ປະຖົມມະການ 48:15-16
ປະຖົມມະການ 48:15-16 LCV
ແລ້ວເພິ່ນຈຶ່ງໄດ້ອວຍພອນໂຢເຊັບ ແລະ ກ່າວວ່າ, “ຂໍພຣະເຈົ້າຂອງບັນພະບຸລຸດຂອງຂ້ານ້ອຍ ຜູ້ທີ່ອັບຣາຮາມ ແລະ ອີຊາກໄດ້ເດີນຕາມຢ່າງສັດຊື່ຢູ່ຕໍ່ໜ້າ ພຣະເຈົ້າຜູ້ທີ່ເປັນຜູ້ລ້ຽງຂອງຂ້ານ້ອຍ ມາຕະຫລອດຊີວິດຈົນເຖິງທຸກວັນນີ້, ຂໍໃຫ້ເທວະດາຜູ້ທີ່ຊ່ວຍໃຫ້ຂ້ານ້ອຍພົ້ນຈາກອັນຕະລາຍທັງປວງນັ້ນ ຂໍພຣະອົງອວຍພອນເດັກຊາຍເຫລົ່ານີ້. ຂໍໃຫ້ຊື່ຂອງຂ້ານ້ອຍ ແລະ ຊື່ຂອງບັນພະບຸລຸດຂອງຂ້ານ້ອຍຄື ອັບຣາຮາມ ແລະ ອີຊາກ ດຳລົງຢູ່ກັບພວກເຂົາ, ແລະ ຂໍໃຫ້ພວກເຂົາເພີ່ມທະວີຂຶ້ນຫລວງຫລາຍ ເທິງແຜ່ນດິນໂລກ”.





