ຮັກກາຍ 1:8-9
ຮັກກາຍ 1:8-9 LCV
ຈົ່ງຂຶ້ນໄປເທິງພູເຂົາ ແລະ ນຳເອົາໄມ້ລົງມາ ແລ້ວສ້າງວິຫານຂອງເຮົາ, ເພື່ອເຮົາຈະໄດ້ພໍໃຈໃນວິຫານນັ້ນ ແລະ ໄດ້ຮັບກຽດ”, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້. ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ປະກາດວ່າ, “ພວກເຈົ້າຄາດຫວັງໄວ້ຫລາຍ ແຕ່ເບິ່ງແມ, ໄດ້ມາພຽງໜ້ອຍດຽວ. ສິ່ງທີ່ພວກເຈົ້ານຳກັບມາທີ່ເຮືອນ ເຮົາກໍໄດ້ເປົ່າມັນຖິ້ມໄປ. ເປັນຫຍັງ? ກໍເພາະວ່າວິຫານຂອງເຮົາຍັງຄົງເປັນຊາກຫັກພັງຢູ່ ໃນຂະນະທີ່ພວກເຈົ້າແຕ່ລະຄົນກໍຫຍຸ້ງຢູ່ກັບເຮືອນຂອງຕົນເອງ.





