YouVersion Logo
Search Icon

ລະບຽບພວກເລວີ 21

21
ລະບຽບ​ສຳລັບ​ພວກປະໂລຫິດ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ແຈ້ງ​ແກ່​ພວກປະໂລຫິດ, ພວກລູກຊາຍ​ຂອງ​ອາໂຣນ ແລະ ບອກ​ວ່າ: ປະໂລຫິດ​ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ເພາະ​ການຕາຍ​ຂອງ​ຍາດພີ່ນ້ອງ​ຂອງ​ຕົນ, 2ຍົກເວັ້ນ​ພີ່ນ້ອງ​ໃກ້ຊິດ​ເຊັ່ນ​ວ່າ: ພໍ່ ຫລື ແມ່​ຂອງ​ຕົນ, ລູກຊາຍ ຫລື ລູກສາວ​ຂອງ​ຕົນ, ອ້າຍ​ນ້ອງຊາຍ 3ຫລື ເອື້ອຍ ຫລື ນ້ອງສາວ​ຂອງ​ຕົນ​ທີ່​ຍັງບໍ່​ໄດ້​ແຕ່ງງານ​ທີ່​ຍັງເພິ່ງພາ​ຕົນ​ເນື່ອງ​ຈາກ​ນາງ​ບໍ່​ມີ​ຜົວ ເພາະ​ນາງ​ອາດ​ຈະ​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ໄດ້. 4ລາວ​ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນມົນທິນ​ຍ້ອນ​ຄົນ​ທີ່​ມາ​ເປັນ​ພີ່ນ້ອງ​ຂອງ​ຕົນ​ໂດຍຜ່ານ​ທາງ​ການແຕ່ງງານ#21:4 ຫລື ເປັນມົນທິນ​ໃນ​ຖານະ​ຜູ້ນຳ​ທ່າມກາງ​ປະຊາຊົນ​ຂອງ​ຕົນ ແລະ ເຮັດ​ໃຫ້​ໂຕ​ເອງ​ເປັນມົນທິນ.
5“ ‘ພວກປະໂລຫິດ​ຈະ​ຕ້ອງ​ບໍ່​ແຖຫົວ ຫລື ກຽນ​ໜວດ ຫລື ປາດ​ໜັງ​ຕົນ​ເອງ. 6ພວກເຂົາ​ຈະ​ຕ້ອງ​ບໍລິສຸດ​ແດ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຕ້ອງ​ບໍ່​ໝິ່ນປະໝາດ​ນາມ​ພຣະເຈົ້າ​ຂອງ​ພວກເຂົາ. ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ, ເປັນ​ເຄື່ອງ​ບູຊາ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ, ພວກເຂົາ​ຕ້ອງ​ບໍລິສຸດ.
7“ ‘ບັນດາ​ປະໂລຫິດ​ຈະ​ຕ້ອງ​ບໍ່​ແຕ່ງງານ​ກັບ​ຍິງ​ທີ່​ເປັນ​ມົນທິນ​ຄື​ຍິງ​ທີ່​ເປັນ​ໂສເພນີ ຫລື ຢ່າຮ້າງ​ຈາກ​ຜົວ​ຂອງ​ຕົນ, ເພາະ​ບັນດາ​ປະໂລຫິດ​ເປັນ​ຜູ້​ທີ່​ຖືກ​ແຍກ​ໄວ້​ເພື່ອ​ພຣະເຈົ້າ​ຂອງ​ພວກເຂົາ. 8ຈົ່ງ​ຖື​ວ່າ​ພວກເຂົາ​ເປັນ​ຄົນ​ທີ່​ເຮົາ​ໄດ້​ແຍກ​ໄວ້​ເພື່ອ​ເຮົາ​ເອງ, ເພາະ​ພວກເຂົາ​ເປັນ​ຜູ້​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ຖື​ວ່າ​ພວກເຂົາ​ບໍລິສຸດ ເພາະ​ເຮົາ​ເປັນ​ພຣະເຈົ້າ​ຢາເວ​ເປັນ​ອົງ​ບໍລິສຸດ, ເຮົາ​ເປັນ​ຜູ້​ເຮັດ​ໃຫ້​ພວກເຈົ້າ​ບໍລິສຸດ.#21:8 ຫລື ຜູ້​ຊຳລະ​ພວກເຈົ້າ​ໃຫ້​ບໍລິສຸດ ຫລື ຜູ້​ທີ່​ແຍກ​ພວກເຈົ້າ​ໄວ້​ໃຫ້​ບໍລິສຸດ
9“ ‘ລູກສາວ​ຂອງ​ປະໂລຫິດ​ຄົນ​ໃດ​ປ່ອຍ​ໂຕ​ໃຫ້​ເປັນມົນທິນ​ໂດຍ​ເປັນ​ຍິງ​ໂສເພນີ, ນາງ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ອັບອາຍ​ຂາຍ​ໜ້າ; ນາງ​ຈະ​ຕ້ອງ​ຖືກ​ເຜົາໄຟ​ໃຫ້​ຕາຍ.
10“ ‘ມະຫາ​ປະໂລຫິດ​ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ຂອງ​ພວກເຂົາ​ຜູ້ທີ່​ໄດ້​ຮັບ​ການ​ເຈີມ​ດ້ວຍ​ນ້ຳມັນ​ເທິງ​ຫົວ ແລະ ໄດ້​ຮັບ​ການ​ສະຖາປະນາ​ໂດຍ​ການ​ນຸ່ງ​ເຄື່ອງ​ແຕ່ງກາຍ​ຂອງ​ປະໂລຫິດ​ນັ້ນ, ເພິ່ນ​ຈະ​ຕ້ອງ​ບໍ່​ປ່ອຍ​ຜົມ​ຫຍຸ້ງ#21:10 ຫລື ຕ້ອງ​ຄຸມ​ຫົວ​ເປັນ​ການ​ໄວ້ທຸກ ຫລື ຈີກ​ເສື້ອຜ້າ​ຂອງ​ຕົນ. 11ເພິ່ນ​ຈະ​ຕ້ອງ​ບໍ່​ເຂົ້າ​ໄປ​ໃນ​ບ່ອນ​ທີ່​ມີ​ສົບ​ຂອງ​ຄົນຕາຍ. ເພິ່ນ​ຕ້ອງ​ບໍ່​ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ, ແມ່ນແຕ່​ເພື່ອ​ພໍ່​ແມ່​ຂອງ​ຕົນ, 12ຈະ​ບໍ່​ອອກຈາກ​ສະຖານ​ນະມັດສະການ​ຂອງ​ພຣະເຈົ້າ​ຂອງ​ຕົນ ຫລື ເຮັດ​ໃຫ້​ສະຖານ​ນະມັດສະການ​ນັ້ນ​ເສື່ອມເສຍ, ເພາະ​ລາວ​ໄດ້​ອຸທິດ​ຖວາຍ​ໂດຍ​ນ້ຳມັນ​ເຈີມ​ຂອງ​ພຣະເຈົ້າ​ຂອງ​ຕົນ. ເຮົາ​ຄື​ພຣະເຈົ້າ​ຢາເວ.
13“ ‘ຍິງ​ທີ່​ເພິ່ນ​ຈະ​ຕ້ອງ​ແຕ່ງງານ​ນຳ​ຕ້ອງ​ເປັນ​ສາວ​ບໍລິສຸດ. 14ລາວ​ຈະ​ຕ້ອງ​ບໍ່​ແຕ່ງງານ​ກັບ​ຍິງໝ້າຍ, ຍິງ​ທີ່​ຢ່າຮ້າງ ຫລື ຍິງ​ທີ່​ເປັນມົນທິນ​ໂດຍ​ການ​ເປັນ​ໂສເພນີ, ແຕ່​ລາວ​ຈະ​ຕ້ອງ​ແຕ່ງງານ​ກັບ​ຍິງ​ສາວ​ບໍລິສຸດ​ທີ່​ມາ​ຈາກ​ຕະກຸນ​ຂອງ​ຕົນ​ເອງ​ເທົ່ານັ້ນ. 15ເພື່ອວ່າ​ລາວ​ຈະ​ບໍ່​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ລາວ​ເປັນມົນທິນ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ລາວ. ເຮົາ​ຄື​ພຣະເຈົ້າ​ຢາເວ, ຜູ້​ເຮັດ​ໃຫ້​ລາວ​ບໍລິສຸດ’ ”.
16ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 17“ຈົ່ງ​ບອກ​ອາໂຣນ​ວ່າ: ‘ຕະຫລອດ​ທຸກຊົ່ວອາຍຸ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ທີ່​ຈະ​ມາເຖິງ​ນັ້ນ ຢ່າ​ໃຫ້​ຄົນໃດ​ທີ່​ມີ​ຮ່າງກາຍ​ທີ່​ມີ​ຕຳໜິ​ເຂົ້າໄປ​ຖວາຍ​ອາຫານ​ແກ່​ພຣະເຈົ້າ​ຂອງ​ຕົນ. 18ຄົນໃດ​ທີ່​ມີ​ຕຳໜິ​ຢ່າ​ເຂົ້າໄປ: ບໍ່​ວ່າ​ຈະ​ເປັນ​ຄົນ​ຕາບອດ, ຄົນ​ພິການ, ຄົນ​ເສຍໂສມ ຫລື ຜິດ​ປົກກະຕິ; 19ຄົນ​ທີ່​ມີ​ມື ຫລື ຕີນ​ເປັນ​ເປ້ຍລ່ອຍ, 20ຫລື ຄົນ​ຫລັງ​ກ່ອມ ຫລື ຄົນ​ເຕ້ຍ​ຜິດ​ປົກກະຕິ ຫລື ຄົນ​ພິການ​ຕາ ຫລື ຄົນ​ທີ່​ເປັນ​ຫິດ, ເປັນ​ພະຍາດ​ຜິວໜັງ ຫລື ມີ​ອະໄວຍະວະ​ເພດ​ພິການ. 21ຫ້າມ​ບໍ່​ໃຫ້​ເຊື້ອສາຍ​ຂອງ​ອາໂຣນ​ຜູ້​ເປັນ​ປະໂລຫິດ​ທີ່​ມີ​ຕຳໜິ​ເຂົ້າ​ມາ​ໃກ້​ເພື່ອ​ຖວາຍ​ອາຫານ​ບູຊາ​ແກ່​ພຣະເຈົ້າ​ຢາເວ. ຖ້າ​ລາວ​ມີ​ສິ່ງ​ທີ່​ມີ​ຕຳໜິ, ລາວ​ຈະ​ຕ້ອງ​ບໍ່​ເຂົ້າ​ມາ​ໃກ້​ເພື່ອ​ຖວາຍ​ເຄື່ອງບູຊາ​ທີ່​ເປັນ​ອາຫານ​ແກ່​ພຣະເຈົ້າ​ຂອງ​ຕົນ. 22ລາວ​ສາມາດ​ກິນ​ອາຫານ​ບູຊາ​ທີ່​ບໍລິສຸດ​ທີ່ສຸດ​ຂອງ​ພຣະເຈົ້າ​ໄດ້, ລວມ​ທັງ​ອາຫານ​ທີ່​ບໍລິສຸດ​ດ້ວຍ; 23ແຕ່​ຍ້ອນ​ລາວ​ມີ​ຕຳໜິ, ລາວ​ຈະ​ເຂົ້າ​ໃກ້​ຜ້າກັ້ງ ຫລື ເຂົ້າ​ໃກ້​ແທ່ນບູຊາ​ບໍ່​ໄດ້​ເດັດຂາດ, ເຊິ່ງ​ຈະ​ເປັນ​ການ​ຫລົບຫລູ່​ສະຖານ​ນະມັດສະການ​ຂອງ​ເຮົາ. ເຮົາ​ຄື​ພຣະເຈົ້າ​ຢາເວ​ຜູ້​ເຮັດ​ໃຫ້​ພວກເຂົາ​ບໍລິສຸດ’ ”.
24ດັ່ງນັ້ນ ໂມເຊ​ຈຶ່ງ​ບອກ​ສິ່ງ​ເຫລົ່ານີ້​ແກ່​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in