YouVersion Logo
Search Icon

ປະຖົມມະການ 45

45
ໂຢເຊັບ​ເປີດເຜີຍ​ຕົນ​ເອງ​ໃຫ້​ເປັນ​ທີ່ຮູ້ຈັກ
1ແລ້ວ​ໂຢເຊັບ​ບໍ່​ສາມາດ​ຄວບຄຸມ​ຕົນ​ເອງ​ຕໍ່ໜ້າ​ບັນດາ​ຜູ້ຮັບໃຊ້​ທັງໝົດ​ຂອງ​ລາວ​ໄດ້​ຕໍ່ໄປ​ອີກ, ແລ້ວ​ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ​ໃຫ້​ພົ້ນ​ຈາກ​ເຮົາ!” ດັ່ງນັ້ນ ຈຶ່ງ​ບໍ່​ມີ​ຜູ້ໃດ​ຢູ່​ກັບ​ໂຢເຊັບ​ເມື່ອ​ລາວ​ເປີດເຜີຍ​ຕົນ​ເອງ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ອ້າຍນ້ອງ​ຂອງ​ລາວ. 2ແລ້ວ​ລາວ​ກໍ​ຮ້ອງໄຫ້​ສຽງ​ດັງ​ຈົນ​ຊາວເອຢິບ​ໄດ້​ຍິນ​ສຽງ​ລາວ ແລະ ຄົວເຮືອນ​ຂອງ​ຟາໂຣ​ກໍ​ໄດ້​ຍິນ​ເລື່ອງ​ນີ້.
3ໂຢເຊັບ​ໄດ້​ເວົ້າ​ກັບ​ບັນດາ​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ, “ເຮົາ​ແມ່ນ​ໂຢເຊັບ! ພໍ່​ຂອງ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ບໍ?” ແຕ່​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ບໍ່​ສາມາດ​ຕອບ​ເພິ່ນ​ໄດ້, ເພາະ​ພວກເຂົາ​ຕົກໃຈ​ຢ້ານ​ທີ່​ໄດ້​ຢູ່​ຊ້ອງໜ້າ​ໂຢເຊັບ.
4ແລ້ວ​ໂຢເຊັບ​ຈຶ່ງ​ເວົ້າ​ກັບ​ບັນດາ​ອ້າຍ​ນ້ອງ​ຂອງ​ລາວ​ວ່າ, “ຈົ່ງ​ເຂົ້າ​ມາ​ໃກ້ໆ​ເຮົາ”. ເມື່ອ​ພວກເຂົາ​ຫຍັບ​ເຂົ້າ​ໄປ​ໃກ້ໆ​ລາວ​ແລ້ວ, ລາວ​ຈຶ່ງ​ເວົ້າ​ວ່າ, “ເຮົາ​ຄື​ໂຢເຊັບ​ນ້ອງຊາຍ​ຂອງ​ພວກເຈົ້າ, ຄົນ​ທີ່​ພວກອ້າຍ​ໄດ້​ຂາຍ​ເຂົ້າ​ມາ​ໃນ​ເອຢິບ! 5ແລະ ບັດນີ້​ຢ່າ​ເສຍໃຈ ແລະ ຢ່າ​ໃຈຮ້າຍ​ໃຫ້​ຕົນ​ເອງ​ທີ່​ໄດ້​ຂາຍ​ເຮົາ​ມາ​ທີ່​ນີ້, ເພາະວ່າ​ພຣະເຈົ້າ​ໄດ້​ສົ່ງ​ເຮົາ​ມາ​ລ່ວງໜ້າ​ພວກອ້າຍ​ເພື່ອ​ຊ່ວຍ​ຊີວິດ​ພວກເຮົາ. 6ບັດນີ້ ເປັນ​ເວລາ​ສອງ​ປີ​ແລ້ວ​ທີ່​ມີ​ການ​ອຶດຢາກ​ອາຫານ​ໃນ​ແຜ່ນດິນ​ນີ້, ແລ້ວ​ອີກ​ຫ້າ​ປີ​ຂ້າງ​ໜ້າ​ກໍ​ຈະ​ບໍ່​ມີ​ການ​ຄາດ​ໄຖ ແລະ ເກັບກ່ຽວ. 7ແຕ່​ພຣະເຈົ້າ​ສົ່ງ​ເຮົາ​ມາ​ລ່ວງໜ້າ​ພວກອ້າຍ​ເພື່ອ​ປົກປ້ອງ​ຮັກສາ​ຄົນ​ທີ່​ເຫລືອ​ຢູ່​ເທິງ​ແຜ່ນດິນໂລກ​ໄວ້ ແລະ ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກອ້າຍ​ໄວ້​ດ້ວຍ​ກອບກູ້​ທີ່​ຍິ່ງໃຫຍ່.#45:7 ຫລື ຊ່ວຍ​ພວກເຈົ້າ​ໄວ້​ໃນ​ຖານະ​ກຸ່ມ​ຜູ້​ລອດ​ຊີວິດ​ທີ່​ຍິ່ງໃຫຍ່
8“ດັ່ງນັ້ນ ຈຶ່ງ​ບໍ່​ແມ່ນ​ພວກອ້າຍ​ທີ່​ສົ່ງ​ເຮົາ​ມາ​ທີ່​ນີ້, ແຕ່​ແມ່ນ​ພຣະເຈົ້າ. ພຣະອົງ​ໄດ້​ເຮັດ​ໃຫ້​ເຮົາ​ເປັນ​ເໝືອນ​ບິດາ​ຕໍ່​ຟາໂຣ, ເປັນ​ເຈົ້ານາຍ​ໃນ​ຄົວເຮືອນ​ທັງໝົດ​ຂອງ​ເພິ່ນ ແລະ ເປັນ​ຜູ້ປົກຄອງ​ເອຢິບ​ທັງໝົດ. 9ບັດນີ້ ຈົ່ງ​ຟ້າວ​ກັບເມືອ​ຫາ​ພໍ່​ຂອງ​ເຮົາ ແລະ ບອກ​ເພິ່ນ​ວ່າ, ‘ນີ້​ແມ່ນ​ສິ່ງ​ທີ່​ໂຢເຊັບ​ລູກຊາຍ​ຂອງ​ພໍ່​ກ່າວ: ພຣະເຈົ້າ​ໄດ້​ເຮັດ​ໃຫ້​ລູກ​ເປັນ​ເຈົ້ານາຍ​ຂອງ​ເອຢິບ​ທັງໝົດ. ຂໍ​ເຊີນ​ພໍ່​ລົງ​ມາ​ຫາ​ລູກ, ຢ່າ​ຊັກຊ້າ​ເລີຍ. 10ພໍ່​ຈະ​ໄດ້​ມາ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ ແລະ ຢູ່​ໃກ້ໆ​ລູກ ພໍ່​ເອງ, ບັນດາ​ລູກ​ພ້ອມ​ທັງ​ບັນດາ​ຫລານ​ຂອງ​ພໍ່, ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ຂອງ​ພໍ່, ພ້ອມ​ທັງ​ທຸກສິ່ງ​ທີ່​ພໍ່​ມີ. 11ລູກ​ຈະ​ຈັດຫາ​ໃຫ້​ພໍ່​ຢູ່​ທີ່​ນັ້ນ, ເພາະ​ຍັງ​ຈະ​ມີ​ການ​ອຶດຢາກ​ອາຫານ​ຢູ່​ອີກ​ຫ້າ​ປີ. ບໍ່​ດັ່ງນັ້ນ​ແລ້ວ​ທັງ​ພໍ່, ຄອບຄົວ​ຂອງ​ພໍ່ ແລະ ຄົນ​ຂອງ​ພໍ່​ທຸກຄົນ​ຈະ​ເປັນ​ຄົນ​ຂາດແຄນ’.
12“ພວກອ້າຍ​ເອງ​ກໍ​ເຫັນ​ດ້ວຍ​ຕົວ​ເອງ​ແລ້ວ ແລະ ເບັນຢາມິນ​ນ້ອງຊາຍ​ຂອງ​ເຮົາ​ກໍ​ເຫັນ​ເຊັ່ນ​ດຽວ​ກັນ​ວ່າ​ແມ່ນ​ເຮົາ​ແທ້​ທີ່​ກຳລັງ​ເວົ້າ​ກັບ​ພວກທ່ານ​ຢູ່. 13ຈົ່ງ​ເລົ່າ​ໃຫ້​ພໍ່​ຂອງ​ເຮົາ​ຟັງ​ວ່າ​ເຮົາ​ໄດ້​ຮັບ​ກຽດຕິຍົດ​ທັງໝົດ​ໃນ​ເອຢິບ ແລະ ຈົ່ງ​ເລົ່າ​ທຸກສິ່ງ​ທີ່​ພວກອ້າຍ​ໄດ້​ເຫັນ. ແລ້ວ​ພາ​ພໍ່​ມາ​ທີ່​ນີ້​ໂດຍ​ໄວ”.
14ແລ້ວ​ໂຢເຊັບ​ກໍ​ອ້າ​ແຂນ​ກອດ​ເບັນຢາມິນ​ນ້ອງຊາຍ​ຂອງ​ລາວ ແລະ ຮ້ອງໄຫ້, ແລ້ວ​ເບັນຢາມິນ​ກໍ​ກອດ​ໂຢເຊັບ​ຮ້ອງໄຫ້. 15ແລະ ໂຢເຊັບ​ກໍ​ຈູບ​ອ້າຍ​ນ້ອງ​ທຸກຄົນ ແລະ ຮ້ອງໄຫ້​ນຳ​ພວກເຂົາ. ຫລັງຈາກ​ນັ້ນ​ອ້າຍ​ນ້ອງ​ຂອງ​ລາວ​ກໍ​ເວົ້າ​ກັບ​ໂຢເຊັບ.
16ເມື່ອ​ຂ່າວ​ໄປ​ເຖິງ​ວັງ​ຂອງ​ກະສັດ​ຟາໂຣ​ວ່າ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ໄດ້​ມາ, ຟາໂຣ​ກັບ​ພະນັກງານ​ທັງໝົດ​ຂອງ​ເພິ່ນ​ກໍ​ພາ​ກັນ​ຍິນດີ. 17ຟາໂຣ​ເວົ້າ​ກັບ​ໂຢເຊັບ​ວ່າ, “ຈົ່ງ​ໄປ​ບອກ​ອ້າຍ​ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ເຮັດ​ຕາມ​ນີ້​ຄື: ນຳ​ສັດ​ບັນທຸກ​ສິ່ງຂອງ​ກັບ​ໄປ​ຍັງ​ການາອານ, 18ແລ້ວ​ນຳ​ເອົາ​ພໍ່​ຂອງ​ພວກເຈົ້າ ແລະ ທຸກຄົນ​ໃນ​ຄອບຄົວ​ກັບ​ມາ​ຫາ​ເຮົາ. ເຮົາ​ຈະ​ຍົກ​ດິນແດນ​ທີ່​ດີ​ທີ່ສຸດ​ໃນ​ເອຢິບ​ໃຫ້​ພວກເຈົ້າ ແລະ ພວກເຈົ້າ​ຈະ​ໄດ້​ຊື່ນຊົມຍິນດີ​ກັບ​ຄວາມ​ອຸດົມສົມບູນ​ຂອງ​ແຜ່ນດິນ​ນີ້’.
19“ເຈົ້າ​ຈົ່ງ​ບອກ​ພວກເຂົາ​ດ້ວຍ​ວ່າ, ‘ຈົ່ງ​ເຮັດ​ຕາມ​ນີ້​ຄື: ຈົ່ງ​ນຳ​ຂະບວນ​ກວຽນ​ຈາກ​ເອຢິບ​ໄປ​ຮັບ​ເອົາ​ລູກຫລານ​ຂອງ​ພວກເຈົ້າ, ບັນດາ​ເມຍ ແລະ ພໍ່​ຂອງ​ພວກເຈົ້າ​ມາ​ທີ່​ນີ້. 20ຢ່າ​ໄດ້​ເປັນ​ຫ່ວງ​ເຖິງ​ຊັບສົມບັດ​ຂອງ​ພວກເຈົ້າ​ທີ່​ຢູ່​ທີ່​ນັ້ນ, ເພາະ​ພວກເຈົ້າ​ຈະ​ໄດ້​ຮັບ​ສິ່ງ​ຂອງ​ທີ່​ດີ​ທີ່ສຸດ​ທັງໝົດ​ທີ່​ມີ​ຢູ່​ໃນ​ເອຢິບ’ ”.
21ດັ່ງນັ້ນ ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ຈຶ່ງ​ໄດ້​ເຮັດ​ຕາມ​ນັ້ນ. ໂຢເຊັບ​ຈຶ່ງ​ໃຫ້​ຂະບວນ​ກວຽນ​ໄປ​ກັບ​ພວກເຂົາ​ຕາມ​ຄຳສັ່ງ​ຂອງ​ຟາໂຣ, ແລະ ລາວ​ຍັງ​ໄດ້​ໃຫ້​ສະບຽງ​ອາຫານ​ໄປ​ກິນ​ຕາມ​ທາງ​ດ້ວຍ. 22ລາວ​ໄດ້​ໃຫ້​ເຄື່ອງນຸ່ງ​ໃໝ່​ແກ່​ອ້າຍ​ນ້ອງ​ທຸກຄົນ, ແຕ່​ສ່ວນ​ເບັນຢາມິນ​ລາວ​ໄດ້​ໃຫ້​ເງິນ 300 ເຊເຂວ#45:22 ຄື ຫລຽນ​ເງິນ​ໜັກ​ປະມານ 7,5 ພາວ ຫລື ປະມານ 3,5 ກິໂລກຣາມ ແລະ ເຄື່ອງນຸ່ງ​ຫ້າ​ຊຸດ. 23ແລະ ໂຢເຊັບ​ໄດ້​ສົ່ງ​ສິ່ງ​ເຫລົ່ານີ້​ໃຫ້​ແກ່​ພໍ່​ຂອງ​ລາວ​ຄື: ລໍ​ສິບ​ໂຕ​ພ້ອມ​ກັບ​ບັນທຸກ​ສິ່ງຂອງ​ທີ່​ດີ​ທີ່ສຸດ​ທີ່​ມີ​ຢູ່​ໃນ​ເອຢິບ ແລະ ລໍແມ່​ອີກ​ສິບ​ໂຕ​ພ້ອມ​ກັບ​ບັນທຸກ​ເຂົ້າ ແລະ ເຂົ້າຈີ່​ພ້ອມ​ທັງ​ສະບຽງ​ອາຫານ​ອື່ນໆ​ໃຫ້​ພໍ່​ເອົາ​ໄວ້​ກິນ​ຕາມ​ທາງ. 24ແລ້ວ​ໂຢເຊັບ​ຈຶ່ງ​ສົ່ງ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ​ອອກ​ເດີນທາງ​ໄປ ແລະ ຂະນະ​ທີ່​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ​ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ຢ່າ​ຜິດຖຽງ​ກັນ​ຕາມ​ທາງ!”
25ດັ່ງນັ້ນ ພວກເຂົາ​ຈຶ່ງ​ເດີນທາງ​ອອກ​ຈາກ​ເອຢິບ​ກັບ​ໄປ​ຫາ​ຢາໂຄບ​ຜູ້​ເປັນ​ພໍ່​ຢູ່​ທີ່​ດິນແດນ​ການາອານ. 26ພວກເຂົາ​ໄດ້​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ໂຢເຊັບ​ຍັງ​ມີ​ຊີວິດ​ຢູ່! ຄວາມຈິງແລ້ວ, ລາວ​ໄດ້​ເປັນ​ຜູ້ປົກຄອງ​ເອຢິບ​ທັງໝົດ”. ຢາໂຄບ​ຕົກໃຈ; ເພິ່ນ​ບໍ່​ເຊື່ອ​ພວກເຂົາ. 27ແຕ່​ເມື່ອ​ພວກເຂົາ​ໄດ້​ເລົ່າ​ທຸກສິ່ງ​ທີ່​ໂຢເຊັບ​ໄດ້​ເວົ້າ​ກັບ​ພວກເຂົາ​ໃຫ້​ພໍ່​ຟັງ​ແລ້ວ ແລະ ເມື່ອ​ເພິ່ນ​ເຫັນ​ຂະບວນ​ກວຽນ​ທີ່​ໂຢເຊັບ​ໄດ້​ສົ່ງ​ມາ​ຮັບ​ເພິ່ນ​ກັບ​ໄປ​ນັ້ນ, ຈິດໃຈ​ຂອງ​ຢາໂຄບ​ຜູ້​ເປັນ​ພໍ່​ຂອງ​ພວກເຂົາ​ກໍ​ໄດ້​ຟື້ນ​ຂຶ້ນ​ມາ. 28ແລ້ວ​ອິດສະຣາເອນ​ກໍ​ເວົ້າ​ວ່າ, “ພໍ່​ໝັ້ນໃຈ​ແລ້ວ! ໂຢເຊັບ​ລູກຊາຍ​ຂອງ​ພໍ່​ຍັງ​ມີ​ຊີວິດ​ຢູ່. ພໍ່​ຈະ​ໄປ​ພົບ​ລາວ​ກ່ອນ​ພໍ່​ຕາຍ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in