YouVersion Logo
Search Icon

ນາຮູມ 1

1
1ຄຳທຳນວາຍ​ກ່ຽວກັບ​ນະຄອນ​ນີເນເວ. ໜັງສື​ແຫ່ງ​ນິມິດ​ຂອງ​ນາຮູມ​ຊາວ​ແອນໂກດ.
ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ນີເນເວ
2ພຣະເຈົ້າ​ຢາເວ​ເປັນ​ພຣະເຈົ້າ​ຜູ້​ຫຶງຫວງ ແລະ ເຮັດ​ການ​ແກ້ແຄ້ນ;
ພຣະເຈົ້າ​ໄດ້​ແກ້ແຄ້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ.
ພຣະເຈົ້າ​ໄດ້​ແກ້ແຄ້ນ​ບັນດາ​ສັດຕູ​ຂອງ​ພຣະອົງ
ແລະ ໄດ້​ລະບາຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ບັນດາ​ສັດຕູ​ຂອງ​ພຣະອົງ.
3ພຣະເຈົ້າ​ຢາເວ​ບໍ່​ຮ້າຍ​ງ່າຍ ແລະ ມີ​ອຳນາດ​ຍິ່ງໃຫຍ່
ພຣະເຈົ້າ​ຢາເວ​ຈະ​ບໍ່​ປ່ອຍ​ຄົນ​ຜິດ​ໄປ​ໂດຍ​ບໍ່​ໄດ້​ຮັບ​ໂທດ.
ພຣະອົງ​ສະແດງ​ທາງ​ຂອງ​ພຣະອົງ​ຢູ່​ໃນ​ພະຍຸ​ໝຸນ ແລະ ໃນ​ລົມ​ພະຍຸ
ແລະ ເມກ​ນັ້ນ​ເປັນ​ຂີ້​ຝຸ່ນດິນ​ຈາກ​ຕີນ​ຂອງ​ພຣະອົງ.
4ພຣະອົງ​ສັ່ງ​ທະເລ ແລະ ເຮັດ​ໃຫ້​ມັນ​ແຫ້ງ​ລົງ.
ພຣະອົງ​ເຮັດ​ໃຫ້​ແມ່ນ້ຳ​ທຸກ​ສາຍ​ແຫ້ງ​ໄປ.
ບາຊານ ແລະ ກາເມນ​ກໍ​ຫ່ຽວແຫ້ງ
ແລະ ບັນດາ​ດອກໄມ້​ທີ່​ເບັ່ງ​ບານ​ຂອງ​ເລບານອນ​ກໍ​ຫລົ່ນ​ລົງ.
5ບັນດາ​ພູເຂົາ​ສັ່ນ​ສະເທືອນ​ຢູ່​ຕໍ່ໜ້າ​ພຣະອົງ
ແລະ ເນີນພູ​ຕ່າງໆ​ກໍ​ພັງ​ທະລາຍ​ລົງ.
ເມື່ອ​ພຣະອົງ​ມາ​ປາກົດ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ,
ໂລກ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ.
6ຜູ້ໃດ​ສາມາດ​ທົນ​ຕໍ່​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ​ໄດ້?
ຜູ້ໃດ​ສາມາດ​ທົນ​ຕໍ່​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ​ໄດ້?
ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ພຸ່ງ​ຂຶ້ນ​ເໝືອນ​ກັບ​ໄຟ;
ຫີນ​ແຕກ​ຫັກ​ຕໍ່ໜ້າ​ພຣະອົງ.
7ພຣະເຈົ້າ​ຢາເວ​ປະເສີດ
ເປັນ​ທີ່​ລີ້ໄພ​ໃນ​ເວລາ​ຫຍຸ້ງຍາກ.
ພຣະອົງ​ຫ່ວງ​ໃຍ​ບັນດາ​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ,
8ແຕ່​ດ້ວຍ​ນ້ຳ​ຖ້ວມ​ໜັກ
ພຣະອົງ​ຈະ​ເຮັດ​ໃຫ້​ນີນາເວ​ສິ້ນສຸດ​ລົງ;
ພຣະອົງ​ຈະ​ໄລ່ຕາມ​ບັນດາ​ສັດຕູ​ຂອງ​ພຣະອົງ​ເຂົ້າ​ສູ່​ຄວາມມືດ.
9ສິ່ງ​ໃດ​ກໍ​ຕາມ​ທີ່​ພວກເຂົາ​ວາງ​ແຜນ​ຕໍ່ສູ້​ພຣະເຈົ້າ​ຢາເວ
ພຣະອົງ​ກໍ​ຈະ​ເຮັດ#1:9 ຫລື ພວກເຈົ້າ​ວາງ​ແຜນ​ຕໍ່ສູ້​ພຣະເຈົ້າ​ຢາເວ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ນຳ​ມັນ​ມາ​ໃຫ້​ໃຫ້​ສິ້ນສຸດ​ລົງ;
ບັນຫາ​ຈະ​ບໍ່​ເກີດ​ຂຶ້ນ​ເປັນ​ຄັ້ງ​ທີ​ສອງ.
10ພວກເຂົາ​ຈະ​ຕິດ​ຢູ່​ໃນ​ທ່າມ​ກາງ​ດົງ​ໜາມ
ແລະ ເມົາ​ດ້ວຍ​ເຫລົ້າອະງຸ່ນ​ຂອງ​ພວກເຂົາ;
ພວກເຂົາ​ຈະ​ຖືກ​ເຜົາ​ໄໝ້​ເໝືອນ​ກັບ​ກໍ​ເຟືອງ​ແຫ້ງ.#1:10 ໃນ​ພາສາ​ເຮັບເຣີ ຂໍ້​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
11ນີເນເວ, ມີ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ
ຜູ້​ທີ່​ວາງ​ແຜນ​ຮ້າຍ​ຕໍ່ສູ້​ພຣະເຈົ້າ​ຢາເວ
ແລະ ວາງ​ແຜນ​ຊົ່ວ.
12ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ກ່າວ​ດັ່ງນີ້:
“ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ພັນທະມິດ ແລະ ມີ​ຈຳນວນ​ຫລາຍ
ພວກເຂົາ​ກໍ​ຈະ​ຖືກ​ທຳລາຍ ແລະ ສູນສິ້ນ​ໄປ.
ຢູດາ​ເອີຍ, ເຖິງ​ແມ່ນ​ເຮົາ​ໃຫ້​ເຈົ້າ​ທຸກ​ທໍລະມານ,
ເຮົາ​ຈະ​ບໍ່​ໃຫ້​ເຈົ້າ​ທໍລະມານ​ອີກ​ຕໍ່​ໄປ.
13ບັດນີ້ ເຮົາ​ຈະ​ຫັກ​ແອກ​ຂອງ​ພວກເຂົາ​ຈາກ​ຄໍ​ຂອງ​ເຈົ້າ
ແລະ ຫັກ​ໂສ້​ຂອງ​ເຈົ້າ​ຖິ້ມ​ໄປ”.
14ນີເນເວ​ເອີຍ, ພຣະເຈົ້າ​ໄດ້​ສັ່ງ​ກ່ຽວ​ກັບ​ເຈົ້າ​ດັ່ງນີ້:
“ເຈົ້າ​ຈະ​ບໍ່​ມີ​ລູກ​ຫລານ​ສືບ​ຕະກຸນ​ຂອງ​ເຈົ້າ.
ເຮົາ​ຈະ​ທຳລາຍ​ຮູບ​ແກະສະຫລັກ ແລະ ຮູບເຄົາລົບ​ທັງ​ຫລາຍ.
ທີ່​ຢູ່​ໃນ​ວິຫານ​ແຫ່ງ​ພະ​ທັງຫລາຍ​ຂອງ​ເຈົ້າ.
ເຮົາ​ຈະ​ຕຽມ​ຂຸມ​ຝັງ​ສົບ​ຂອງ​ເຈົ້າ,
ເພາະ​ເຈົ້າ​ຊົ່ວຊ້າ”.
15ເບິ່ງ​ແມ, ຢູ່​ເທິງ​ພູເຂົາ​ນັ້ນ,
ຕີນ​ຂອງ​ຜູ້​ນຳ​ຂ່າວ​ດີ​ມາ,
ຜູ້​ປະກາດ​ສັນຕິສຸກ!
ຢູດາ​ເອີຍ, ຈົ່ງ​ສະຫລອງ​ເທດສະການ​ຕ່າງໆ​ຂອງ​ເຈົ້າ
ແລະ ເຮັດ​ຕາມ​ຄຳປະຕິຍານ​ຂອງ​ເຈົ້າ.
ຄົນ​ຊົ່ວຮ້າຍ​ຈະ​ບໍ່​ມາ​ຮຸກຮານ​ເຈົ້າ​ອີກ;
ພວກເຂົາ​ຈະ​ຖືກ​ທຳລາຍ​ຈົນ​ໝົດ.

Currently Selected:

ນາຮູມ 1: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in