຍິນດີຕໍ່ຊາວຢູດາ
ໃນມື້ທີ່ພວກເຂົາຖືກທຳລາຍ,
ຫລື ໂອ້ອວດຫລາຍ
ໃນມື້ທີ່ພວກເຂົາເດືອດຮ້ອນ.
13ເຈົ້າບໍ່ຄວນເດີນທັບຜ່ານປະຕູເມືອງຂອງປະຊາຊົນຂອງເຮົາ
ໃນວັນທີ່ພວກເຂົາປະສົບໄພພິບັດ,
ຫລື ດີໃຈທີ່ພວກເຂົາຈິບຫາຍ
ໃນວັນທີ່ພວກເຂົາປະສົບໄພພິບັດ,
ຫລື ຢຶດຊັບສົມບັດຂອງພວກເຂົາ
ໃນວັນທີ່ພວກເຂົາພິນາດຈິບຫາຍ.
14ເຈົ້າບໍ່ຄວນລໍຖ້າຢູ່ທາງແຍກ
ເພື່ອກຳຈັດພວກເຂົາທີ່ໜີໄພມາ,
ຫລື ມອບໂຕບັນດາຄົນທີ່ລອດຊີວິດ
ໃນວັນທີ່ພວກເຂົາເດືອດຮ້ອນ.
15“ວັນແຫ່ງພຣະເຈົ້າຢາເວແມ່ນໃກ້ເຂົ້າມາແລ້ວ
ສຳລັບປະຊາຊາດທັງໝົດ.
ເຈົ້າເຮັດສິ່ງໃດໄວ້, ເຈົ້າກໍຈະໄດ້ຮັບສິ່ງນັ້ນຕອບແທນ;
ການກະທຳຂອງເຈົ້າຈະກັບຄືນມາຕົກໃສ່ເທິງຫົວຂອງເຈົ້າ.
16ເໝືອນດັ່ງທີ່ເຈົ້າໄດ້ດື່ມຢູ່ເທິງໂນນພູສັກສິດຂອງເຮົາ,
ດັ່ງນັ້ນ ປະຊາຊາດທັງໝົດຈະດື່ມຢ່າງບໍ່ຢຸດຢັ້ງ;
ພວກເຂົາຈະດື່ມແລ້ວດື່ມອີກ
ແລະ ຈະເປັນຢ່າງທີ່ບໍ່ເຄີຍເປັນມາກ່ອນ.
17ແຕ່ຢູ່ເທິງພູເຂົາຊີໂອນຈະມີການກອບກູ້;
ພູເຂົານັ້ນຈະສັກສິດ,
ແລະ ຢາໂຄບຈະໄດ້ຄອບຄອງມໍລະດົກຂອງຕົນ.
18ຢາໂຄບຈະເປັນໄຟ
ໂຢເຊັບຈະເປັນແປວໄຟ;
ເອຊາວຈະເປັນຕໍ,
ແລະ ພວກເຂົາຈະຈູດໄຟເຜົາລາວ ແລະ ທຳລາຍລາວ.
ຢູ່ທີ່ນັ້ນຈະບໍ່ມີຜູ້ໃດລອດຊີວິດ
ຈາກເອຊາວ”.
ພຣະເຈົ້າຢາເວໄດ້ເວົ້າເວົ້າ.
19ປະຊາຊົນຈາກເນເກັບຈະຢຶດຄອງ
ບັນດາພູເຂົາຂອງເອຊາວ,
ແລະ ປະຊາຊົນຈາກຕີນພູຈະຄອບຄອງ
ດິນແດນຂອງຊາວຟີລິດສະຕິນ
ພວກເຂົາຈະຢຶດຄອງທົ່ງພຽງຂອງເອຟຣາອິມ ແລະ ຊາມາເຣຍ,
ແລະ ເບັນຢາມິນຈະຄອບຄອງກີເລອາດ.
20ກຸ່ມຊາວອິດສະຣາເອນທີ່ຖືກເນລະເທດ ເຊິ່ງຢູ່ໃນການາອານ
ຈະຄອບຄອງດິນແດນໄກຈົນໄປເຖິງເຊເຣຟາດ;
ຄົນທີ່ຖືກເນລະເທດຈາກເຢຣູຊາເລັມ ເຊິ່ງຢູ່ໃນເສຟາລາດ
ຈະຄອບຄອງເມືອງຕ່າງໆຂອງເນເກັບ.
21ບັນດາຜູ້ກອບກູ້ຈະຂຶ້ນໄປເທິງ#1:21 ຫລື ຈາກພູເຂົາຊີໂອນ
ເພື່ອປົກຄອງພູເຂົາຕ່າງໆຂອງເອຊາວ.
ແລະ ອານາຈັກນັ້ນຈະເປັນຂອງພຣະເຈົ້າຢາເວ.
Currently Selected:
ໂອບາດີຢາ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: