ລະບຽບພວກເລວີ 17
17
ການຫ້າມບໍ່ໃຫ້ກິນເລືອດ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງບອກອາໂຣນກັບບັນດາລູກຊາຍຂອງລາວ ແລະ ປະຊາຊົນອິດສະຣາເອນວ່າ: ‘ພຣະເຈົ້າຢາເວໄດ້ສັ່ງໄວ້ດັ່ງນີ້ວ່າ, 3ຊາວອິດສະຣາເອນຄົນໃດຖວາຍງົວ,#17:3 ໃນພາສາເຮັບເຣີຄຳນີ້ ເປັນໄດ້ທັງໂຕຜູ້ ແລະ ໂຕແມ່ ລູກແກະ ຫລື ແບ້ ໃນຄ້າຍພັກ ຫລື ນອກຄ້າຍພັກ 4ແທນທີ່ຈະນຳມາທີ່ທາງເຂົ້າເຕັນນັດພົບ ເພື່ອຖວາຍເປັນເຄື່ອງບູຊາແກ່ພຣະເຈົ້າຢາເວຕໍ່ໜ້າຫໍເຕັນຂອງພຣະອົງ, ໃຫ້ຖືວ່າຊາຍຄົນນັ້ນໄດ້ກະທຳຜິດໃນເລື່ອງເຮັດໃຫ້ເລືອດຕົກ ແລະ ຈະຖືກຕັດອອກຈາກປະຊາຊົນຂອງຕົນ. 5ກົດຂໍ້ນີ້ມີໄວ້ເພື່ອໃຫ້ປະຊາຊົນອິດສະຣາເອນຍົກເລີກການຖວາຍເຄື່ອງບູຊາກາງແຈ້ງ. ພວກເຂົາຕ້ອງນຳມາໃຫ້ປະໂລຫິດ, ເພື່ອນຳມາຖວາຍແກ່ພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລະ ຖວາຍເປັນເຄື່ອງສາມັກຄີທຳບູຊາ. 6ປະໂລຫິດຈະຊິດເລືອດໃສ່ເທິງແທ່ນບູຊາຂອງພຣະເຈົ້າຢາເວທີ່ທາງເຂົ້າເຕັນນັດພົບ ແລະ ເຜົາໄຂມັນເພິ່ນເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. 7ປະຊາຊົນຈະໄດ້ເລີກຖວາຍເຄື່ອງບູຊາແກ່ຮູບເຄົາລົບແບ້#17:7 ມານຮ້າຍ ເຊິ່ງເປັນການເຮັດໂຕເປັນໂສເພນີ. ນີ້ເປັນກົດລະບຽບທີ່ຖາວອນສຳລັບພວກເຂົາ ແລະ ຍຸກທີ່ຈະມາເຖິງ’.
8“ຈົ່ງກ່າວແກ່ພວກເຂົາວ່າ: ‘ບໍ່ວ່າຊາວອິດສະຣາເອນ ຫລື ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຂົາທີ່ຖວາຍເຄື່ອງເຜົາບູຊາ ຫລື ຖວາຍບູຊາ 9ແລະ ບໍ່ໄດ້ນຳສິ່ງນັ້ນມາທີ່ທາງເຂົ້າເຕັນນັດພົບເພື່ອຖວາຍແກ່ພຣະເຈົ້າຢາເວຈະຕ້ອງໄດ້ຕັດອອກຈາກປະຊາຊົນອິດສະຣາເອນ.
10“ ‘ເຮົາຈະເປັນຜູ້ຕໍ່ຕ້ານກັບຊາວອິດສະຣາເອນທຸກຄົນ ຫລື ຊາວຕ່າງດ້າວທຸກຄົນທີ່ອາໄສຢູ່ທ່າມກາງພວກເຂົາທີ່ກິນເລືອດ ແລະ ເຮົາຈະຕັດຄົນເຫລົ່ານັ້ນອອກຈາກປະຊາຊົນຂອງເຮົາ. 11ເພາະຊີວິດຂອງທຸກສິ່ງຢູ່ໃນເລືອດ ແລະ ເຮົາໄດ້ໃຫ້ເລືອດແກ່ເຈົ້າເພື່ອເຮັດພິທີລຶບລ້າງບາບສຳລັບພວກເຈົ້າເອງເທິງແທ່ນບູຊາ, ເລືອດນັ້ນແຫລະທີ່ໄດ້ລຶບລ້າງບາບສຳລັບຊີວິດຂອງຄົນໆໜຶ່ງ. 12ສະນັ້ນເຮົາຈຶ່ງສັ່ງຊາວອິດສະຣາເອນວ່າ, “ພວກເຈົ້າ ແລະ ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າຈະຕ້ອງບໍ່ກິນເລືອດ”.
13“ ‘ບໍ່ວ່າຊາວອິດສະຣາເອນ ຫລື ຊາວຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າທີ່ລ່າສັດ ແລ້ວຂ້າສັດ ຫລື ນົກທີ່ອະນຸຍາດໃຫ້ເປັນອາຫານຕ້ອງໄດ້ລ້າງເລືອດອອກ ແລະ ປົກເລືອດນັ້ນດ້ວຍດິນ, 14ເພາະຊີວິດຂອງສິ່ງມີຊີວິດທຸກຢ່າງຄືເລືອດຂອງພວກມັນ. ດ້ວຍເຫດນີ້ເຮົາຈຶ່ງກ່າວແກ່ຊາວອິດສະຣາເອນວ່າ, “ພວກເຈົ້າຕ້ອງບໍ່ກິນເລືອດຂອງສິ່ງມີຊີວິດໃດໆ, ເພາະຊີວິດຂອງພວກເຂົາຄືເລືອດນັ້ນເອງ; ຜູ້ໃດທີ່ກິນເລືອດຈະຕ້ອງຖືກຕັດອອກ”.
15“ ‘ຜູ້ໃດກໍຕາມ, ບໍ່ວ່າຄົນທ້ອງຖິ່ນ ຫລື ຄົນຕ່າງດ້າວ, ຜູ້ກິນຊາກຂອງສັດໃດທີ່ຕາຍເອງ ຫລື ຖືກສັດປ່າກັດຕາຍຕ້ອງໄດ້ຊັກເສື້ອຜ້າ ແລະ ອາບນ້ຳ ແລະ ພວກເຂົາຈະເປັນມົນທິນຕາມລະບຽບພິທີກຳຈົນເຖິງຄ່ຳ, ຈາກນັ້ນພວກເຂົາຈຶ່ງຈະບໍ່ເປັນມົນທິນ. 16ແຕ່ຖ້າພວກເຂົາບໍ່ອາບນ້ຳ ແລະ ບໍ່ຊັກເສື້ອຜ້າຂອງຕົນເອງ ພວກເຂົາຈະຕ້ອງໄດ້ຮັບຜິດຊອບ’ ”.
Currently Selected:
ລະບຽບພວກເລວີ 17: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: