YouVersion Logo
Search Icon

ຈົດບັນຊີ 27

27
ບັນ​ດາ​ລູກ​ສາວ​ຂອງ​ເຊໂລເຟຮັດ
(ຈບຊ 36:1-12)
1ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ຜູ້​ເປັນ​ລູກຊາຍ​ຂອງ​ເຮເຟ, ເຮເຟ​ເປັນ​ລູກຊາຍ​ຂອງ​ກີເລອາດ, ເກລີອາດ​ເປັນ​ລູກຊາຍ​ຂອງ​ມາກີ, ມາກີ​ເປັນ​ລູກຊາຍ​ຂອງ​ມານາເຊ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເຊັບ. ເຊໂລເຟຮັດ​ຢູ່​ໃນ​ຕະກຸນ​ຂອງ​ມານາເຊ ຊື່​ລູກສາວ​ທັງຫລາຍ​ຂອງ​ລາວ​ມີ ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ. ພວກເຂົາ​ໄດ້​ກ້າວ​ອອກ​ມາ 2ແລະ ຢືນ​ຕໍ່ໜ້າ​ໂມເຊ, ປະໂລຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ ປະຊາຊົນ​ທັງໝົດ​ຢູ່​ທີ່​ບໍລິເວນ​ທາງເຂົ້າ ແລະ ເວົ້າ​ວ່າ, 3“ພໍ່​ຂອງ​ພວກເຮົາ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ. ເພິ່ນ​ບໍ່​ໄດ້​ຢູ່​ໃນ​ທ່າມກາງ​ພວກ​ທີ່​ຕິດຕາມ​ໂກຣາ, ຜູ້​ທີ່​ເປັນ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢາເວ, ແຕ່​ເພິ່ນ​ໄດ້​ຕາຍ​ໄປ​ເພາະ​ບາບ​ຂອງ​ເພິ່ນ​ເອງ ແລະ ບໍ່​ມີ​ລູກຊາຍ​ປະ​ໄວ້​ໃຫ້​ເລີຍ. 4ເປັນຫຍັງ​ຊື່​ພໍ່​ຂອງ​ພວກເຮົາ​ຈຶ່ງ​ຖືກ​ລຶບ​ອອກ​ໄປ​ຈາກ​ຕະກຸນ​ຍ້ອນ​ເພິ່ນ​ບໍ່​ມີ​ລູກຊາຍ? ຂໍ​ຈົ່ງ​ໃຫ້​ພວກເຮົາ​ໄດ້​ຮັບ​ກຳມະສິດ​ຮ່ວມ​ກັບ​ຍາດພີ່ນ້ອງ​ທາງ​ພໍ່​ຂອງ​ພວກເຮົາ​ດ້ວຍ”.
5ໂມເຊ​ຈຶ່ງ​ນຳເອົາ​ກໍລະນີ​ຂອງ​ພວກເຂົາ​ມາ​ຍັງ​ພຣະເຈົ້າ​ຢາເວ, 6ແລະ ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, 7“ສິ່ງ​ທີ່​ບັນດາ​ລູກສາວ​ຂອງ​ເຊໂລເຟຮັດ​ເວົ້າ​ນັ້ນ​ຖືກຕ້ອງ​ແລ້ວ. ເຈົ້າ​ຕ້ອງ​ມອບ​ຊັບສົມບັດ​ໃຫ້​ພວກນາງ​ເປັນ​ມໍລະດົກ​ຮ່ວມກັບ​ພີ່ນ້ອງ​ທາງ​ພໍ່ ແລະ ຈົ່ງ​ມອບ​ສ່ວນແບ່ງ​ຂອງ​ພໍ່​ນັ້ນ​ໃຫ້​ແກ່​ພວກນາງ.
8“ຈົ່ງ​ບອກ​ຄົນ​ອິດສະຣາເອນ​ວ່າ, ‘ຖ້າ​ຊາຍ​ໃດ​ຕາຍ​ໄປ ແລະ ບໍ່​ມີ​ລູກຊາຍ, ຈົ່ງ​ມອບ​ມໍລະດົກ​ຂອງ​ລາວ​ໃຫ້​ຜູ້​ເປັນ​ລູກສາວ. 9ຖ້າ​ບໍ່​ມີ​ລູກສາວ, ຈົ່ງ​ມອບ​ມໍລະດົກ​ນັ້ນ​ໃຫ້​ແກ່​ອ້າຍ​ນ້ອງຊາຍ​ຂອງ​ລາວ. 10ຖ້າ​ລາວ​ບໍ່​ມີ​ອ້າຍ ຫລື ນ້ອງຊາຍ, ຈົ່ງ​ມອບ​ມໍລະດົກ​ໃຫ້​ແກ່​ອ້າຍ ຫລື ນ້ອງຊາຍ​ຂອງ​ພໍ່​ຂອງ​ລາວ. 11ຖ້າ​ພໍ່​ຂອງ​ລາວ​ບໍ່​ມີ​ອ້າຍ ຫລື ນ້ອງຊາຍ, ຈົ່ງ​ມອບ​ມໍລະດົກ​ຂອງ​ລາວ​ໃຫ້​ແກ່​ພີ່ນ້ອງ​ໃກ້ຊິດ​ທີ່ສຸດ​ໃນ​ຕະກຸນ​ຂອງ​ລາວ, ເພື່ອ​ລາວ​ຈະ​ໄດ້​ຄອບຄອງ​ມໍລະດົກ​ນັ້ນ. ນີ້​ເປັນ​ຂໍ້ບັງຄັບ​ຂອງ​ກົດບັນຍັດ​ສຳລັບ​ຄົນ​ອິດສະຣາເອນ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ’ ”.
ໂຢຊວຍ​ຮັບ​ໜ້າທີ່​ສືບຕໍ່​ຈາກ​ໂມເຊ
12ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ໄປ​ເທິງ​ພູເຂົາ​ອາບາຣິມ​ນີ້ ແລະ ເບິ່ງ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ຄົນ​ອິດສະຣາເອນ. 13ຫລັງຈາກ​ເຈົ້າ​ໄດ້​ເຫັນ​ດິນແດນ​ນັ້ນ​ແລ້ວ, ເຈົ້າ​ກໍ​ຈະ​ຕາຍ​ໄປ​ຢູ່​ກັບ​ບັນພະບຸລຸດ​ຂອງ​ເຈົ້າ, ເໝືອນ​ດັ່ງ​ອາໂຣນ​ອ້າຍ​ຂອງ​ເຈົ້າ, 14ພວກເຈົ້າ​ທັງສອງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ເຮົາ ບໍ່​ໃຫ້​ກຽດ​ເຮົາ​ໃນ​ຖານະ​ອົງ​ບໍລິສຸດ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ ເມື່ອ​ເວລາ​ຊຸມຊົນ​ໄດ້​ກະບົດ​ໃນ​ເລື່ອງ​ນ້ຳ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ”. (ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ນ້ຳ​ທີ່​ເມຣີບາກາເດັດ​ໃນ​ຖິ່ນແຫ້ງແລ້ງກັນດານ​ຊິນ.)
15ໂມເຊ​ກ່າວ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, 16“ຂໍ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ຜູ້​ໃຫ້​ລົມຫາຍໃຈ​ແກ່​ສິ່ງ​ມີ​ຊີວິດ​ທັງໝົດ, ຂໍ​ໂຜດ​ແຕ່ງຕັ້ງ​ບາງ​ຄົນ​ໃຫ້​ປົກຄອງ​ເໜືອ​ຊຸມຊົນ​ນີ້ 17ຄົນ​ທີ່​ຈະເຂົ້າ​ອອກ​ຕໍ່​ໜ້າ​ພວກເຂົາ ນຳ​ພວກເຂົາ​ອອກ​ໄປ ແລະ ນຳ​ກັບ​ເຂົ້າ​ມາ ເພື່ອ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ​ຈະ​ບໍ່​ເປັນ​ເໝືອນ​ແກະ​ທີ່​ປາດສະຈາກ​ຄົນ​ລ້ຽງດູ”.
18ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ນຳເອົາ​ໂຢຊວຍ​ລູກຊາຍ​ຂອງ​ນູນ, ຊາຍ​ຜູ້​ມີ​ຈິດ​ວິນຍານ​ແຫ່ງ​ການ​ເປັນ​ຜູ້ນຳ#27:18 ຫລື ພຣະວິນຍານ​ຢູ່​ພາຍ​ໃນ​ເຂົ້າ​ມາ, ແລ້ວ​ວາງ​ມື​ຂອງ​ເຈົ້າ​ໃສ່​ລາວ. 19ຈົ່ງ​ໃຫ້​ລາວ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ​ແລ້ວ​ແຕ່ງຕັ້ງ​ລາວ​ຕໍ່ໜ້າ​ຄົນ​ເຫລົ່ານັ້ນ. 20ຈົ່ງ​ມອບ​ສິດອຳນາດ​ຂອງ​ເຈົ້າ​ບາງ​ສ່ວນ​ໃຫ້​ລາວ ເພື່ອ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຊື່ອຟັງ​ລາວ. 21ລາວ​ຈະ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ, ຜູ້​ທີ່​ຈະ​ຂໍ​ຄຳ​ຕັດສິນ​ໃຫ້​ລາວ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ສະຫລາກ​ສັກສິດ#27:21 ພາສາ​ເຮັບເຣີ​ວ່າ ອູຣິມ ເມື່ອ​ປະໂລຫິດ​ເອເລອາຊາ​ສັ່ງ​ໃຫ້​ອອກ​ໄປ ໂຢຊວຍ ແລະ ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ຈະ​ອອກ​ໄປ ແລະ ເມື່ອ​ປະໂລຫິດ​ເອເລອາຊາ​ສັ່ງ​ໃຫ້​ເຂົ້າ​ມາ ພວກເຂົາ​ກໍ​ຈະ​ເຂົ້າ​ມາ”.
22ໂມເຊ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ. ເພິ່ນ​ໄດ້​ນຳເອົາ​ໂຢຊວຍ​ມາ​ຢືນ​ຢູ່​ຕໍ່ໜ້າ​ປະໂລຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ. 23ແລ້ວ​ເພິ່ນ​ຈຶ່ງ​ວາງ​ມື​ໃສ່​ໂຢຊວຍ ແລະ ແຕ່ງຕັ້ງ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ແນະນຳ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in