ຮາບາກຸກ 1
1
1ຄຳທຳນວາຍທີ່ຜູ້ທຳນວາຍຮາບາກຸກໄດ້ຮັບ.
ຄຳຮ້ອງທຸກຂອງຮາບາກຸກ
2ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ວຍເຫລືອອີກດົນປານໃດ,
ແຕ່ພຣະອົງບໍ່ຮັບຟັງ?
ຫລື ຕ້ອງຮ້ອງຂໍຕໍ່ພຣະອົງວ່າ, “ໂຫດຮ້າຍ!”
ແຕ່ພຣະອົງບໍ່ມາຊ່ວຍ?
3ດ້ວຍເຫດໃດພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍເບິ່ງຄວາມບໍ່ຍຸຕິທຳ?
ດ້ວຍເຫດໃດພຣະອົງຈຶ່ງອົດກັ້ນຕໍ່ການກະທຳຜິດ?
ການທຳລາຍ ແລະ ຄວາມຮຸນແຮງຢູ່ຕໍ່ໜ້າຂ້ານ້ອຍ;
ມີການຕໍ່ສູ້ ແລະ ຂັດແຍ່ງກັນຢ່າງຫລວງຫລາຍ.
4ເຫດສະນັ້ນ ກົດໝາຍຈຶ່ງເປັນອຳມະພາດ
ແລະ ຄວາມຍຸຕິທຳຈຶ່ງບໍ່ປາກົດ
ຄົນຊົ່ວຮ້າຍອ້ອມຮອບຄົນຊອບທຳ,
ຈົນຄວາມຍຸຕິທຳຖືກບິດເບືອນໄປ.
ຄຳຕອບຂອງພຣະເຈົ້າຢາເວ
5ພຣະເຈົ້າກ່າວວ່າ: “ຈົ່ງເບິ່ງ
ແລະ ຄອຍເຝົ້າເບິ່ງຊົນຊາດຕ່າງໆ.
ແລ້ວຈົ່ງປະຫລາດໃຈທີ່ສຸດເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງເຈົ້າ
ເຈົ້າກໍຈະບໍ່ເຊື່ອ,
ເຖິງແມ່ນວ່າມີຜູ້ໃດບອກ.
6ເຮົາກຳລັງຈະໃຫ້ຊາວບາບີໂລນ#1:6 ຫລື ຊາວຄານເດອາມີອຳນາດຂຶ້ນມາ,
ພວກເຂົາເປັນຊົນຊາດທີ່ໂຫດຮ້າຍ ແລະ ໃຈຮ້ອນ
ເຊິ່ງເຄື່ອນທັບໄປທົ່ວແຜ່ນດິນໂລກ
ເພື່ອຢຶດຄອງບ່ອນຢູ່ທີ່ບໍ່ແມ່ນຂອງຕົນ.
7ພວກເຂົາເປັນຊົນຊາດທີ່ໜ້າຢຳເກງ ແລະ ໜ້າຢ້ານກົວ;
ພວກເຂົາຖືເອົາຕົນເອງເປັນກົດໝາຍ
ແລະ ສະແຫວງຫາກຽດຕິຍົດໃຫ້ຕົນເອງ.
8ບັນດາມ້າຂອງພວກເຂົາແລ່ນໄວກວ່າເສືອດາວ,
ໂຫດຮ້າຍກວ່າໝາປ່າໃນເວລາຄ່ຳ
ກອງທະຫານມ້າຂອງພວກເຂົາຂີ່ມ້າຢ່າງວ່ອງໄວ;
ທະຫານມ້າຂອງພວກເຂົາມາຈາກແດນໄກ.
ພວກເຂົາບິນມາດັ່ງນົກອິນຊີເຈີດລົງຄຸບເຫຍື່ອ;
9ພວກເຂົາທຸກຄົນມີເຈດຕະນາທີ່ຈະໃຊ້ຄວາມຮຸນແຮງ.
ຝູງຊົນ#1:9 ໃນພາສາເຮັບເຣີຄຳນີ້ ມີຄວາມຫມາຍບໍ່ຊັດເຈນຂອງພວກເຂົາບຸກເຂົ້າມາເໝືອນລົມທະເລຊາຍ
ແລະ ກວາດຕ້ອນນັກໂທດໄປເໝືອນເມັດຊາຍ
10ພວກເຂົາເຢາະເຢີ້ຍບັນດາກະສັດ
ແລະ ດູຖູກບັນດາຜູ້ປົກຄອງ.
ພວກເຂົາຫົວເຢາະເຢີ້ຍເມືອງທີ່ມີປ້ອມປ້ອງກັນທັງໝົດ;
ໂດຍກອງດິນຂຶ້ນສູງຊັນ ແລະ ເຂົ້າຢຶດເມືອງເຫລົ່ານັ້ນ.
11ແລ້ວພວກເຂົາກໍກວດທັບໄປຢ່າງວ່ອງໄວເໝືອນລົມ ແລະ ມຸ່ງໜ້າຕໍ່ໄປ
ພວກເຂົາເປັນຄົນຜິດ ທີ່ຖືເອົາພາລະກຳລັງຂອງຕົນເອງເປັນເທບພະເຈົ້າຂອງຕົນ”.
ຄຳຮ້ອງທຸກເທື່ອທີສອງຂອງຮາບາກຸກ
12ຂ້າແດ່ພຣະເຈົ້າຢາເວ, ພຣະອົງດຳລົງຢູ່ນິລັນດອນບໍ່ແມ່ນບໍ?
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ອົງບໍລິສຸດຂອງຂ້ານ້ອຍ, ພວກຂ້ານ້ອຍທັງຫລາຍຈະບໍ່ຕາຍ.
ພຣະເຈົ້າຢາເວ ພຣະອົງໄດ້ແຕ່ງຕັ້ງພວກເຂົາໃຫ້ດຳເນີນການຕາມຄຳພິພາກສາ;
ສີລາຂອງຂ້ານ້ອຍ, ພຣະອົງໄດ້ບັນຊາໃຫ້ພວກເຂົາມາລົງໂທດ.
13ຕາຂອງພຣະອົງບໍລິສຸດເກີນກວ່າຈະເບິ່ງຄວາມຊົ່ວຮ້າຍ;
ພຣະອົງບໍ່ສາມາດທົນຕໍ່ການກະທຳຜິດໄດ້.
ດ້ວຍເຫດໃດພຣະອົງຈຶ່ງທົນຕໍ່ຄົນທໍລະຍົດ?
ດ້ວຍເຫດໃດພຣະອົງຈຶ່ງງຽບຢູ່ໃນຂະນະທີ່ຄົນຊົ່ວຮ້າຍ
ກືນກິນບັນດາຄົນທີ່ຊອບທຳກວ່າພວກເຂົາເອງ?
14ພຣະອົງເຮັດໃຫ້ມະນຸດເປັນເໝືອນປາໃນທະເລ,
ເໝືອນບັນດາສັດໃນທະເລທີ່ບໍ່ມີຜູ້ໃດປົກຄອງ.
15ສັດຕູຜູ້ຊົ່ວຮ້າຍໄດ້ດຶງພວກເຂົາທັງໝົດຂຶ້ນມາດ້ວຍເບັດ,
ລາວຈັບພວກເຂົາດ້ວຍແຫຂອງລາວ,
ລາວໄດ້ຮວບຮວມພວກເຂົາຂຶ້ນມາດ້ວຍມອງຂອງຕົນ,
ແລ້ວລາວຈຶ່ງຊື່ນຊົມຍິນດີ ແລະ ດີໃຈ.
16ເຫດສະນັ້ນ ລາວຈຶ່ງຖວາຍເຄື່ອງບູຊາແກ່ແຫຂອງຕົນ
ແລະ ເຜົາເຄື່ອງຫອມແກ່ມອງຂອງຕົນ,
ເພາະແຫຂອງລາວເຮັດໃຫ້ລາວດຳລົງຊີວິດຢູ່ໄດ້ຢ່າງຟູມເຟືອຍ
ແລະ ເພີດເພີນກັບອາຫານທີ່ເລືອກມາແລ້ວຢ່າງດີ.
17ລາວຈະແກະສິ່ງທີ່ຈັບໄດ້ອອກມາຈາກແຫຂອງລາວ,
ທຳລາຍຊົນຊາດຕ່າງໆຢ່າງບໍ່ມີຄວາມເມດຕາຕໍ່ໄປບໍ?
Currently Selected:
ຮາບາກຸກ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: