ຈົດບັນຊີ 3:12-13
ຈົດບັນຊີ 3:12-13 LCV
“ເຮົາໄດ້ເລືອກຄົນເລວີຈາກທ່າມກາງຄົນອິດສະຣາເອນ ໃຫ້ເປັນຕົວແທນລູກຊາຍກົກຂອງແມ່ຍິງຄົນອິດສະຣາເອນທຸກຄົນ. ຄົນເລວີເປັນຂອງເຮົາ, ເພາະລູກກົກເປັນຂອງເຮົາ. ເມື່ອເວລາທີ່ເຮົາປະຫານລູກກົກທັງໝົດຂອງຊາວເອຢິບ, ເຮົາໄດ້ແຍກລູກກົກຂອງອິດສະຣາເອນທັງໝົດໄວ້, ບໍ່ວ່າຄົນ ຫລື ສັດ. ພວກເຂົາຕ້ອງເປັນຂອງເຮົາ. ເຮົາຄືພຣະເຈົ້າຢາເວ”.


