YouVersion Logo
Search Icon

ລະບຽບພວກເລວີ 7

7
ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ
1“ ‘ຕໍ່ໄປ​ນີ້​ເປັນ​ກົດລະບຽບ​ກ່ຽວກັບ​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ ເຊິ່ງ​ບໍລິສຸດ​ທີ່ສຸດ​ຄື: 2ສັດ​ທີ່​ນຳ​ມາ​ຖວາຍ​ເປັນ​ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມ​ຜິດ​ຈະ​ຕ້ອງ​ຖືກ​ຂ້າ​ໃນ​ບ່ອນ​ສຳລັບ​ຂ້າສັດ​ເປັນ​ເຄື່ອງເຜົາບູຊາ ແລະ ໃຫ້​ຊິດ​ເລືອດ​ຂອງ​ສັດ​ນັ້ນ​ໃສ່​ທຸກ​ດ້ານ​ຂອງ​ແທ່ນບູຊາ. 3ໄຂມັນ​ທັງໝົດ​ຈະ​ຕ້ອງ​ຖືກ​ນຳມາ​ຖວາຍ​ເຊັ່ນ: ໄຂມັນ​ສ່ວນ​ຫາງ ແລະ ໄຂມັນ​ຫຸ້ມ​ເຄື່ອງໃນ, 4ໝາກໄຂ່ຫລັງ​ທັງ​ສອງ​ໜ່ວຍ​ພ້ອມ​ກັບ​ໄຂມັນ​ຫຸ້ມ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ ເຊິ່ງ​ຈະ​ຕ້ອງ​ເອົາ​ອອກ​ພ້ອມ​ກັບ​ໝາກໄຂ່ຫລັງ. 5ປະໂລຫິດ​ຈະ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນບູຊາ​ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ. 6ມີ​ແຕ່​ຜູ້ຊາຍ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ຈະ​ກິນ​ສິ່ງ​ນັ້ນ​ໄດ້, ແຕ່​ຈະ​ຕ້ອງ​ກິນ​ໃນ​ບໍລິເວນ​ສະຖານ​ນະມັດສະການ; ເພາະ​ເປັນ​ຂອງ​ບໍລິສຸດ​ທີ່ສຸດ.
7“ ‘ກົດ​ອັນ​ດຽວ​ກັນ​ນີ້​ທີ່​ໃຊ້​ໄດ້​ທັງ​ເຄື່ອງບູຊາ​ໄຖ່​ບາບ#7:7 ຫລື ເຄື່ອງບູຊາ​ລຶບລ້າງ​ບາບ ແລະ ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ​ຄື: ເຄື່ອງບູຊາ​ທີ່​ປະໂລຫິດ​ຖວາຍ​ເພື່ອ​ລຶບລ້າງ​ບາບ​ແມ່ນ​ມອບ​ໃຫ້​ເປັນ​ອາຫານ​ຂອງ​ປະໂລຫິດ. 8ປະໂລຫິດ​ຜູ້​ທີ່​ຖວາຍ​ເຄື່ອງເຜົາ​ບູຊາ​ຈະ​ໄດ້​ຮັບ​ໜັງ​ຂອງ​ສັດ​ດ້ວຍ. 9ປະໂລຫິດ​ຜູ້​ທີ່​ຖວາຍ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກ​ຢ່າງ​ຈະ​ໄດ້​ຮັບ​ສ່ວນ​ທີ່​ເຫລືອ​ເມື່ອ​ພິທີ​ສຳເລັດ​ແລ້ວ ບໍ່​ວ່າ​ຈະ​ເປັນ​ພືດຜົນ​ເປັນ​ເມັດ​ທີ່​ອົບ​ໃນ​ເຕົາອົບ ຫລື ຈືນ​ໃສ່​ໝໍ້ກະທະ ຫລື ປີ້ງ​ໃສ່​ເຫລັກປີ້ງ, 10ແລະ ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກຢ່າງ, ບໍ່​ວ່າ​ຈະ​ປະສົມ​ກັບ​ນ້ຳມັນ​ໝາກກອກ ຫລື ຍັງ​ແຫ້ງ​ຢູ່, ທັງໝົດ​ນັ້ນ​ເປັນ​ຂອງ​ບັນດາ​ລູກຊາຍ​ຂອງ​ອາໂຣນ​ທຸກຄົນ​ຢ່າງ​ເທົ່າ​ກັນ.
ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ
11“ ‘ຕໍ່ໄປ​ນີ້​ແມ່ນ​ກົດລະບຽບ​ກ່ຽວກັບ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ເຊິ່ງ​ຜູ້ໃດ​ຈະ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ມີ​ດັ່ງ​ນີ້:
12“ ‘ຖ້າ​ພວກເຂົາ​ຖວາຍ​ເປັນ​ເຄື່ອງບູຊາ​ເພື່ອ​ຂອບພຣະຄຸນ, ກໍ​ໃຫ້​ຜູ້​ນັນ​ນຳເອົາ​ເຂົ້າຈີ່​ກ້ອນ​ໜາ​ທີ່​ບໍ່​ມີ​ເຊື້ອແປ້ງ​ປະສົມ​ດ້ວຍ​ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ແຜ່ນ​ບາງ​ບໍ່​ໃສ່​ເຊື້ອແປ້ງ​ທາ​ນ້ຳມັນ ແລະ ເຂົ້າຈີ່​ກ້ອນ​ໜາ​ທີ່​ເຮັດ​ດ້ວຍ​ແປ້ງ​ລະອຽດ​ນວດ​ຢ່າງດີ​ປະສົມ​ໃສ່​ນ້ຳມັນ. 13ໃຫ້​ນຳ​ເຂົ້າຈີ່​ໃສ່​ເຊື້ອແປ້ງ​ມາ​ຖວາຍ​ພ້ອມ​ກັບ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ເປັນ​ເຄື່ອງບູຊາ​ເພື່ອ​ຂອບພຣະຄຸນ. 14ພວກເຂົາ​ຈະ​ຕ້ອງ​ນຳ​ສ່ວນ​ໜຶ່ງ​ຈາກ​ເຄື່ອງບູຊາ​ແຕ່​ລະ​ຊະນິດ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ; ແລ້ວ​ມອບ​ໃຫ້​ປະໂລຫິດ​ຜູ້​ທີ່​ຊິດ​ເລືອດ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ໃສ່​ແທ່ນບູຊາ. 15ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ການ​ຂອບພຣະຄຸນ​ຈະ​ຕ້ອງ​ກິນ​ໃນ​ວັນ​ທີ່​ຖວາຍ​ນັ້ນ​ໃຫ້​ໝົດ, ຢ່າ​ປະ​ໃຫ້​ເຫລືອ​ຄ້າງ​ຈົນ​ເຖິງ​ເຊົ້າ.
16“ ‘ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ເປັນ​ເຄື່ອງບູຊາ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້ ຫລື ເຄື່ອງບູຊາ​ຕາມ​ຄວາມ​ສະໝັກໃຈ, ສ່ວນ​ທີ່​ປະໂລຫິດ​ຍັງ​ບໍ່​ໄດ້​ກິນ​ໃນ​ວັນ​ທີ່​ຖວາຍ ອາດ​ຈະ​ກິນ​ໃນ​ວັນ​ຕໍ່ມາ​ກໍ​ໄດ້. 17ແຕ່​ຊີ້ນ​ຂອງ​ເຄື່ອງບູຊາ​ອັນ​ໃດ​ກໍ​ຕາມ​ທີ່​ເຫລືອ​ຄ້າງ​ຈົນ​ເຖິງ​ວັນ​ທີ​ສາມ​ຕ້ອງ​ເຜົາ​ຖິ້ມ. 18ຊີ້ນ​ອັນ​ໃດ​ກໍ​ຕາມ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຖ້າ​ນຳ​ມາ​ກິນ​ໃນ​ວັນ​ທີ​ສາມ, ຜູ້​ຖວາຍ​ສິ່ງ​ນັ້ນ​ຈະ​ບໍ່​ເປັນ​ທີ່​ຍອມ​ຮັບ. ຖື​ວ່າ​ມັນ​ບໍ່​ເປັນ​ຜົນ​ດີ​ແກ່​ຜູ້​ທີ່​ນຳ​ມາ​ຖວາຍ, ເພາະ​ເປັນ​ເຄື່ອງບູຊາ​ທີ່​ບໍ່​ບໍລິສຸດ; ຜູ້​ທີ່​ກິນ​ສິ່ງ​ນີ້​ກໍ​ຈະ​ຕ້ອງ​ຮັບຜິດຊອບ.
19“ ‘ຢ່າ​ກິນ​ສັດ​ທີ່​ໄປ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ​ຕາມ​ພິທີ, ຕ້ອງ​ເຜົາ​ຖິ້ມ. ແຕ່​ສຳລັບ​ຊີ້ນ​ສ່ວນ​ອື່ນໆ​ນັ້ນ, ຜູ້ໃດ​ທີ່​ບໍ່​ມີ​ມົນທິນ​ຕາມ​ພິທີ​ກິນ​ໄດ້. 20ແຕ່​ຖ້າ​ຜູ້ໃດ​ເປັນມົນທິນ​ແລ້ວ​ຍັງ​ຂືນ​ກິນ​ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ, ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ. 21ຜູ້ໃດ​ທີ່​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ ບໍ່​ວ່າ​ຈະ​ເປັນ​ມະນຸດ​ທີ່​ເປັນມົນທິນ ຫລື ສັດ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ມີ​ຊີ​ວິດ​ໃດໆ​ທີ່​ເລືອຄານ​ຢູ່​ຕາມ​ໜ້າດິນ ແລ້ວ​ມາ​ກິນ​ຊີ້ນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ເປັນ​ຂອງ​ພຣະເຈົ້າ​ຢາເວ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ’ ”.
ຫ້າມ​ກິນ​ໄຂມັນ ແລະ ເລືອດ
22ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 23“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ຢ່າ​ກິນ​ໄຂມັນ​ໃດໆ ບໍ່​ວ່າ​ໄຂມັນ​ຂອງ​ງົວ, ຂອງ​ແກະ ຫລື ຂອງ​ແບ້. 24ໄຂມັນ​ຈາກ​ສັດ​ທີ່​ພົບ​ເມື່ອ​ຕາຍ​ແລ້ວ ຫລື ຖືກ​ສັດ​ປ່າ​ກັດ ອາດ​ຈະ​ໃຊ້​ເຮັດ​ຢ່າງ​ອື່ນ​ໄດ້, ແຕ່​ຢ່າ​ກິນ​ສັດ​ນັ້ນ​ເດັດຂາດ. 25ຜູ້ໃດ​ກິນ​ໄຂມັນ​ຈາກ​ສັດ​ທີ່​ຖວາຍ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ. 26ແລະ ບໍ່​ວ່າ​ຜູ້​ນັ້ນ​ອາໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ, ຫ້າມ​ກິນ​ເລືອດ ບໍ່​ວ່າ​ຈະ​ເປັນ​ເລືອດ​ນົກ ຫລື ເລືອດ​ສັດ​ໃດໆ. 27ຖ້າ​ຜູ້ໃດ​ກິນ​ເລືອດ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ຂອງ​ຕົນ’ ”.
ສ່ວນແບ່ງ​ຂອງ​ປະໂລຫິດ
28ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, 29“ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ‘ຜູ້ໃດ​ນຳ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຈະ​ຕ້ອງ​ນຳ​ສ່ວນ​ໜຶ່ງ​ຂອງ​ເຄື່ອງບູຊາ​ນັ້ນ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. 30ພວກເຂົາ​ຕ້ອງ​ນຳ​ເອົາ​ອາຫານ​ບູຊາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ດ້ວຍ​ມື​ຂອງ​ຜູ້​ນັ້ນ​ເອງ; ໃຫ້​ພວກເຂົາ​ນຳເອົາ​ໄຂມັນ, ພ້ອມ​ກັບ​ສ່ວນ​ເອິກ ແລະ ແກ່ວງ​ສ່ວນ​ເອິກ​ນັ້ນ​ໄປ​ມາ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ແກ່ວງ​ມາ. 31ປະໂລຫິດ​ຈະ​ຕ້ອງ​ເຜົາ​ໄຂມັນ​ຢູ່​ເທິງ​ແທ່ນບູຊາ, ແຕ່​ສ່ວນ​ເອິກ​ນັ້ນ​ເປັນ​ຂອງ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ. 32ຕົ້ນ​ຂາ​ຂວາ​ຂອງ​ສັດ​ທີ່​ນຳ​ມາ​ຖວາຍ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ນັ້ນ​ແມ່ນ​ມອບ​ໃຫ້​ແກ່​ປະໂລຫິດ​ຜູ້​ປະກອບ​ພິທີ. 33ລູກຊາຍ​ຂອງ​ອາໂຣນ​ຜູ້​ຖວາຍ​ເລືອດ ແລະ ໄຂມັນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຈະ​ໄດ້​ຮັບ​ຕົ້ນ​ຂາ​ຂວາ​ເປັນ​ສ່ວນແບ່ງ​ຂອງ​ລາວ. 34ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ຂອງ​ຊາວ​ອິດສະຣາເອນ, ເຮົາ​ໄດ້​ເອົາ​ຊີ້ນ​ສ່ວນ​ເອິກ​ທີ່​ໃຫ້​ຍົກ​ສ່ວນ​ເອິກ​ທີ່​ແກວ່ງ​ໄປ​ມາ ແລະ ຕົ້ນ​ຂາ​ທີ່​ໄດ້​ຖວາຍ​ແລ້ວ ແລະ ໄດ້​ມອບ​ສິ່ງ​ເຫລົ່ານັ້ນ​ໃຫ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ ເພື່ອ​ເປັນ​ສ່ວນແບ່ງ​ປະຈຳ​ຈາກ​ຊາວ​ອິດສະຣາເອນ’ ”.
35ນີ້​ເປັນ​ສ່ວນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ເຊິ່ງ​ມອບ​ໃຫ້​ແກ່​ພວກເຂົາ​ໃນ​ວັນ​ທີ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ປະຕິບັດ​ໜ້າທີ່​ປະໂລຫິດ​ຮັບໃຊ້​ພຣະເຈົ້າ​ຢາເວ. 36ໃນ​ວັນ​ທີ່​ພວກເຂົາ​ໄດ້​ຮັບ​ການ​ເຈີມ​ນັ້ນ, ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ມອບ​ສິ່ງ​ນີ້​ແກ່​ພວກເຂົາ​ເພື່ອ​ເປັນ​ສ່ວນແບ່ງ​ປະຈຳ​ຕະຫລອດໄປ​ທຸກ​ຊົ່ວ​ອາຍຸ.
37ທັງໝົດ​ນີ້​ຄື​ກົດລະບຽບ​ກ່ຽວກັບ​ເຄື່ອງເຜົາ​ບູຊາ, ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ, ເຄື່ອງບູຊາ​ໄຖ່​ບາບ, ເຄື່ອງຖວາຍ​ເພື່ອ​ລຶບລ້າງ​ຄວາມ​ຜິດ, ເຄື່ອງຖວາຍ​ໃນ​ພິທີ​ສະຖາປະນາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, 38ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ໂມເຊ​ຢູ່​ທີ່​ພູເຂົາ​ຊີນາຍ​ໃນ​ຖິ່ນແຫ້ງແລ້ງ​ຊີນາຍ​ໃນ​ວັນ​ທີ່​ພຣະອົງ​ໄດ້​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ນຳເອົາ​ເຄື່ອງຖວາຍບູຊາ​ຂອງ​ພວກເຂົາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in