ຈົດບັນຊີ 24
24
1ບັດນີ້ເມື່ອບາລາອາມເຫັນວ່າພຣະເຈົ້າຢາເວພໍໃຈທີ່ຈະອວຍພອນອິດສະຣາເອນແລ້ວ, ລາວກໍບໍ່ໄດ້ໄປເບິ່ງໂຊກເບິ່ງລາງເໝືອນຄັ້ງກ່ອນໆ, ແຕ່ຫັນໜ້າຂອງລາວໄປສູ່ຖິ່ນແຫ້ງແລ້ງກັນດານ. 2ເມື່ອບາລາອາມຫລຽວອອກໄປກໍເຫັນອິດສະຣາເອນແຍກຕັ້ງທີ່ພັກອາໄສຕາມເຜົ່າ, ພຣະວິນຍານຂອງພຣະເຈົ້າກໍມາຢູ່ເທິງບາລາອາມ 3ແລະ ລາວຈຶ່ງກ່າວຄຳທຳນວາຍຂອງພຣະອົງວ່າ:
“ຄຳທຳນວາຍຂອງບາລາອາມລູກຊາຍຂອງເບອໍ,
ຄຳທຳນວາຍຂອງຜູ້ມີຕາສະຫວ່າງ,
4ຄຳທຳນວາຍຂອງຜູ້ໄດ້ຍິນຖ້ອຍຄຳຂອງພຣະເຈົ້າ,
ຜູ້ເຫັນນິມິດຈາກອົງຜູ້ມີລິດອຳນາດຍິ່ງໃຫຍ່,#24:4 ພາສາເຮັບເຣີວ່າ: ຊາດາຍ ເໝືອນກັນກັບໃນຂໍ້ 16
ຜູ້ລົ້ມລົງນອນຂ້ວມ ແລະ ຕາໄດ້ເປີດອອກ:
5“ຢາໂຄບ! ບັນດາເຕັນຂອງທ່ານຊ່າງງາມແທ້,
ອິດສະຣາເອນ, ທີ່ຢູ່ອາໄສຂອງທ່ານງາມຫລາຍ!
6“ພວກເຂົາແຜ່ກະຈາຍອອກໄປດັ່ງຮ່ອມພູ,
ດັ່ງສວນທີ່ຢູ່ແຄມແມ່ນ້ຳ,
ດັ່ງຕົ້ນເກດສະໜາທີ່ພຣະເຈົ້າຢາເວປູກໄວ້,
ດັ່ງຕົ້ນໄມ້ສີດາທີ່ຢູ່ແຄມນ້ຳ.
7ນ້ຳຈະໄຫລລົ້ນຈາກຖັງຂອງພວກເຂົາ;
ເມັດພືດຂອງພວກເຂົາຈະມີນ້ຳຢ່າງອຸດົມສົມບູນ.
“ກະສັດຂອງພວກເຂົາຈະຍິ່ງໃຫຍ່ກວ່າອາກັກ;
ອານາຈັກຂອງພວກເຂົາໄດ້ຮັບການຍົກສູງ.
8“ພຣະເຈົ້າໄດ້ນຳເອົາພວກເຂົາອອກມາຈາກເອຢິບ;
ພວກເຂົາມີກຳລັງເໝືອນງົວປ່າ.
ພວກເຂົາທຳລາຍຊົນຊາດຕ່າງໆທີ່ເປັນສັດຕູ
ແລະ ຫັກກະດູກຂອງພວກເຂົາເປັນຕ່ອນໆ;
ພວກເຂົາສຽບແທງຄົນເຫລົ່ານັ້ນດ້ວຍລູກທະນູ.
9ພວກເຂົາລົ້ມຕົວລົງນອນເໝືອນດັ່ງນາງພະຍາສິງ
ຄ້າຍນາງສິງຜູ້ໃດກ້າກຸກກວນພວກເຂົາໄດ້?
“ຂໍໃຫ້ຜູ້ທີ່ອວຍພອນທ່ານໄດ້ຮັບພອນ
ແລະ ໃຫ້ຜູ້ທີ່ສາບແຊ່ງທ່ານຖືກສາບແຊ່ງ!”
10ແລ້ວບາຫລາກກໍ່ເກີດຄວາມໃຈຮ້າຍຕໍ່ບາລາອາມ. ເພິ່ນທຸບກຳປັ້ນຕົນເອງ ແລະ ເວົ້າຕໍ່ບາລາອາມວ່າ, “ເຮົາໄດ້ເອີ້ນເອົາເຈົ້າມາເພື່ອສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າໄດ້ອວຍພອນພວກເຂົາເຖິງສາມຄັ້ງ. 11ຈົ່ງໜີໄປດຽວນີ້ ແລະ ກັບບ້ານໄປ! ເຮົາເວົ້າແລ້ວວ່າເຮົາຈະໃຫ້ລາງວັນເຈົ້າຢ່າງງົດງາມ, ແຕ່ພຣະເຈົ້າຢາເວໄດ້ຂັດຂວາງບໍ່ໃຫ້ໄດ້ຮັບລາງວັນ”.
12ບາລາອາມຕອບບາຫລາກວ່າ, “ຂ້າພະເຈົ້າບໍ່ໄດ້ບອກຜູ້ສົ່ງຂ່າວທີ່ທ່ານສົ່ງໄປຫາຂ້າພະເຈົ້າບໍວ່າ, 13‘ເຖິງແມ່ນວ່າບາຫລາກຈະມອບເງິນ ແລະ ຄຳທັງໝົດໃນລາຊະວັງຂອງເພິ່ນໃຫ້ຂ້າພະເຈົ້າກໍຕາມ, ຂ້າພະເຈົ້າກໍບໍ່ສາມາດເຮັດສິ່ງໃດຕາມໃຈມັກຂອງຂ້າພະເຈົ້າໄດ້, ບໍ່ວ່າດີ ຫລື ຮ້າຍ, ບໍ່ສາມາດທີ່ຈະໄປໄກເກີນຄຳສັ່ງຂອງພຣະເຈົ້າຢາເວໄດ້ ແລະ ຂ້າພະເຈົ້າຕ້ອງເວົ້າໃນສິ່ງທີ່ພຣະເຈົ້າຢາເວກ່າວເທົ່ານັ້ນ’? 14ບັດນີ້ ຂ້າພະເຈົ້າຈະກັບຄືນໄປຫາປະຊາຊົນຂອງຂ້າພະເຈົ້າ, ແຕ່ຂໍເຕືອນທ່ານເຖິງສິ່ງທີ່ປະຊາຊົນເຫລົ່ານີ້ຈະເຮັດແກ່ປະຊາຊົນຂອງທ່ານໃນວັນຂ້າງໜ້າ”.
ຄຳທຳນວາຍຄັ້ງທີສີ່ຂອງບາລາອາມ
15ແລ້ວເພິ່ນຈຶ່ງກ່າວຄຳທຳນວາຍຂອງເພິ່ນວ່າ:
“ຄຳທຳນວາຍຂອງບາລາອາມລູກຊາຍຂອງເບອໍ,
ຄຳທຳນວາຍຂອງຜູ້ມີຕາສະຫວ່າງ,
16ຄຳທຳນວາຍຂອງຜູ້ໄດ້ຍິນຖ້ອຍຄຳຂອງພຣະເຈົ້າ,
ຜູ້ມີຄວາມຮູ້ຈາກຜູ້ສູງສຸດ,
ຜູ້ເຫັນນິມິດຈາກອົງຜູ້ມີລິດອຳນາດຍິ່ງໃຫຍ່,
ຜູ້ລົ້ມລົງ ແລ້ວຕາໄດ້ເປີດອອກແລ້ວ:
17“ຂ້າພະເຈົ້າເຫັນເພິ່ນ, ແຕ່ບໍ່ແມ່ນຂະນະນີ້
ຂ້າພະເຈົ້າເບິ່ງເຫັນ, ແຕ່ບໍ່ແມ່ນໄລຍະໃກ້.
ດາວດວງໜຶ່ງຈະອອກມາຈາກຢາໂຄບ;
ໄມ້ຄາທາອັນໜຶ່ງຈະຂຶ້ນມາຈາກອິດສະຣາເອນ.
ຜູ້ນັ້ນຈະຍ່ອງໜ້າຜາກຂອງໂມອາບ,
ແລະ ທຸບກະໂຫລກຫົວ#24:17 ສະບັບຊາມາຣີຕັນເພັນເຕຕຸຍ (ເບິ່ງຄືກັນ ຢມຢ 48:45); ຄວາມໝາຍຂອງຄຳໃນພາສາເຮັບເຣີບໍ່ຊັດເຈນ.ຂອງ#24:17 ຫລື ເປັນໄປໄດ້ວ່າໂມອາບ ປະທະເຊື້ອສາຍຂອງເຊດ#24:17 ຫລື ຂອງຜູ້ໂອ້ອວດສຽງດັງທັງຫລາຍ.
18ເອໂດມຈະຖືກພ່າຍແພ້;
ເສອີ, ສັດຕູຂອງເຂົາ, ກໍຈະຖືກພ່າຍແພ້,
ແຕ່ອິດສະຣາເອນຈະເຂັ້ມແຂງຂຶ້ນ
19ຈະມີຜູ້ປົກຄອງຜູ້ໜຶ່ງອອກມາຈາກຢາໂຄບ
ແລະ ຈະທຳລາຍຜູ້ທີ່ລອດຊີວິດຂອງເມືອງນັ້ນ”.
ຄຳທຳນວາຍຄັ້ງທີຫ້າຂອງບາລາອາມ
20ຈາກນັ້ນບາລາອາມແນມເບິ່ງຊາວອາມາເຫລັກ ແລະ ກ່າວຄຳທຳນວາຍຂອງເພິ່ນວ່າ:
“ອາມາເຫລັກເປັນທີໜຶ່ງໃນທ່າມກາງປະຊາຊາດຕ່າງໆ,
ແຕ່ບັ້ນປາຍພວກເຂົາຈະພັງພິນາດ”.
ຄຳທຳນວາຍຄັ້ງທີຫົກຂອງບາລາອາມ
21ແລ້ວເຂົາກໍ່ແນມເບິ່ງຊາວເກນິດ ແລະ ກ່າວຄຳທຳນວາຍວ່າ:
“ບ່ອນທີ່ພວກເຈົ້າອາໄສຢູ່ກໍໝັ້ນຄົງ,
ຮັງຂອງພວກເຈົ້າກໍ່ຕັ້ງຢູ່ທີ່ຫລືບຫີນ;
22ແຕ່ພວກເຈົ້າຊາວເກນິດຈະຖືກທຳລາຍ
ເມື່ອອັດຊູເຣຈັບພວກເຈົ້າໄປເປັນຊະເລີຍ”.
ຄຳທຳນວາຍຄັ້ງທີເຈັດຂອງບາລາອາມ
23ແລ້ວບາລາອາມກໍກ່າວຄຳທຳນວາຍຂອງເພິ່ນວ່າ:
“ອະນິຈັງ! ມີຜູ້ໃດຈະມີຊີວິດຢູ່ໄດ້ເມື່ອພຣະເຈົ້າກະທຳເຊັ່ນນີ້?
24ເຮືອຈະມາຈາກຝັ່ງທະເລຂອງໄຊປຣັດ;
ແລະ ພວກເຂົາຈະເອົາຊະນະທັງອັດຊູເຣ ແລະ ເອເບ,
ແຕ່ພວກເຂົາກໍຈະຈິບຫາຍໄປເຊັ່ນກັນ”.
25ແລ້ວບາລາອາມກໍລຸກຂຶ້ນ ແລະ ກັບເມືອທີ່ຢູ່ຂອງຕົນ, ແລະ ບາຫລາກກໍໄປຕາມທາງຂອງຕົນ.
Currently Selected:
ຈົດບັນຊີ 24: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: