YouVersion Logo
Search Icon

ລະບຽບພວກເລວີ 4

4
ເຄື່ອງບູຊາ​ໄຖ່​ບາບ
1ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, 2“ຈົ່ງ​ກ່າວ​ຕໍ່​ຊາວ​ອິດສະຣາເອນ​ວ່າ: ‘ເມື່ອ​ຜູ້ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ.
3“ ‘ຖ້າ​ປະໂລຫິດ​ຄົນ​ໃດ​ທີ່​ໄດ້​ຮັບ​ການ​ເຈີມ​ແລ້ວ​ເຮັດ​ບາບ, ເປັນການ​ນຳເອົາ​ຄວາມ​ຜິດ​ມາ​ສູ່​ປະຊາຊົນ, ລາວ​ຕ້ອງ​ເອົາ​ງົວ​ເຖິກ​ໂຕ​ບໍ່​ມີ​ຕຳໜິ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ#4:3 ເປັນ​ການ​ຖວາຍ​ເພື່ອ​ລຶບລ້າງ​ບາບ, ໃນ​ຂໍ້​ນີ້ ແລະ ໃນ​ຂໍ້​ອື່ນໆ​ຕະຫລອດ​ທັງ​ບົດ​ນີ້​ໃນ​ສິ່ງ​ທີ່​ຕົນ​ໄດ້​ເຮັດ. 4ໃຫ້​ລາວ​ນຳ​ງົວ​ເຖິກ​ມາ​ທີ່​ທາງ​ເຂົ້າ​ເຕັນນັດພົບ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ໃຫ້​ລາວ​ວາງ​ມື​ໃສ່​ເທິງ​ຫົວ​ງົວ ແລະ ຂ້າ​ງົວ​ໂຕ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 5ແລ້ວ​ປະໂລຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ນຳ​ເລືອດ​ຂອງ​ງົວ​ຈຳນວນ​ໜຶ່ງ​ເຂົ້າ​ໄປ​ໃນ​ເຕັນນັດພົບ. 6ໃຫ້​ລາວ​ເອົາ​ນິ້ວມື​ຈຸ່ມ​ລົງ​ໃນ​ເລືອດ ແລະ ຊິດ​ເລືອດ​ໃສ່​ຜ້າກັ້ງ​ຂອງ​ບ່ອນ​ສັກສິດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເຈັດ​ເທື່ອ. 7ແລ້ວ​ປະໂລຫິດ​ຈະ​ທາ​ເລືອດ​ບາງ​ສ່ວນ​ໃສ່​ເຂົາ​ຂອງ​ແທ່ນ​ເຜົາ​ເຄື່ອງຫອມ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ເຕັນນັດພົບ. ສ່ວນ​ເລືອດ​ງົວ​ທີ່​ເຫລືອ​ນັ້ນ​ລາວ​ຈະ​ຕ້ອງ​ເທ​ລົງ​ທີ່​ຖານ​ຂອງ​ແທ່ນ​ເຜົາ​ເຄື່ອງ​ບູຊາ​ທີ່​ທາງ​ເຂົ້າ​ເຕັນນັດພົບ. 8ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ຂອງ​ງົວ​ເຖິກ​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ອອກ​ມາ​ຄື: ໄຂມັນ​ທີ່​ຕິດ​ກັບ​ເຄື່ອງໃນ, 9ໝາກໄຂ່ຫລັງ​ສອງ​ໜ່ວຍ​ກັບ​ໄຂມັນ​ເທິງ​ໝາກໄຂ່ຫລັງ​ທີ່​ຢູ່​ໃກ້​ກັບ​ແອວ ແລະ ໜັງ​ບາງໆ​ຫຸ້ມ​ຕັບ​ທີ່​ຈະ​ຕ້ອງ​ເອົາ​ອອກ​ມາ​ພ້ອມ​ກັບ​ໝາກໄຂ່ຫລັງ 10ເຊັ່ນ​ດຽວ​ກັບ​ໄຂມັນ​ທີ່​ນຳ​ອອກ​ຈາກ​ງົວ#4:10 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ເປັນ​ໄດ້​ທັງ​ໂຕ​ຜູ້ ແລະ ໂຕ​ແມ່​ທີ່​ຖວາຍ​ເປັນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ແລ້ວ​ປະໂລຫິດ​ຈະ​ຕ້ອງ​ເຜົາ​ສິ່ງ​ເຫລົ່ານີ້​ເທິງ​ແທ່ນ​ເຜົາ​ເຄື່ອງບູຊາ. 11ແຕ່​ໜັງ ແລະ ຊີ້ນ​ທັງໝົດ​ຂອງ​ງົວ, ຫົວ ແລະ ຂາ, ເຄື່ອງໃນ ແລະ ໄສ້​ດ້ວຍ 12ຄື​ສ່ວນ​ທີ່​ເຫລືອ​ທັງໝົດ​ຂອງ​ງົວ​ໂຕ​ນີ້ ລາວ​ຈະ​ຕ້ອງ​ນຳ​ອອກໄປ​ຍັງ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ​ນອກ​ຄ້າຍພັກ, ເຊິ່ງ​ເປັນ​ບ່ອນ​ຖິ້ມ​ຂີ້ເຖົ່າ ແລ້ວ​ຈູດ​ສິ່ງ​ເຫລົ່ານີ້​ໃນ​ກອງຟືນ​ເທິງ​ກອງ​ຂີ້ເຖົ່າ.
13“ ‘ຖ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເຖິງ​ແມ່ນ​ວ່າ ຊຸມຊົນ​ໄດ້​ເຮັດ​ບາບ​ໂດຍ​ບໍ່​ຮູ້​ໂຕ​ກໍ​ຕາມ, ເມື່ອ​ພວກເຂົາ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ 14ແລະ ຄວາມ​ບາບ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ​ເປັນ​ທີ່​ຮູ້ຈັກ, ຊຸມຊົນ​ນັ້ນ​ຈະ​ຕ້ອງ​ນຳ​ງົວ​ໜຸ່ມ​ໂຕ​ໜຶ່ງ​ມາ​ທີ່​ເຕັນນັດພົບ​ເພື່ອ​ຖວາຍ​ເປັນ​ເຄື່ອງບູຊາ​ໄຖ່​ບາບ. 15ໃຫ້​ບັນດາ​ຜູ້ອາວຸໂສ​ຂອງ​ຊຸມຊົນ​ວາງ​ມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ງົວ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ງົວ​ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 16ຫລັງຈາກ​ນັ້ນ ປະໂລຫິດ​ຜູ້​ໄດ້​ຮັບ​ການ​ເຈີມ​ຈະ​ນຳເອົາ​ເລືອດ​ສ່ວນ​ໜຶ່ງ​ຂອງ​ງົວ​ເຂົ້າ​ໄປ​ໃນ​ເຕັນນັດພົບ. 17ລາວ​ຈະ​ຕ້ອງ​ເອົາ​ນີ້ວມື​ຈຸ່ມລົງ​ໃນ​ເລືອດ ແລະ ຊິດ​ໃສ່​ຜ້າກັ້ງ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 18ໃຫ້​ລາວ​ເອົາ​ເລືອດ​ສ່ວນ​ໜຶ່ງ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ​ທີ່​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ເຕັນນັດພົບ. ສ່ວນ​ເລືອດ​ທີ່​ເຫລືອ​ນັ້ນ​ລາວ​ຈະ​ຕ້ອງ​ເທ​ລົງ​ຖານ​ຂອງ​ແທ່ນບູຊາ​ທີ່​ທາງ​ເຂົ້າ​ເຕັນນັດພົບ. 19ລາວ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ມາ ແລະ ເຜົາ​ຢູ່​ເທິງ​ແທ່ນບູຊາ, 20ແລະ ໃຫ້​ລາວ​ເຮັດ​ກັບ​ງົວ​ໂຕ​ນີ້​ເໝືອນ​ກັບ​ທີ່​ເຮັດ​ກັບ​ງົວ​ທີ່​ໃຊ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ. ປະໂລຫິດ​ຈະ​ລຶບລ້າງ​ບາບ​ໃຫ້​ປະຊາຊົນ​ໂດຍ​ວິທີ​ນີ້ ແລະ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ. 21ຫລັງຈາກນັ້ນ ລາວ​ຈະ​ຕ້ອງ​ນຳ​ງົວ​ເຖິກ​ໂຕ​ນີ້​ອອກ​ໄປ​ເຜົາ​ຢູ່​ນອກ​ຄ້າຍພັກ​ຄື​ກັນ​ກັບ​ທີ່​ເຜົາ​ງົວ​ໂຕ​ທຳອິດ​ນັ້ນ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ​ສຳລັບ​ຊຸມຊົນ.
22“ ‘ເມື່ອ​ຜູ້ນຳ​ຄົນ​ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຕົນ​ສັ່ງ​ຫ້າມ, ເມື່ອ​ລາວ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ 23ແລະ ຄວາມ​ຜິດ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ​ເປັນ​ທີ່​ຮູ້ຈັກ, ລາວ​ຕ້ອງ​ນຳ​ແບ້​ໂຕ​ຜູ້​ທີ່​ບໍ່​ມີ​ຕຳໜິ​ມາ​ຖວາຍ​ເປັນ​ເຄື່ອງບູຊາ. 24ໃຫ້​ລາວ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ແບ້ ແລະ ຂ້າ​ສັດ​ນັ້ນ​ໃນ​ບ່ອນ​ຂ້າ​ສັດ ເຊິ່ງ​ເປັນ​ເຄື່ອງເຜົາ​ບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ນີ້​ຄື​ເຄື່ອງບູຊາ​ໄຖ່​ບາບ. 25ຫລັງຈາກ​ນັ້ນ ປະໂລຫິດ​ຈະ​ຕ້ອງ​ເອົາ​ນີ້ວມື​ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ ແລະ ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ ແລ້ວ​ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ໃສ່​ຖານ​ຂອງ​ແທ່ນບູຊາ. 26ລາວ​ຈະ​ຕ້ອງ​ເຜົາ​ໄຂມັນ​ທຸກ​ສ່ວນ​ເທິງ​ແທ່ນບູຊາ​ຄື​ກັນ​ກັບ​ເຜົາ​ໄຂມັນ​ຂອງ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ຂອງ​ຜູ້ນຳ​ຄົນ​ນັ້ນ​ໂດຍ​ວິທີ​ນີ້ ແລະ ລາວ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.
27“ ‘ຖ້າ​ສະມາຊິກ​ໃນ​ຊຸມຊົນ​ຄົນ​ໃດ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ ແລະ ເຮັດ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສັ່ງ​ຫ້າມ, ເມື່ອ​ພວກເຂົາ​ສຳນຶກ​ໄດ້​ເຖິງ​ຄວາມ​ຜິດ​ຂອງ​ຕົນ 28ແລະ ເມື່ອ​ຄວາມ​ບາບ​ທີ່​ໄດ້​ເຮັດ​ນັ້ນ​ເປັນ​ທີ່​ຮູ້ຈັກ, ພວກເຂົາ​ຈະ​ຕ້ອງ​ນຳ​ແບ້ແມ່​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ​ມາ​ຖວາຍ​ເພື່ອ​ຂໍ​ໄຖ່​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. 29ພວກເຂົາ​ຈະ​ຕ້ອງ​ວາງ​ມື​ຂອງ​ພວກເຂົາ​ໃສ່​ເທິງ​ຫົວ​ຂອງ​ສັດ​ທີ່​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ຂ້າ​ສັດ​ໃນ​ບ່ອນ​ສຳລັບ​ເຜົາ​ເຄື່ອງ​ບູຊາ. 30ຫລັງຈາກນັ້ນ ໃຫ້​ປະໂລຫິດ​ເອົາ​ເລືອດ​ສ່ວນ​ໜຶ່ງ​ໂດຍ​ໃຊ້​ນິ້ວມື​ຂອງ​ລາວ​ຈຸ່ມ​ເລືອດ​ແລ້ວ​ທາ​ໃສ່​ເຂົາ​ຂອງ​ແທ່ນບູຊາ ແລະ ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ. 31ພວກເຂົາ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ຄື​ກັນ​ກັບ​ເອົາ​ໄຂມັນ​ອອກ​ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ປະໂລຫິດ​ຈະ​ເຜົາ​ໄຂມັນ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.
32“ ‘ຖ້າ​ຄົນ​ໃດ​ຈະ​ນຳເອົາ​ລູກແກະ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ຂອງ​ຕົນ, ພວກເຂົາ​ຈະ​ຕ້ອງ​ນຳ​ລູກແກະ​ໂຕ​ແມ່​ທີ່​ບໍ່​ມີ​ຕຳໜິ​ມາ. 33ໃຫ້​ພວກເຂົາ​ວາງ​ມື​ຂອງ​ຕົນ​ລົງ​ເທິງ​ຫົວ​ສັດ​ນັ້ນ ແລະ ຂ້າ​ລູກແກະ​ນັ້ນ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ໃນ​ບ່ອນ​ສຳລັບ​ເຜົາ​ເຄື່ອງ​ບູຊາ. 34ຫລັງຈາກນັ້ນ ປະໂລຫິດ​ຈະ​ຕ້ອງ​ເອົາ​ເລືອດ​ຂອງ​ເຄື່ອງບູຊາ​ໄຖ່​ບາບ​ບາງສ່ວນ​ໂດຍ​ໃຊ້​ນິ້ວມື​ຂອງ​ຕົນ​ຈຸ່ມ​ລົງ​ໃນ​ເລືອດ​ແລ້ວ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ເຜົາ​ເຄື່ອງບູຊາ ແລະ ເທ​ເລືອດ​ສ່ວນ​ທີ່​ເຫລືອ​ລົງ​ຖານ​ຂອງ​ແທ່ນບູຊາ. 35ພວກເຂົາ​ຈະ​ຕ້ອງ​ເອົາ​ໄຂມັນ​ທັງໝົດ​ອອກ​ຄື​ກັນ​ກັບ​ທີ່​ເອົາ​ໄຂມັນ​ອອກ​ຈາກ​ລູກແກະ​ທີ່​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ ປະໂລຫິດ​ຈະ​ຕ້ອງ​ເຜົາ​ສິ່ງ​ເຫລົ່ານັ້ນ​ເທິງ​ແທ່ນບູຊາ​ໂດຍ​ວາງ​ເທິງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ພວກເຂົາ​ໂດຍ​ວິທີ​ນີ້ ສຳລັບ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ ແລະ ພວກເຂົາ​ຈະ​ໄດ້​ຮັບ​ການ​ອະໄພ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in