YouVersion Logo
Search Icon

ມີກາ 4

4
ພູເຂົາ​ຂອງ​ພຣະເຈົ້າ​ຢາເວ
(ອຊຢ 2:1-4)
1ໃນ​ບັ້ນປາຍ
ພູເຂົາ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ຕັ້ງ​ຢູ່​ຈະ​ໄດ້​ຮັບ​ການ​ສະຖາປະນາ
ໃຫ້​ເປັນ​ເອກ​ໃນ​ທ່າມກາງ​ພູເຂົາ​ທັງຫລາຍ;
ວິຫານ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ເໜືອ​ບັນດາ​ເນີນພູ​ທັງຫລາຍ,
ແລະ ຄົນ​ທັງຫລາຍ​ຈະ​ຫລັ່ງໄຫລ​ໄປ​ບ່ອນ​ນັ້ນ.
2ປະຊາຊາດ​ທັງຫລາຍ​ຈະ​ມາ ແລະ ກ່າວ​ວ່າ,
“ຈົ່ງ​ມາ, ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າ​ຢາເວ,
ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ.
ພຣະອົງ​ຈະ​ສອນ​ວິຖີທາງ​ຂອງ​ພຣະອົງ​ໃຫ້​ພວກເຮົາ,
ເພື່ອ​ພວກເຮົາ​ຈະ​ເດີນ​ໃນ​ວິຖີທາງ​ຂອງ​ພຣະອົງ”.
ກົດບັນຍັດ​ຈະ​ອອກ​ມາ​ຈາກ​ຊີໂອນ,
ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ຈະ​ອອກ​ມາ​ຈາກ​ເຢຣູຊາເລັມ.
3ພຣະອົງ​ຈະ​ຕັດສິນ​ຄວາມ​ລະຫວ່າງ​ຊົນຊາດ​ທັງຫລາຍ
ແລະ ຈະ​ຢຸດຕິ​ກໍລະນີ​ຜິດພາດ​ໃຫ້​ຊາດ​ມະຫາ​ອຳນາດ​ທັງຫລາຍ​ທີ່​ຢູ່​ໄກ ແລະ ຢູ່​ໃກ້.
ພວກເຂົາ​ຈະ​ຕີ​ດາບ​ຂອງ​ພວກເຂົາ​ໃຫ້​ເປັນ​ໝາກກະສົບໄຖ
ແລະ ຕີ​ຫອກ​ຂອງ​ພວກເຂົາ​ໃຫ້​ເປັນ​ມີດຕັດ​ກິ່ງໄມ້.
ຊົນຊາດ​ທັງຫລາຍ​ຈະ​ເຊົາ​ສູ້ຮົບ​ກັນ,
ພວກເຂົາ​ຈະ​ບໍ່​ມີ​ການ​ຝຶກ​ສູ້ຮົບ​ອີກ​ຕໍ່​ໄປ,
4ທຸກຄົນ​ຈະ​ນັ່ງ​ຢູ່​ກ້ອງ​ເຄືອອະງຸ່ນ​ຂອງ​ຕົນ​ເອງ
ແລະ ກ້ອງ​ຕົ້ນ​ໝາກເດື່ອ​ຂອງ​ຕົນ​ເອງ,
ແລະ ຈະ​ບໍ່​ມີ​ຜູ້ໃດ​ເຮັດ​ໃຫ້​ພວກເຂົາ​ຢ້ານ,
ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ໄວ້​ແລ້ວ.
5ທຸກ​ຊົນຊາດ​ອາດ​ຈະ​ດຳເນີນ
ໃນ​ນາມ​ຂອງ​ພະ​ຂອງ​ຕົນ,
ສ່ວນ​ພວກເຮົາ​ຈະ​ດຳເນີນ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ
ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດ​ໄປ​ເປັນ​ນິດ.
ແຜນການ​ຂອງ​ພຣະເຈົ້າ​ຢາເວ
6ພຣະເຈົ້າ​ຢາເວ​ປະກາດ​ວ່າ,
“ໃນ​ວັນ​ນັ້ນ, ເຮົາ​ຈະ​ເຕົ້າໂຮມ​ຄົນ​ຂາ​ພິການ;
ເຮົາ​ຈະ​ຮວບຮວມ​ບັນດາ​ຊະເລີຍ
ແລະ ບັນດາ​ຄົນ​ທີ່​ເຮົາ​ໃຫ້​ພົບ​ກັບ​ຄວາມ​ໂສກເສົ້າ.
7ເຮົາ​ຈະ​ໃຫ້​ຄົນ​ຂາ​ພິການ​ເປັນ​ຄົນ​ທີ່​ເຫລືອ​ຢູ່​ຂອງ​ເຮົາ,
ໃຫ້​ບັນດາ​ຄົນ​ທີ່​ຖືກ​ເນລະເທດ​ເປັນ​ຊາດ​ທີ່​ແຂງແຮງ.
ພຣະເຈົ້າ​ຢາເວ​ຈະ​ປົກຄອງ​ພວກເຂົາ​ຢູ່​ໃນ​ພູເຂົາ​ຊີໂອນ
ຕັ້ງແຕ່​ວັນ​ນັ້ນ ແລະ ຕະຫລອດ​ໄປ.
8ສ່ວນ​ເຈົ້າ, ຜູ້​ເປັນ​ຫໍຄອຍ​ເຝົ້າຍາມ​ຂອງ​ຝູງແກະ,
ເປັນ​ທີ່​ໝັ້ນ#4:8 ຫລື ໂນນພູ​ຂອງ​ລູກສາວ​ແຫ່ງ​ຊີໂອນ,#4:8 ຄື ຊາວ​ເຢຣູຊາເລັມ ເຊັ່ນ​ດຽວ​ກັບ​ຂໍ້ 10 ແລະ 13
ອຳນາດ​ເດີມ​ຈະ​ກັບ​ຄືນ​ມາ​ເປັນ​ຂອງ​ເຈົ້າ;
ລູກ​ສາວ​ແຫ່ງ​ເຢຣູຊາເລັມ#4:8 ຄື ຊາວ​ເຢຣູຊາເລັມ​ຈະ​ໄດ້​ຮັບ​ອຳນາດ​ຄອບຄອງ”.
9ດ້ວຍ​ເຫດ​ໃດ​ເຈົ້າ​ຈຶ່ງ​ຮ້ອງ​ສຽງ​ດັງ
ເຈົ້າ​ບໍ່​ມີ​ກະສັດ​ບໍ?
ທີ່​ປຶກສາ​ຂອງ​ເຈົ້າ​ພິນາດ​ໄປ​ແລ້ວ​ບໍ?
ເຈົ້າ​ຈຶ່ງ​ເຈັບ​ປວດ​ເໝືອນ​ແມ່ຍິງ​ກຳລັງ​ເກີດ​ລູກ.
10ລູກສາວ​ແຫ່ງ​ຊີໂອນ, ຈົ່ງ​ດີ້ນ​ດ້ວຍ​ຄວາມ​ເຈັບ​ປວດ,
ເໝືອນ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ,
ເພາະ​ບັດນີ້​ເຈົ້າ​ຈະ​ຕ້ອງ​ຈາກ​ເມືອງ
ໄປ​ຕັ້ງ​ຄ້າຍພັກ​ຢູ່​ກາງ​ທົ່ງນາ.
ເຈົ້າ​ຈະ​ໄປ​ທີ່​ບາບີໂລນ;
ເຈົ້າ​ຈະ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຢູ່​ບ່ອນ​ນັ້ນ.
ພຣະເຈົ້າ​ຢາເວ​ຈະ​ໄຖ່​ເຈົ້າ
ອອກ​ຈາກ​ມື​ຂອງ​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ຢູ່​ບ່ອນ​ນັ້ນ.
11ແຕ່​ບັດນີ້​ຫລາຍ​ຊົນຊາດ
ໄດ້​ຮວມ​ໂຕ​ກັນ​ມາ​ສູ້ຮົບ​ກັບ​ເຈົ້າ.
ພວກເຂົາ​ກ່າວ​ວ່າ, “ໃຫ້​ຊີໂອນ​ເປັນ​ມົນທິນ,
ໃຫ້​ຕາ​ຂອງ​ພວກເຮົາ​ໄດ້​ເບິ່ງ​ຊີໂອນ​ດ້ວຍ​ຄວາມ​ສະໃຈ!”
12ແຕ່​ພວກເຂົາ​ບໍ່​ຮູ້
ຄວາມຄິດ​ຂອງ​ພຣະເຈົ້າ​ຢາເວ;
ພວກເຂົາ​ບໍ່​ເຂົ້າໃຈ​ແຜນການ​ຂອງ​ພຣະອົງ,
ທີ່​ພຣະອົງ​ໄດ້​ຮວບຮວມ​ພວກເຂົາ​ເໝືອນ​ຮວບຮວມ​ຟ່ອນ​ເຂົ້າ​ມາ​ສູ່​ລານ​ຟາດ​ເຂົ້າ.
13“ລູກສາວ​ແຫ່ງ​ຊີໂອນ, ຈົ່ງ​ລຸກ​ຂຶ້ນ​ຟາດ​ເຂົ້າ,
ເພາະ​ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຂົາ​ເປັນ​ເຫລັກ;
ເຮົາ​ຈະ​ໃຫ້​ເຈົ້າ​ມີ​ກີບຕີນ​ເປັນ​ທອງສຳລິດ,
ແລະ ເຈົ້າ​ຈະ​ບົດ​ຫລາຍ​ຊາດ​ໃຫ້​ມຸ່ນ​ໄປ”.
ພວກທ່ານ​ຈະ​ຖວາຍ​ສິ່ງ​ທີ່​ພວກເຂົາ​ໄດ້​ມາ​ໂດຍ​ບໍ່​ຊອບທຳ​ນັ້ນ​ແກ່​ພຣະເຈົ້າ​ຢາເວ,
ຖວາຍ​ຄວາມ​ຮັ່ງມີ​ຂອງ​ພວກເຂົາ​ແກ່​ອົງພຣະຜູ້ເປັນເຈົ້າ​ແຫ່ງ​ໂລກ​ນີ້​ທັງໝົດ.

Currently Selected:

ມີກາ 4: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in