ປະຖົມມະການ 40
40
ພະນັກງານເສີບເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່
1ຕໍ່ມາ ພະນັກງານເສີບເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່ຂອງກະສັດແຫ່ງເອຢິບໄດ້ເຮັດຜິດຕໍ່ນາຍຂອງພວກເຂົາ ຄືກະສັດແຫ່ງເອຢິບ. 2ຟາໂຣໄດ້ໃຈຮ້າຍໃຫ້ແກ່ພະນັກງານສອງຄົນນີ້ຄື: ຫົວໜ້າພະນັກງານເສີບເຫລົ້າອະງຸ່ນ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່. 3ແລະ ໄດ້ເອົາພວກເຂົາໄປກັກຂັງໄວ້ຢູ່ໃນເຮືອນຂອງຫົວໜ້າທະຫານຍາມ, ຄືໃນຄຸກດຽວກັນກັບບ່ອນທີ່ໂຢເຊັບໄດ້ຖືກກັກຂັງໄວ້. 4ຫົວໜ້າຂອງທະຫານຍາມໄດ້ມອບພວກເຂົາໃຫ້ແກ່ໂຢເຊັບ ແລະ ລາວກໍໄດ້ເບິ່ງແຍງພວກເຂົາ.
ຫລັງຈາກທີ່ພວກເຂົາໄດ້ຖືກຄຸມຕົວຢູ່ໄລຍະໜຶ່ງ, 5ຊາຍແຕ່ລະຄົນຄື: ພະນັກງານເສີບເຫລົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່ຂອງກະສັດແຫ່ງເອຢິບ, ເຊິ່ງໄດ້ຖືກຂັງໄວ້ຢູ່ໃນຄຸກນັ້ນກໍໄດ້ຝັນໃນຄືນດຽວກັນ ແລະ ຄວາມຝັນຂອງແຕ່ລະຄົນນັ້ນກໍມີຄວາມໝາຍຕ່າງກັນ.
6ເຊົ້າວັນຕໍ່ມາ ເມື່ອໂຢເຊັບໄດ້ມາຫາພວກເຂົາ, ລາວກໍເຫັນວ່າພວກເຂົາເສົ້າໃຈຢູ່. 7ດັ່ງນັ້ນ ລາວຈຶ່ງໄດ້ຖາມຂ້າລາຊະການທັງສອງຂອງຟາໂຣທີ່ຖືກກັກຂັງຮ່ວມກັບລາວຢູ່ໃນເຮືອນຂອງນາຍຂອງລາວວ່າ, “ເປັນຫຍັງມື້ນີ້ພວກທ່ານເບິ່ງເໝືອນວ່າໂສກເສົ້າແທ້?”
8ພວກເຂົາໄດ້ຕອບວ່າ, “ພວກເຮົາທັງສອງຄົນໄດ້ຝັນ, ແຕ່ບໍ່ມີຜູ້ໃດຕີຄວາມໝາຍຂອງຄວາມຝັນເຫລົ່ານັ້ນໄດ້”.
ແລ້ວໂຢເຊັບຈຶ່ງໄດ້ເວົ້າກັບພວກເຂົາວ່າ, “ການຕີຄວາມໝາຍເຫລົ່ານີ້ບໍ່ໄດ້ເປັນຂອງພຣະເຈົ້າບໍ? ຈົ່ງເລົ່າຄວາມຝັນຂອງພວກທ່ານໃຫ້ຂ້ອຍຟັງ”.
9ດັ່ງນັ້ນ ຫົວໜ້າພະນັກງານເສີບເຫລົ້າອະງຸ່ນຈຶ່ງໄດ້ເລົ່າຄວາມຝັນຂອງລາວໃຫ້ໂຢເຊັບຟັງ. ລາວໄດ້ເວົ້າວ່າ, “ໃນຄວາມຝັນຂອງຂ້ອຍນັ້ນ ຂ້ອຍໄດ້ເຫັນເຄືອອະງຸ່ນຢູ່ຕໍ່ໜ້າຂ້ອຍ, 10ແລະ ຢູ່ເທິງເຄືອອະງຸ່ນນັ້ນມີສາມກິ່ງ. ທັນທີທີ່ມັນແຕກກິ່ງອອກ, ແລ້ວມັນກໍອອກດອກ ແລະ ມັນກໍເປັນພວງໝາກອະງຸ່ນສຸກ. 11ຈອກຂອງກະສັດຟາໂຣກໍຢູ່ໃນມືຂອງຂ້ອຍ, ແລ້ວຂ້ອຍຈຶ່ງເດັດໝາກອະງຸ່ນມາຄັ້ນເອົານ້ຳໃສ່ຈອກຂອງຟາໂຣ ແລະ ຍື່ນຈອກນັ້ນໃສ່ມືຂອງເພິ່ນ”.
12ໂຢເຊັບໄດ້ເວົ້າຕໍ່ລາວວ່າ, “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້, ກິ່ງສາມກິ່ງໝາຍເຖິງສາມວັນ. 13ພາຍໃນສາມວັນນີ້ ຟາໂຣຈະປ່ອຍທ່ານ ແລະ ຄືນຕຳແໜ່ງໃຫ້ທ່ານ ແລ້ວທ່ານຈະຍື່ນຈອກໃສ່ມືຂອງຟາໂຣເໝືອນດັ່ງທີ່ທ່ານເຄີຍໄດ້ເຮັດມາເມື່ອທ່ານເປັນຜູ້ເສີບເຫລົ້າອະງຸ່ນນັ້ນ. 14ເມື່ອທ່ານໄດ້ດີແລ້ວ ຂໍລະນຶກເຖິງຂ້ານ້ອຍ ແລະ ສະແດງຄວາມເມດຕາຕໍ່ຂ້ານ້ອຍດ້ວຍ; ຂໍຊ່ວຍບອກຟາໂຣເລື່ອງຂ້ານ້ອຍ ແລະ ຊ່ວຍຂ້ານ້ອຍອອກຈາກຄຸກນີ້ດ້ວຍ. 15ຂ້ານ້ອຍໄດ້ຖືກບັງຄັບມາຈາກດິນແດນຂອງຊາວເຮັບເຣີ ແລະ ແມ່ນແຕ່ຢູ່ທີ່ນີ້ຂ້ານ້ອຍກໍບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຕ້ອງໄດ້ຖືກຂັງຄຸກ”.
16ເມື່ອຫົວໜ້າພະນັກງານເຮັດເຂົ້າຈີ່ເຫັນວ່າໂຢເຊັບຕີຄວາມໝາຍຂອງຄວາມຝັນໄປໃນທາງທີ່ດີ, ລາວຈຶ່ງໄດ້ເວົ້າກັບໂຢເຊັບວ່າ, “ຂ້ອຍກໍໄດ້ຝັນຄືກັນວ່າ: ຢູ່ເທິງຫົວຂ້ອຍມີກະຕ່າເຂົ້າຈີ່#40:16 ຫລື ກະຕ່າທີ່ເຮັດດ້ວຍເຄື່ອງສານສາມໜ່ວຍ. 17ຢູ່ໃນກະຕ່າໜ່ວຍທີ່ຢູ່ເທິງສຸດນັ້ນມີເຂົ້າຈີ່ທຸກຊະນິດສຳລັບຟາໂຣ, ແຕ່ມີບັນດານົກກຳລັງຕອດກິນເຂົ້າຈີ່ໃນກະຕ່າໜ່ວຍນັ້ນທີ່ຢູ່ເທິງຫົວຂອງຂ້ອຍ”.
18ໂຢເຊັບໄດ້ເວົ້າວ່າ, “ນີ້ຄືຄວາມໝາຍຂອງຄວາມຝັນຄື, ກະຕ່າສາມໜ່ວຍໝາຍເຖິງສາມວັນ. 19ພາຍໃນສາມວັນຟາໂຣຈະຕັດຫົວຂອງທ່ານ ແລະ ສຽບຮ່າງກາຍຂອງທ່ານໄວ້ເທິງເສົາ. ແລ້ວຝູງນົກຈະຕອດກິນຊີ້ນຂອງທ່ານ”.
20ບັດນີ້ ວັນທີສາມກໍເປັນວັນເກີດຂອງຟາໂຣ ແລະ ເພິ່ນໄດ້ໃຫ້ງານລ້ຽງສະຫລອງແກ່ຂ້າລາຊະການທັງໝົດຂອງເພິ່ນ. ເພິ່ນໄດ້ສັ່ງໃຫ້ນຳຕົວຫົວໜ້າພະນັກງານເສີບເຫລົ້າອະງຸ່ນ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່ມາພົບຕໍ່ໜ້າບັນດາຂ້າລາຊະການຂອງເພິ່ນ: 21ເພິ່ນໄດ້ຄືນຕຳແໜ່ງໃຫ້ຫົວໜ້າພະນັກງານເສີບເຫລົ້າອະງຸ່ນ ເພື່ອວ່າລາວຈະໄດ້ຍື່ນຈອກເຫລົ້າອະງຸ່ນໃສ່ມືຂອງຟາໂຣອີກ. 22ແຕ່ເພິ່ນໄດ້ສັ່ງໃຫ້ປະຫານພະນັກງານເຮັດເຂົ້າຈີ່, ເຊິ່ງເປັນໄປຕາມທີ່ໂຢເຊັບໄດ້ບອກພວກເຂົາໃນການຕີຄວາມໝາຍຂອງລາວ.
23ເຖິງຢ່າງໃດກໍຕາມ, ຫົວໜ້າພະນັກງານເສີບເຫລົ້າອະງຸ່ນກໍລືມໂຢເຊັບເລີຍ; ລາວບໍ່ໄດ້ລະນຶກເຖິງໂຢເຊັບເລີຍ.
Currently Selected:
ປະຖົມມະການ 40: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: