ປະຖົມມະການ 39:7-9
ປະຖົມມະການ 39:7-9 LCV
ແລ້ວຫລັງຈາກນັ້ນມາບໍ່ດົນ ເມຍຂອງນາຍຂອງລາວກໍສັງເກດເບິ່ງໂຢເຊັບ ແລະ ໄດ້ເວົ້າວ່າ, “ຈົ່ງມາຮ່ວມຫລັບນອນກັບຂ້ອຍ!” ແຕ່ລາວໄດ້ປະຕິເສດ. ລາວໄດ້ບອກນາງວ່າ, “ພາຍໃຕ້ຄວາມຮັບຜິດຊອບຂອງຂ້ານ້ອຍ, ນາຍຂອງຂ້ານ້ອຍ ເພິ່ນເອງບໍ່ໄດ້ກັງວົນເອງໃນເລື່ອງໃດທີ່ຢູ່ໃນເຮືອນ; ທຸກສິ່ງທີ່ເພິ່ນເປັນເຈົ້າຂອງ ເພິ່ນກໍໄດ້ມອບໝາຍໃຫ້ຢູ່ໃນການເບິ່ງແຍງຂອງຂ້ານ້ອຍ. ຢູ່ໃນເຮືອນນີ້ບໍ່ມີຜູ້ໃດໃຫຍ່ກວ່າຂ້ານ້ອຍ. ນາຍຂອງຂ້ານ້ອຍບໍ່ໄດ້ຫວງແຫນສິ່ງໃດກັບຂ້ານ້ອຍນອກຈາກທ່ານ. ເພາະທ່ານເປັນເມຍຂອງເພິ່ນ. ຂ້ານ້ອຍຈະເຮັດສິ່ງຊົ່ວຮ້າຍເຊັ່ນນີ້ ແລະ ເຮັດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?”





