ຈົດບັນຊີ 12
12
ມີຣີອາມ ແລະ ອາໂຣນຕໍ່ຕ້ານໂມເຊ
1ມີຣີອາມ ແລະ ອາໂຣນໄດ້ເລີ່ມຕົ້ນກ່າວຕໍ່ຕ້ານໂມເຊ ເພາະໂມເຊໄດ້ແຕ່ງງານ ແລະ ມີເມຍເປັນຊາວກູເຊ. 2ພວກເຂົາຖາມວ່າ, “ພຣະເຈົ້າຢາເວກ່າວຜ່ານພຽງໂມເຊເທົ່ານັ້ນບໍ? ພຣະອົງບໍ່ໄດ້ກ່າວຜ່ານພວກເຮົານຳບໍ?” ແລະ ພຣະເຈົ້າຢາເວໄດ້ຍິນສິ່ງນີ້.
3(ໂມເຊນັ້ນເປັນຄົນຖ່ອມຕົວຫລາຍ, ຖ່ອມຕົວຍິ່ງກວ່າຄົນໃດໆເທິງແຜ່ນດິນໂລກ.)
4ທັນໃດນັ້ນພຣະເຈົ້າຢາເວກ່າວແກ່ໂມເຊ, ອາໂຣນ ແລະ ມີຣີອາມວ່າ, “ພວກເຈົ້າທັງສາມຈົ່ງອອກມາທີ່ເຕັນນັດພົບ”. ແລ້ວພວກເຂົາທັງສາມຈຶ່ງອອກມາ. 5ແລ້ວພຣະເຈົ້າຢາເວໄດ້ລົງມາເທິງເສົາເມກ; ພຣະອົງຢືນຢູ່ທີ່ທາງເຂົ້າຫໍເຕັນ ແລະ ເອີ້ນອາໂຣນກັບມີຣີອາມ. ແລ້ວທັງສອງກໍ່ຍ່າງກ້າວອອກມາທາງໜ້າ, 6ພຣະອົງກ່າວວ່າ, “ຈົ່ງຟັງຖ້ອຍຄຳຂອງເຮົາ:
“ເມື່ອມີຜູ້ທຳນວາຍຢູ່ໃນທ່າມກາງພວກເຈົ້າ,
ເຮົາຄືພຣະເຈົ້າຢາເວ, ເຮົາເປີດເຜີຍເຮົາເອງແກ່ພວກເຂົາໃນທາງນິມິດ,
ເຮົາກ່າວກັບພວກເຂົາໃນທາງຄວາມຝັນ.
7ແຕ່ກັບໂມເຊຜູ້ຮັບໃຊ້ຂອງເຮົາບໍ່ເປັນເຊັ່ນນັ້ນ;
ລາວສັດຊື່ກວ່າຄົນໃດໃນວິຫານຂອງເຮົາ.
8ເຮົາເວົ້າກັບລາວໜ້າຕໍ່ໜ້າ,
ຢ່າງຊັດເຈນ ແລະ ບໍ່ເປັນປິດສະໜາ;
ລາວໄດ້ເຫັນຮູບຊົງຂອງພຣະເຈົ້າຢາເວ.
ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວ
ທີ່ຈະເວົ້າໂຈມຕີໂມເຊຜູ້ຮັບໃຊ້ຂອງເຮົາ?”
9ຄວາມໂກດຮ້າຍຂອງພຣະເຈົ້າຢາເວລຸກໄໝ້ສູ່ພວກເຂົາ, ແລ້ວພຣະອົງກໍຈາກພວກເຂົາໄປ.
10ເມື່ອເມກທີ່ຢູ່ເໜືອຫໍເຕັນເລື່ອນຂຶ້ນ, ມີຣີອາມກໍເປັນພະຍາດຂີ້ທູດ#12:10 ພາສາເຮັບເຣີສຳລັບ ພະຍາດຂີ້ທູດຖືກນຳໃຊ້ສຳລັບພະຍາດຫລາຍໆຢ່າງທີ່ກະທົບກະເທືອນຜິວ ຜິວໜັງຂອງລາວກໍ່ກາຍເປັນດ່າງຂາວດັ່ງຫິມະ. ອາໂຣນຫັນໄປຫານາງ ແລະ ເຫັນວ່າມີຣີອາມເປັນພະຍາດຜີວໜັງທີ່ເປັນມົນທິນ, 11ແລະ ລາວຈຶ່ງກ່າວກັບໂມເຊວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍຢ່າໄດ້ຖືໂທດບາບທີ່ພວກເຮົາໄດ້ເຮັດໂດຍຄວາມໂງ່ນີ້. 12ຂໍຢ່າປ່ອຍໃຫ້ມີຣີອາມເປັນເໝືອນເດັກນ້ອຍທີ່ຫລຸອອກມາຈາກທ້ອງແມ່ດ້ວຍຮ່າງກາຍທີ່ຖືກກັດກິນໄປແລ້ວເຄິ່ງໜຶ່ງ”.
13ໂມເຊຈຶ່ງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າ, ຂໍໂຜດຮັກສານາງດ້ວຍ!”
14ພຣະເຈົ້າຢາເວກ່າວຕອບໂມເຊວ່າ, “ຖ້າພໍ່ຂອງນາງຖົ່ມນ້ຳລາຍໃສ່ໜ້ານາງ, ນາງຈະບໍ່ໄດ້ຮັບຄວາມອັບອາຍເຈັດວັນບໍ? ສະນັ້ນຈົ່ງກັກນາງໄວ້ນອກຄ້າຍພັກເຈັດວັນ; ຫລັງຈາກນັ້ນຈຶ່ງນຳນາງກັບຄືນມາໄດ້”. 15ດັ່ງນັ້ນມີຣີອາມຈຶ່ງຖືກກັກໄວ້ນອກທີ່ພັກອາໄສເຈັດວັນ ແລະ ປະຊາຊົນບໍ່ໄດ້ອອກເດີນທາງຈົນກວ່ານາງກັບເຂົ້າມາອີກ.
16ຫລັງຈາກນັ້ນ ປະຊາຊົນກໍອອກຈາກຮາເຊໂຣດ ແລະ ມາຕັ້ງຄ້າຍພັກໃນຖິ່ນແຫ້ງແລ້ງປາຣານ.
Currently Selected:
ຈົດບັນຊີ 12: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: