ປະຖົມມະການ 6:1-4
ປະຖົມມະການ 6:1-4 LCV
ເມື່ອມະນຸດເລີ່ມເພີ່ມຈຳນວນຂຶ້ນເທິງແຜ່ນດິນໂລກ ແລະ ບັນດາລູກຍິງທັງຫລາຍກໍເກີດມາໃຫ້ແກ່ພວກເຂົາ. ບັນດາລູກຊາຍຂອງພຣະເຈົ້າໄດ້ເຫັນວ່າບັນດາລູກສາວຂອງມະນຸດນັ້ນສວຍງາມ ແລ້ວພວກເຂົາກໍແຕ່ງງານກັບຄົນທີ່ພວກເຂົາເລືອກ. ແລ້ວພຣະເຈົ້າຢາເວໄດ້ກ່າວວ່າ, “ພຣະວິນຍານຂອງເຮົາຈະບໍ່ຕໍ່ສູ້ກັບມະນຸດຕະຫລອດໄປ, ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ ພວກເຂົາຈະມີອາຍຸ 120 ປີ”. ໃນສະໄໝນັ້ນ ແລະ ໃນສະໄໝຕໍ່ມາມີຄົນເນຟີລິມອາໄສຢູ່ໃນໂລກ ຄືເມື່ອລູກຊາຍຂອງພຣະເຈົ້າໄດ້ໄປຢູ່ກິນກັບບັນດາລູກສາວຂອງມະນຸດ ແລະ ມີລູກກັບພວກເຂົາ. ພວກເຂົາເປັນວິລະບຸລຸດຂອງຄົນໃນຍຸກບູຮານ, ເປັນຄົນທີ່ມີຊື່ສຽງ.





