ນາຮູມ 3
3
ວິບັດແກ່ນີເນເວ
1ວິບັດແກ່ເມືອງທີ່ເຕັມໄປດ້ວຍເລືອດ,
ເຊິ່ງເຕັມໄປດ້ວຍການຕົວະ,
ເຕັມໄປດ້ວຍການປຸ້ນຈີ້,
ບໍ່ເຄີຍຂາດເຫຍື່ອ!
2ສຽງໄມ້ແສ້ຟາດ,
ສຽງລໍ້ລົດ!
ສຽງມ້າແລ່ນ
ແລະ ສຽງລົດມ້າທີ່ສັ່ນສະເທືອນ!
3ທະຫານມ້າເຂົ້າປະທະກັນ,
ດາບທີ່ເຫລື້ອມ
ແລະ ຫອກທີ່ສ່ອງແສງ!
ມີຜູ້ບາດເຈັບລົ້ມຕາຍຫລາຍຄົນ,
ມີກອງຊາກສົບ,
ສົບກໍນັບບໍ່ຖ້ວນ,
ຄົນທັງຫລາຍຍ່າງເຕະສະດຸດສົບ
4ທັງໝົດນີ້ແມ່ນຍ້ອນຕັນຫາອັນປ່າເຖື່ອນຂອງຍິງໂສເພນີ,
ຜູ້ຍົວະເຍົ້າ, ເປັນເຈົ້າແຫ່ງມົນສະເໜ່,
ຜູ້ເຮັດໃຫ້ປະຊາຊາດທັງຫລາຍຕົກເປັນຂ້າທາດໂດຍການຂາຍໂຕຂອງນາງ
ແລະ ຄົນທັງຫລາຍດ້ວຍເວດມົນຂອງນາງ.
5ພຣະເຈົ້າຢາເວຜູ້ມີລິດອຳນາດໄດ້ປະກາດວ່າ, “ເຮົາເປັນສັດຕູກັບເຈົ້າ.
ເຮົາຈະເປີດກະໂປ່ງຂອງເຈົ້າຄຸມໜ້າເຈົ້າ.
ເຮົາຈະເຜີຍຄວາມເປືອຍກາຍຂອງເຈົ້າໃຫ້ປະຊາຊາດທັງຫລາຍເຫັນ
ແລະ ໃຫ້ອານາຈັກຕ່າງໆໄດ້ເຫັນຄວາມໜ້າອັບອາຍຂອງເຈົ້າ.
6ເຮົາຈະສາດຂອງສົກກະປົກໃສ່ເຈົ້າ,
ເຮົາຈະເຮັດກັບເຈົ້າຢ່າງດູຖູກ
ແລະ ປະຈານເຈົ້າ.
7ທຸກຄົນທີ່ເຫັນເຈົ້າຈະໜີໄປຈາກເຈົ້າ ແລະ ເວົ້າວ່າ,
‘ນີເນເວຈິບຫາຍແລ້ວ ຜູ້ໃດຈະໄວ້ທຸກໃຫ້ແກ່ນາງ?’
ເຮົາຈະຫາຄົນມາໜູນໃຈເຈົ້າໄດ້ຈາກໃສ?”
8ເຈົ້າດີກວ່າເທເບັດບໍ,
ເຊິ່ງຢູ່ແຄມຝັ່ງແມ່ນ້ຳນິນ
ແລະ ມີນ້ຳອ້ອມຮອບນາງບໍ?
ແມ່ນ້ຳເປັນປ້ອມປ້ອງກັນຂອງນາງ,
ນ້ຳເປັນກຳແພງຂອງນາງ.
9ກູເຊ#3:9 ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ ແລະ ເອຢິບເປັນກຳລັງອັນບໍ່ຈຳກັດໃຫ້ນາງ
ພູດ ແລະ ລີເບຍກໍເປັນພັນທະມິດຂອງນາງ.
10ເຖິງປານນັ້ນນາງກໍຕ້ອງຕົກເປັນເມືອງຂຶ້ນ
ແລະ ຖືກກວາດໄປເປັນຊະເລີຍ.
ລູກນ້ອຍຂອງນາງຖືກຈັບຟາດເປັນຕ່ອນໆ
ຢູ່ທີ່ທຸກແຈຂອງຖະໜົນ.
ພວກເຂົາຈັບສະຫລາກແບ່ງຂຸນນາງຂອງນາງ,
ແລະ ຜູ້ນຳທັງໝົດຂອງນາງຖືກລ່າມໂສ້ໄວ້.
11ເຈົ້າກໍຈະມຶນເມົາເໝືອນກັນ;
ເຈົ້າຈະເຂົ້າໄປຫລົບລີ້
ແລະ ສະແຫວງຫາບ່ອນລີ້ໄພຈາກສັດຕູ.
12ປ້ອມປ້ອງກັນທັງໝົດຂອງເຈົ້າເປັນກັບເໝືອນຕົ້ນໝາກເດື່ອ
ທີ່ມີໝາກສຸກລຸ້ນທຳອິດ;
ເມື່ອກົກມັນຖືກສັ່ນ,
ໝາກເດື່ອກໍຫລົ່ນເຂົ້າປາກຂອງຄົນກິນ.
13ເບິ່ງກອງທະຫານຂອງເຈົ້າ
ພວກເຂົາລ້ວນແຕ່ເປັນດັ່ງແມ່ຍິງ.
ບັນດາປະຕູເມືອງຂອງດິນແດນຂອງເຈົ້າ
ເປີດກວ້າງຮັບບັນດາສັດຕູຂອງເຈົ້າ;
ໄຟໄດ້ເຜົາກາດປະຕູທັງຫລາຍແລ້ວ.
14ຈົ່ງຕັກນ້ຳຕຽມໄວ້ເພາະຈະຖືກລ້ອມເມືອງ
ຈົ່ງເສີມເຄື່ອງປ້ອງກັນເມືອງ!
ນວດດິນໜຽວ,
ຢຽບປູນ.
ແລະ ສ້ອມແປງສິ່ງທີ່ສ້າງດ້ວຍດິນຈີ່!
15ບ່ອນນັ້ນໄຟຈະເຜົາໄໝ້ເຈົ້າ;
ດາບຈະຕັດເຈົ້າລົງ
ມັນຈະກັດກິນເຈົ້າເໝືອນກັບຕັກແຕນ.
ຈົ່ງເພີ່ມຈຳນວນຄົນໃຫ້ຫລາຍເໝືອນຕັກແຕນ
ທະວີຈຳນວນຂຶ້ນເໝືອນຝູງຕັກແຕນ!
16ເຈົ້າໄດ້ເພີ່ມຈຳນວນພໍ່ຄ້າຂອງເຈົ້າ
ຈົນພວກເຂົາມີຈຳນວນຫລາຍຂຶ້ນກວ່າດາວເທິງທ້ອງຟ້າ,
ແຕ່ພວກເຂົາກໍເໝືອນກັບຕັກແຕນທີ່ພວກມັນກັດກິນຈົນຈົນໝົດແຜ່ນດິນ
ແລະ ແລ້ວກໍບິນໜີໄປ.
17ບັນດາຄົນເຝົ້າຍາມຂອງເຈົ້າເໝືອນດັ່ງຕັກແຕນ,
ບັນດາຂ້າລາຊະການຂອງເຈົ້າເໝືອນດັ່ງຝູງຕັກແຕນ
ເຊິ່ງເກາະຢູ່ທີ່ກຳແພງໃນມື້ອາກາດໜາວ
ແຕ່ເມື່ອດວງຕາເວັນປາກົດຂຶ້ນພວກມັນກໍບິນໜີໄປໝົດ,
ແລະ ບໍ່ມີຜູ້ໃດຮູ້ວ່າໄປໃສ.
18ກະສັດແຫ່ງອັດຊີເຣຍ, ບັນດາຄົນລ້ຽງແກະ#3:18 ຫລື ບັນດາຜູ້ປົກຄອງຂອງເຈົ້າໄດ້ນອນຫລັບຢູ່;
ພວກເຈົ້ານາຍຂອງເຈົ້າກໍໄດ້ເອນກາຍລົງພັກຜ່ອນ.
ປະຊາຊົນຂອງເຈົ້າກໍກະຈັດກະຈາຍໄປຕາມພູເຂົາຕ່າງໆ
ບໍ່ມີຜູ້ໃດຮວບຮວມພວກເຂົາ.
19ບໍ່ມີສິ່ງໃດສາມາດຮັກສາບາດແຜຂອງເຈົ້າໄດ້;
ບາດແຜຂອງເຈົ້າກໍເປັນອັນຕະລາຍເຖິງຕາຍ.
ທຸກຄົນທີ່ໄດ້ຍິນຂ່າວກ່ຽວກັບເຈົ້າ
ກໍຕົບມືຂອງຕົນທີ່ເຈົ້າຫລົ້ມຈົມ.
ເພາະມີຜູ້ໃດແດ່ທີ່ບໍ່ຮູ້ສຶກ
ເຖິງຄວາມໂຫດຮ້າຍທີ່ບໍ່ມີສິ້ນສຸດຂອງເຈົ້າ?
Currently Selected:
ນາຮູມ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: