YouVersion Logo
Search Icon

ລະບຽບພວກເລວີ 10

10
ການຕາຍ​ຂອງ​ນາດາບ ແລະ ອາບີຮູ
1ນາດາບ ແລະ ອາບີຮູ​ລູກຊາຍ​ຂອງ​ອາໂຣນ​ໄດ້ນຳ​ກະຖາງ​ມາ, ດັງ​ໄຟ​ຂຶ້ນ ແລະ ເຕີມ​ເຄື່ອງຫອມ​ໃສ່; ແລ້ວ​ພວກເຂົາ​ກໍ່​ໄດ້​ນຳ​ໄປ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ, ເປັນ​ການ​ລະເມີດ​ຕໍ່​ຄຳສັ່ງ​ຂອງ​ພຣະອົງ. 2ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ສົ່ງ​ໄຟ​ລົງ​ມາ​ເຜົາຜານ​ພວກເຂົາ​ທັງສອງ ແລະ ພວກເຂົາ​ກໍ​ໄດ້​ຕາຍ​ໄປ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 3ແລ້ວ​ໂມເຊ​ຈຶ່ງ​ກ່າວ​ກັບ​ອາໂຣນ​ວ່າ, “ນີ້​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ໄວ້​ໃນ​ຂະນະ​ພຣະອົງ​ສັ່ງ​ວ່າ:
“ ‘ໃນ​ທ່າມກາງ​ຜູ້​ທີ່​ເຂົ້າມາໃກ້​ເຮົາ#10:3 ຜູ້​ທີ່​ຢູ່​ໃກ້​ເຮົາ ໃນ​ທີ່​ນີ້​ໝາຍ​ເຖິງ ປະໂລຫິດ
ຕ້ອງ​ຮັບຮູ້​ວ່າ​ເຮົາ​ບໍລິສຸດ,
ແລະ ຄົນ​ທັງປວງ
ຈະ​ຕ້ອງ​ໃຫ້ກຽດ​ເຮົາ’ ”.
ອາໂຣນ​ກໍ​ມິດງຽບ​ຢູ່.
4ໂມເຊ​ເອີ້ນ​ມີຊາເອນ ແລະ ເອນຊາຟານ​ລູກຊາຍ​ຂອງ​ອຸດຊີເອນ​ຜູ້​ເປັນ​ລຸງ​ຂອງ​ອາໂຣນ​ເຂົ້າ​ມາ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ຈົ່ງ​ເຂົ້າ​ມາ​ທີ່​ນີ້; ແລ້ວ​ຫາມ​ສົບ​ພີ່ນ້ອງ​ຂອງ​ພວກເຈົ້າ​ອອກໄປ​ນອກ​ຄ້າຍພັກ, ໃຫ້​ໄກ​ຈາກ​ສະຖານທີ່​ສັກສິດ”. 5ດັ່ງນັ້ນ​ພວກເຂົາ​ຈຶ່ງ​ເຂົ້າ​ມາ​ຫາມ​ສົບ​ຂອງ​ທັງສອງ ເຊິ່ງ​ຍັງ​ຢູ່​ໃນ​ຊຸດ​ເສື້ອຄຸມຍາວ​ຂອງ​ພວກເຂົາ, ນຳອອກ​ໄປ​ໄວ້​ຢູ່​ນອກ​ຄ້າຍພັກ​ຕາມ​ໂມເຊ​ສັ່ງ.
6ແລ້ວ​ໂມເຊ​ເວົ້າ​ກັບ​ອາໂຣນ ແລະ ເອເລອາຊາ​ກັບ​ອີທາມາ​ລູກຊາຍ​ອີກ​ສອງ​ຄົນ​ຂອງ​ລາວ​ວ່າ, “ຢ່າ​ປ່ອຍ​ໃຫ້​ຜົມ​ຂອງ​ພວກເຈົ້າ​ຫລຸດ​ລົງ​ມາ#10:6 ຫລື ຢ່າ​ເອົາ​ຜ້າ​ຄຸມ​ຜົມ​ອອກ ແລະ ຢ່າ​ຈີກ​ເສື້ອ​ຜ້າ​ຂອງ​ພວກເຈົ້າ, ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຕາຍ ແລະ ພຣະເຈົ້າ​ຢາເວ​ຈະ​ໂກດຮ້າຍ​ຊຸມຊົນ​ທັງໝົດ. ແຕ່​ຍາດພີ່ນ້ອງ​ຂອງ​ພວກເຈົ້າ, ກໍ່​ຄື​ຊາວ​ອິດສະຣາເອນ​ທັງໝົດ​ອາດ​ຈະ​ໄວ້ທຸກ​ໃຫ້​ແກ່​ຜູ້​ທີ່​ພຣະເຈົ້າ​ຢາເວ​ທຳລາຍ​ດ້ວຍ​ໄຟ​ກໍ​ໄດ້. 7ພວກເຈົ້າ​ຢ່າ​ອອກ​ຈາກ​ທາງເຂົ້າ​ເຕັນນັດພົບ​ນີ້ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຕາຍ, ເພາະ​ນ້ຳມັນເຈີມ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເໜືອ​ພວກເຈົ້າ”. ດັ່ງນັ້ນ​ພວກເຂົາ​ຈຶ່ງ​ປະຕິບັດ​ຕາມ​ທີ່​ໂມເຊ​ໄດ້​ກ່າວ​ໄວ້.
8ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ກັບ​ອາໂຣນ​ວ່າ, 9“ເຈົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເຈົ້າ ຢ່າ​ດື່ມ​ເຫລົ້າອະງຸ່ນ ຫລື ຂອງ​ມຶນເມົາ​ເມື່ອ​ເຈົ້າ​ເຂົ້າໄປ​ໃນ​ເຕັນນັດພົບ, ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຕາຍ. ນີ້​ເປັນ​ຄຳສັ່ງ​ຕະຫລອດໄປ​ສຳລັບ​ທຸກ​ຊົ່ວຄົນ​ທີ່​ຈະ​ມາ​ເຖິງ. 10ດັ່ງນັ້ນ ເຈົ້າ​ສາມາດ​ຈຳແນກ​ລະຫວ່າງ​ສິ່ງ​ບໍລິສຸດ ແລະ ສິ່ງ​ທຳມະດາ, ລະຫວ່າງ​ສິ່ງ​ທີ່​ເປັນມົນທິນ ແລະ ສິ່ງ​ທີ່​ບໍ່ເປັນມົນທິນ, 11ແລະ ເພື່ອ​ເຈົ້າ​ຈະ​ສາມາດ​ສອນ​ຂໍ້​ຄໍາສັ່ງ​ຕ່າງໆ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ຊາວ​ອິດສະຣາເອນ​ຜ່ານ​ໂມເຊ”.
12ໂມເຊ​ກ່າວ​ແກ່​ອາໂຣນ ແລະ ເອເລອາຊາ​ພ້ອມ​ກັບ​ອີທາມາ​ລູກຊາຍ​ທີ່​ເຫລືອ​ຢູ່​ຂອງ​ອາໂຣນ​ວ່າ, “ຈົ່ງ​ນຳເອົາ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທີ່​ເຫລືອ​ຈາກ​ອາຫານ​ບູຊາ​ອາຫານ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ມາ​ປຸງແຕ່ງ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ ແລະ ກິນ​ຢູ່​ທີ່​ຂ້າງ​ແທ່ນບູຊາ​ເພາະ​ເປັນ​ສິ່ງ​ບໍລິສຸດ​ທີ່ສຸດ. 13ຈົ່ງ​ກິນ​ອາຫານ​ໃນ​ບໍລິເວນ​ສະຖານ​ນະມັດສະການ, ເພາະ​ເປັນ​ສ່ວນ​ຂອງ​ເຈົ້າ​ກັບ​ບັນດາ​ລູກຊາຍ​ຂອງ​ເຈົ້າ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ; ເພາະ​ຂ້າພະເຈົ້າ​ໄດ້​ຮັບ​ຄໍາສັ່ງ​ມາ​ຢ່າງ​ນັ້ນ. 14ແຕ່​ສ່ວນ​ເຈົ້າ​ກັບ​ບັນດາ​ລູກຊາຍ ແລະ ລູກສາວ​ຂອງ​ເຈົ້າ​ອາດ​ໃຫ້​ກິນ​ຊີ້ນ​ໜ້າເອິກ ແລະ ຊີ້ນ​ຂາໂຕ້​ທີ່​ແກວ່າງ​ໄປ​ແກວ່ງ​ມາ​ຖວາຍ. ຈົ່ງ​ກິນ​ສິ່ງ​ເຫລົ່ານີ້​ໃນ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ ເພາະ​ເປັນ​ສ່ວນ​ທີ່​ມອບ​ໃຫ້​ເຈົ້າ​ກັບ​ບັນດາ​ລູກ​ຂອງ​ເຈົ້າ​ຈາກ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ນັ້ນ. 15ຊີ້ນ​ຂາໂຕ້​ທີ່​ໄດ້​ຖວາຍ ແລະ ຊີ້ນ​ໜ້າເອິກ​ທີ່​ຖວາຍ​ແກວ່ງ​ໄປ​ແກວ່ງ​ມາ​ແລ້ວ​ນັ້ນ​ຕ້ອງ​ນຳ​ມາ​ພ້ອມ​ກັບ​ສ່ວນ​ທີ່​ເປັນ​ໄຂມັນ​ທີ່​ເປັນ​ອາຫານ​ບູຊາ, ຕ້ອງ​ຖວາຍ​ແກວ່ງ​ໄປ​ແກວ່ງ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເປັນ​ເຄື່ອງຖວາຍ​ແກວ່ງ​ໄປ​ແກວ່ງ​ມາ. ນີ້​ຈະ​ເປັນ​ສ່ວນ​ແບ່ງ​ປະຈຳ​ສຳລັບ​ເຈົ້າ ແລະ ບັນດາ​ລູກ​ຂອງ​ເຈົ້າ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໄວ້”.
16ເມື່ອ​ໂມເຊ​ສອບ​ຖາມ​ເຖິງ​ເລື່ອງ​ແບ້​ທີ່​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ພົບ​ວ່າ​ແບ້​ນັ້ນ​ຖືກ​ເຜົາ​ໝົດ​ແລ້ວ, ເພິ່ນ​ກໍ​ໃຈຮ້າຍຫລາຍ​ແກ່​ເອເລອາຊາ ແລະ ອີທາມາ​ລູກຊາຍ​ທີ່​ເຫລືອ​ຢູ່​ຂອງ​ອາໂຣນ, ແລ້ວ​ເພິ່ນ​ກໍ​ຖາມ​ວ່າ, 17“ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ກິນ​ເຄື່ອງບູຊາ​ໄຖ່​ບາບ​ໃນ​ສະຖານທີ່​ສັກສິດ? ໃນ​ເມື່ອ​ເມື່ອ​ສິ່ງນີ້​ສັກສິດ​ທີ່ສຸດ; ທີ່​ຍົກ​ໃຫ້​ພວກເຈົ້າ, ເພື່ອ​ຊຳລະລ້າງ​ຄວາມ​ຜິດ​ຂອງ​ຊຸມຊົນ​ໂດຍ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ແກ່​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 18ໃນ​ເມື່ອ​ເລືອດ​ຂອງ​ເຄື່ອງຖວາຍບູຊາ​ບໍ່​ໄດ້​ຖືກ​ນຳ​ເຂົ້າໄປ​ໃນ​ບ່ອນ​ສັກສິດ​ທີ່ສຸດ, ພວກເຈົ້າ​ກໍ​ຄວນ​ຈະ​ກິນ​ແບ້​ນັ້ນ​ໃນ​ບໍລິເວນ​ສະຖານ​ນະມັດສະການ​ຕາມ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ໄວ້​ແລ້ວ”.
19ອາໂຣນ​ຈຶ່ງ​ຕອບ​ໂມເຊ​ວ່າ, “ວັນ​ນີ້​ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງເຜົາ​ບູຊາ​ທັງໂຕ​ຂອງ​ຕົນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ແລ້ວ, ແຕ່​ສິ່ງ​ເຫລົ່ານີ້​ໄດ້​ເກີດ​ຂຶ້ນ​ກັບ​ຂ້າພະເຈົ້າ. ຖ້າ​ຫາກ​ຂ້າພະເຈົ້າ​ກິນ​ເຄື່ອງບູຊາ​ໄຖ່​ບາບ​ໃນ​ວັນ​ນີ້ ພຣະເຈົ້າ​ຢາເວ​ຈະ​ພໍໃຈ​ບໍ?” 20ເມື່ອ​ໂມເຊ​ໄດ້​ຍິນ​ເຊັ່ນ​ນັ້ນ​ແລ້ວ ເພິ່ນ​ກໍ​ພໍໃຈ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in