ເອເຊກຽນ 40
40
ບໍລິເວນວິຫານໄດ້ຮັບການບູລະນະຄືນໃໝ່
1ໃນວັນທີສິບຂອງຕົ້ນປີທີຊາວຫ້າ ເຊິ່ງພວກເຮົາໄດ້ຕົກເປັນຊະເລີຍ ຫລື ປີທີສິບສີ່ຫລັງຈາກນະຄອນແຕກ ໃນວັນນັ້ນມືຂອງພຣະເຈົ້າຢາເວໄດ້ຢູ່ເໜືອຂ້າພະເຈົ້າ ແລະ ພຣະອົງໄດ້ນຳຂ້າພະເຈົ້າໄປທີ່ນັ້ນ. 2ໃນນິມິດຂອງພຣະເຈົ້ານັ້ນພຣະອົງໄດ້ນຳຂ້າພະເຈົ້າມາຍັງດິນແດນອິດສະຣາເອນ ແລະ ໄດ້ວາງຂ້າພະເຈົ້າໄວ້ເທິງພູເຂົາທີ່ສູງຫລາຍ ທາງດ້ານທິດໃຕ້ຂອງພູເຂົານັ້ນມີອາຄານບ້ານເຮືອນທີ່ເບິ່ງເຫມືອນກັບເປັນເມືອງໜຶ່ງ. 3ພຣະອົງໄດ້ນຳຂ້າພະເຈົ້າໄປທີ່ນັ້ນ ແລະ ຂ້າພະເຈົ້າໄດ້ເຫັນຊາຍຄົນໜຶ່ງມີຮູບລັກສະນະເຫລື້ອມຄ້າຍກັບທອງສຳລິດ; ຊາຍຄົນນັ້ນຢືນຢູ່ທີ່ທາງເຂົ້າ ພ້ອມກັບຖືເຊືອກລິນິນເສັ້ນໜຶ່ງ ແລະ ໄມ້ວັດແທກອັນໜຶ່ງຢູ່ໃນມືຂອງລາວ. 4ຊາຍຄົນນັ້ນໄດ້ກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເບິ່ງໃຫ້ດີ ແລະ ຈົ່ງຟັງໃຫ້ດີ ແລະ ຈົ່ງເອົາໃຈໃສ່ທຸກສິ່ງທີ່ເຮົາຈະສະແດງໃຫ້ແກ່ເຈົ້າ, ເພາະພຣະເຈົ້າພາເຈົ້າມາບ່ອນນີ້ກໍເພື່ອການນີ້. ຈົ່ງບອກທຸກສິ່ງທີ່ເຈົ້າເຫັນນັ້ນແກ່ປະຊາຊົນອິດສະຣາເອນ”.
ປະຕູດ້ານຕາເວັນອອກສູ່ເດີ່ນຊັ້ນນອກ
5ຂ້າພະເຈົ້າໄດ້ເຫັນກຳແພງອ້ອມຮອບບໍລິເວນວິຫານ. ໄມ້ວັດແທກທີ່ຢູ່ໃນມືຂອງຊາຍຄົນນັ້ນມີຄວາມຍາວ 6 ສອກ,#40:5 ຄື ປະມານ 3,2 ແມັດ ເຊັ່ນດຽວກັບຂໍ້ 12 ໜຶ່ງໃນຫົກຂອງໄມ້ວັດແທກນັ້ນຍາວ 1 ສອກ#40:5 ຄື ປະມານ 53 ຊັງຕີແມັດ ເຊັ່ນດຽວກັບຂໍ້ 12 ແລະ 1 ຝ່າມື.#40:5 ຄື ປະມານ 8 ຊັງຕີແມັດ ຊາຍຄົນນັ້ນໄດ້ແທກກຳແພງ ເຊິ່ງກຳແພງນັ້ນໜາໜຶ່ງໄມ້ວັດແທກ ແລະ ສູງໜຶ່ງໄມ້ວັດແທກ.
6ແລ້ວເພິ່ນກໍໄປທີ່ປະຕູດ້ານຕາເວັນອອກ. ເພິ່ນໄດ້ຂຶ້ນຂັ້ນໄດໄປ ແລະ ໄດ້ວັດແທກຕີນປະຕູ ເຊິ່ງມີຄວາມເລິກໜຶ່ງໄມ້ວັດແທກ.#40:6 ພາສາເຮັບເຣີວ່າ ຕີນປະຕູທຳອິດເລິກໜຶ່ງໄມ້ວັດແທກ 7ສອງຟາກທາງຍ່າງຂອງປະຕູດ້ານຕາເວັນອອກມີຫ້ອງເຝົ້າຍາມຟາກລະສາມຫ້ອງ ແຕ່ລະຫ້ອງມີຄວາມຍາວໜຶ່ງໄມ້ວັດແທກ ແລະ ກວ້າງໜຶ່ງໄມ້ວັດແທກ, ຝາກັ້ນລະຫວ່າງຫ້ອງເຝົ້າຍາມແຕ່ລະຫ້ອງມີຄວາມໜາ 5 ສອກ.#40:7 ຄື ປະມານ 2,5 ແມັດ ເຊັ່ນດຽວກັບຂໍ້ 48 ທາງເຂົ້າຕິດກັບລະບຽງທີ່ຫັນໜ້າໄປທາງວິຫານນັ້ນມີຄວາມເລິກໜຶ່ງໄມ້ວັດແທັກ.
8ແລ້ວເພິ່ນໄດ້ວັດແທກລະບຽງຂອງປະຕູທາງເຂົ້ານີ້; 9ແທກຄວາມເລິກໄດ້ 8 ສອກ#40:9 ຄື ປະມານ 4 ແມັດ ແລະ ມີເສົາທີ່ມີຄວາມໜາ 2 ສອກ.#40:9 ຄື ປະມານ 1 ແມັດ ລະບຽງຂອງປະຕູທາງເຂົ້ານີ້ຫັນໜ້າໄປທາງວິຫານ.
10ພາຍໃນປະຕູດ້ານຕາເວັນອອກມີຫ້ອງເຝົ້າຍາມສາມຫ້ອງຢູ່ທັງສອງຟາກ ທັງສາມຫ້ອງມີຂະໜາດເທົ່າກັນ ແລະ ຄວາມໜາຂອງຝາກັ້ນລະຫວ່າງຫ້ອງກໍມີຂະໜາດເທົ່າກັນ. 11ແລ້ວເພິ່ນກໍໄດ້ແທກຄວາມກວ້າງຂອງລະບຽງປະຕູໄດ້ 10 ສອກ#40:11 ຄື ປະມານ 5 ແມັດ ແລະ ຄວາມຍາວໄດ້ 13 ສອກ.#40:11 ຄື ປະມານ 6,5 ແມັດ 12ດ້ານໜ້າຂອງແຕ່ລະຫ້ອງມີກຳແພງສູງ 1 ສອກ ແລະ ຫ້ອງເຝົ້າຍາມເຫລົ່ານັ້ນເປັນຮູບສີ່ຫລ່ຽມ ມີຂະໜາດກວ້າງ ແລະ ຍາວ 6 ສອກ. 13ແລ້ວເພິ່ນໄດ້ແທກຂະໜາດທາງເຂົ້າຈາກແຄມສຸດຂອງຝາດ້ານຫລັງຂອງຫ້ອງໄປຈົນຮອດແຄມສຸດຂອງຝາດ້ານຫລັງຂອງຫ້ອງທີ່ຢູ່ກົງກັນຂ້າມກັນ ເຊິ່ງມີໄລຍະທາງ 25 ສອກ.#40:13 ຄື ປະມານ 12,5 ແມັດ 14ເພິ່ນໄດ້ແທກໄລຍະທາງໄປຕາມໜ້າຝາກັ້ນຫ້ອງໄປຫາດ້ານໃນຂອງທາງເຂົ້າຈົນເຖິງລະບຽງ#40:14 ພາສາເຮັບເຣີວ່າ ຝາກັ້ນໜ້າເດີ່ນວິຫານໄດ້ 60 ສອກ.#40:14 ຄື ປະມານ 30 ແມັດ 15ຈາກທາງເຂົ້າເຖິງແຄມສຸດຂອງລະບຽງແມ່ນແທກໄດ້ 50 ສອກ.#40:15 ຄື ປະມານ 25 ແມັດ 16ອ້ອມລະບຽງນີ້ແມ່ນມີປ່ອງຢ້ຽມທີ່ແຄບເຂົ້າມາຂ້າງໃນຢູ່ດ້ານເທິງຂອງຫ້ອງເຝົ້າຍາມ ແລະ ຝາກັ້ນຫ້ອງ. ຄວາມໜາຂອງຝາກັ້ນແມ່ນແກະສະຫລັກເປັນຮູບຕົ້ນຕານ.
ເດີ່ນຊັ້ນນອກ
17ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າມາຍັງເດີ່ນຊັ້ນນອກ. ຢູ່ທີ່ນັ້ນຂ້າພະເຈົ້າໄດ້ເຫັນຫ້ອງຕ່າງໆ ແລະ ທາງຍ່າງຂຶ້ນອ້ອມເດີ່ນ; ຢູ່ຕາມທາງຍ່າງມີສາມສິບຫ້ອງ. 18ທາງຍ່າງນີ້ແມ່ນຍາວອອກໄປຕາມຄວາມຍາວຂອງທາງເຂົ້າ; ນີ້ເປັນທາງຍ່າງດ້ານລຸ່ມ. 19ແລ້ວເພິ່ນໄດ້ແທກລະຍະທາງຈາກດ້ານໃນຂອງທາງເຂົ້າດ້ານລຸ່ມໄປຫາດ້ານນອກຂອງເດີ່ນຊັ້ນໃນໄດ້ 100 ສອກ#40:19 ຄື ປະມານ 50 ແມັດ ເຊັ່ນດຽວກັບຂໍ້ 23, 27 ແລະ 47 ທັງດ້ານຕາເວັນອອກ ແລະ ດ້ານເໜືອ.
ປະຕູດ້ານເໜືອ
20ແລ້ວເພິ່ນກໍໄດ້ແທກຄວາມກວ້າງ ແລະ ຄວາມຍາວຂອງປະຕູດ້ານເໜືອ ເຊິ່ງນຳໄປສູ່ເດີ່ນຊັ້ນນອກ. 21ຫ້ອງເຝົ້າຍາມແມ່ນມີຢູ່ດ້ານລະສາມຫ້ອງ ຝາກັ້ນຫ້ອງ ແລະ ມຸມລ້ວນແຕ່ມີຂະໜາດເທົ່າກັບປະຕູທຳອິດ ຄືຍາວ 50 ສອກ ແລະ ກວ້າງ 25 ສອກ.#40:21 ຄື ຍາວປະມານ 25 ແມັດ ກວ້າງປະມານ 12,5 ແມັດ ເຊັ່ນດຽວກັບຂໍ້ 25, 29, 33 ແລະ 36 22ປ່ອງຢ້ຽມ, ລະບຽງ ແລະ ຮູບແກະສະຫລັກຕົ້ນຕານຕ່າງກໍມີຂະໜາດເທົ່າກັນກັບທີ່ມີຢູ່ບັນດາປະຕູດ້ານຕາເວັນອອກ. ຂັ້ນໄດທີ່ຂຶ້ນໄປສູ່ປະຕູນັ້ນມີເຈັດຂັ້ນ ເຊິ່ງມີລະບຽງຢູ່ກົງກັນຂ້າມ. 23ມີປະຕູເຂົ້າສູ່ເດີ່ນຊັ້ນໃນທີ່ຫັນໜ້າໄປທາງປະຕູທິດເໜືອ ມີລັກສະນະດຽວກັນກັບປະຕູຕາເວັນອອກ. ເພິ່ນແທກຈາກປະຕູໜຶ່ງໄປຍັງອີກປະຕູໜຶ່ງໄດ້ 100 ສອກ.
ປະຕູດ້ານໃຕ້
24ແລ້ວເພິ່ນກໍໄດ້ນຳຂ້າພະເຈົ້າໄປຍັງດ້ານໃຕ້ ແລະ ຂ້າພະເຈົ້າກໍໄດ້ເຫັນປະຕູທີ່ຫັນໜ້າໄປທາງທິດໃຕ້. ເພິ່ນໄດ້ແທກເສົາຂອງປະຕູ ແລະ ລະບຽງຂອງປະຕູ ເຊິ່ງມີຂະໜາດດຽວກັນກັບບ່ອນອື່ນໆ. 25ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມແຄບເຂົ້າໄປດ້ານໃນຢູ່ອ້ອມ ຄືກັນກັບປ່ອງຢ້ຽມທີ່ຢູ່ປະຕູອື່ນໆ. ປ່ອງຢ້ຽມນັ້ນມີຄວາມຍາວ 50 ສອກ ແລະ ກວ້າງ 25 ສອກ. 26ຂັ້ນໄດທີ່ຂຶ້ນໄປມີເຈັດຂັ້ນ, ມີລະບຽງຢູ່ກົງກັນຂ້າມ; ຄວາມໜາຂອງຝາກັ້ນແຕ່ລະດ້ານແມ່ນມີຮູບແກະສະຫລັກຕົ້ນຕານ. 27ເດີ່ນຊັ້ນໃນນີ້ກໍມີປະຕູທີ່ຫັນໜ້າໄປທາງທິດໃຕ້ ແລະ ເພິ່ນໄດ້ແທກຈາກປະຕູນີ້ໄປຫາປະຕູຊັ້ນນອກທາງດ້ານໃຕ້ ເຊິ່ງມີໄລຍະທາງຢູ່ 100 ສອກ.
ປະຕູເຂົ້າສູ່ເດີ່ນຊັ້ນໃນ
28ແລ້ວເພິ່ນກໍໄດ້ພາຂ້າພະເຈົ້າຜ່ານປະຕູດ້ານໃຕ້ໄປທີ່ເດີ່ນຊັ້ນໃນ ແລະ ເພິ່ນໄດ້ແທກປະຕູດ້ານໃຕ້; ປະຕູນັ້ນມີຂະໜາດເທົ່າກັນກັບປະຕູອື່ນໆ. 29ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງມີຂະໜາດດຽວກັນກັບຢູ່ບ່ອນອື່ນໆ. ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ແລະ ກວ້າງ 25 ສອກ. 30(ລະບຽງຂອງປະຕູທາງເຂົ້າອ້ອມເດີ່ນຊັ້ນໃນກວ້າງ 25 ສອກ ແລະ ເລິກ 5 ສອກ.#40:30 ຄື ກວ້າງປະມານ 12,5 ແມັດ ແລະ ເລິກປະມານ 2,5 ແມັດ) 31ລະບຽງແມ່ນຫັນໜ້າໄປທາງເດີ່ນຊັ້ນນອກ; ເສົາແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
32ຫລັງຈາກນັ້ນ ເພິ່ນກໍໄດ້ນຳຂ້າພະເຈົ້າເຂົ້າສູ່ເດີ່ນຊັ້ນໃນທາງດ້ານຕາເວັນອອກ ແລະ ເພິ່ນໄດ້ແທກປະຕູທາງເຂົ້າ ເຊິ່ງມີຂະໜາດດຽວກັນກັບທາງເຂົ້າອື່ນໆ. 33ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງແມ່ນມີຂະໜາດດຽວກັນກັບຢູ່ບ່ອນອື່ນໆ. ທາງເຂົ້າ ແລະ ລະບຽງແມ່ນມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ແລະ ກວ້າງ 25 ສອກ. 34ລະບຽງແມ່ນຫັນໜ້າໄປຫາເດີ່ນຊັ້ນນອກ; ເສົາທັງສອງດ້ານແມ່ນມີຮູບແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
35ແລ້ວເພິ່ນກໍພາຂ້າພະເຈົ້າໄປທີ່ປະຕູທິດເໜືອ ແລະ ແທກປະຕູນັ້ນ. ປະຕູມີຂະໜາດເທົ່າກັນກັບຢູ່ບ່ອນອື່ນໆ. 36ຫ້ອງເຝົ້າຍາມ, ຝາກັ້ນຫ້ອງ ແລະ ລະບຽງກໍມີຂະໜາດດຽວກັນ ແລະ ມີປ່ອງຢ້ຽມຢູ່ອ້ອມ ເຊິ່ງແທກໄລຍະຄວາມຍາວໄດ້ 50 ສອກ ກວ້າງ 25 ສອກ. 37ລະບຽງ#40:37 ສະບັບພາສາເຮັບເຣີວ່າ ເສົາແມ່ນຫັນໜ້າໄປຫາເດີ່ນຊັ້ນນອກ. ເສົາທັງສອງດ້ານແມ່ນມີຮູບແກະສະຫລັກຕົ້ນຕານ ແລະ ມີຂັ້ນໄດແປດຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ.
ຫ້ອງສຳລັບຈັດຕຽມເຄື່ອງບູຊາ
38ໃກ້ລະບຽງບ່ອນທາງເຂົ້າຊັ້ນໃນແຕ່ລະດ້ານມີຫ້ອງໜຶ່ງ ເຊິ່ງເປັນບ່ອນຊຳລະເຄື່ອງເຜົາບູຊາ. 39ໃນລະບຽງທາງເຂົ້າແມ່ນມີໂຕະສອງໜ່ວຍຕັ້ງຢູ່ແຕ່ລະດ້ານ ເຊິ່ງເປັນບ່ອນສຳລັບຂ້າສັດເຜົາບູຊາ, ເຄື່ອງບູຊາ#40:39 ເຄື່ອງບູຊາຊຳລະລ້າງໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ. 40ດ້ານນອກຂອງລະບຽງທາງເຂົ້າໃກ້ກັບຂັ້ນໄດ ປາກທາງເຂົ້າສູ່ປະຕູດ້ານເໜືອມີໂຕະສອງໜ່ວຍ ແລະ ອີກຟາກໜຶ່ງຂອງຂັ້ນໄດມີໂຕະອີກສອງໜ່ວຍ. 41ດັ່ງນັ້ນ ແຕ່ລະຟາກຂອງທາງເຂົ້າແມ່ນມີໂຕະດ້ານລະສີ່ໜ່ວຍ ລວມກັນເປັນແປດໜ່ວຍ ເຊິ່ງເປັນບ່ອນສຳລັບຂ້າສັດທີ່ເປັນເຄື່ອງບູຊາ. 42ມີໂຕະອີກສີ່ໜ່ວຍທີ່ເຮັດດ້ວຍຫີນທີ່ເຈຍລະໄນໄວ້ສຳລັບເຄື່ອງເຜົາບູຊາ, ແຕ່ລະໂຕະກວ້າງ ແລະ ຍາວ 1,5 ສອກ ແລະ ສູງ 1 ສອກ.#40:42 ຄື ກວ້າງ ແລະ ຍາວປະມານ 75 ຊັງຕີແມັດ ແລະ ສູງປະມານ 50 ຊັງຕີແມັດ ຢູ່ເທິງໂຕະເຫລົ່ານັ້ນແມ່ນໃຊ້ວາງພາຊະນະເຄື່ອງໃຊ້ຕ່າງໆໃນການຂ້າເຄື່ອງເຜົາບູຊາ ແລະ ເຄື່ອງບູຊາອື່ນໆ. 43ແລະ ຢູ່ອ້ອມຂອບໂຕະແມ່ນມີຂໍເກາະສອງປາຍ, ແຕ່ລະອັນຍາວ 1 ຝ່າມື#40:43 ຄື ປະມານ 8 ຊັງຕີແມັດ ຕິດຢູ່ອ້ອມ. ໂຕະເຫລົ່ານີ້ແມ່ນສຳລັບວາງຊີ້ນເຄື່ອງບູຊາ.
ຫ້ອງສຳລັບປະໂລຫິດ
44ດ້ານນອກຂອງປະຕູຊັ້ນໃນ ພາຍໃນເດີ່ນຊັ້ນໃນມີຫ້ອງສອງຫ້ອງ ຫ້ອງໜຶ່ງ#40:44 ພາສາເຮັບເຣີວ່າ ເປັນຫ້ອງສຳລັບນັກຮ້ອງເຊິ່ງ ຢູ່ທີ່ຂ້າງປະຕູດ້ານເໜືອ ແລະ ຫັນໜ້າໄປທາງໃຕ້ ແລະ ອີກຫ້ອງໜຶ່ງຢູ່ທີ່ຂ້າງປະຕູດ້ານໃຕ້#40:44 ພາສາເຮັບເຣີວ່າ ຕາເວັນອອກ ແລະ ຫັນໜ້າໄປທາງທິດເໜືອ. 45ເພິ່ນໄດ້ບອກຂ້າພະເຈົ້າວ່າ, “ຫ້ອງທີ່ຫັນໄປທາງໃຕ້ແມ່ນສຳລັບປະໂລຫິດຜູ້ເບິ່ງແຍງວິຫານ, 46ສ່ວນຫ້ອງທີ່ຫັນໄປທາງທິດເໜືອແມ່ນສຳລັບປະໂລຫິດຜູ້ເບິ່ງແຍງແທ່ນບູຊາ. ຄົນເຫລົ່ານີ້ແມ່ນເປັນລູກຫລານຂອງຊາດົກ, ເຊິ່ງເປັນຄົນເລວີເທົ່ານັ້ນທີ່ສາມາດເຂົ້າມາໃກ້ພຣະເຈົ້າຢາເວ ເພື່ອຮັບໃຊ້ຢູ່ຕໍ່ໜ້າພຣະອົງ”.
47ແລ້ວເພິ່ນກໍໄດ້ແທກເດີ່ນນັ້ນ: ເດີ່ນນັ້ນເປັນຮູບສີ່ຫລ່ຽມ ມີຄວາມກວ້າງ 100 ສອກ ແລະ ຄວາມຍາວ 100 ສອກ ແລະ ແທ່ນບູຊາແມ່ນຢູ່ທີ່ໜ້າວິຫານ.
ວິຫານໃໝ່
48ເພິ່ນໄດ້ພາຂ້າພະເຈົ້າໄປທີ່ລະບຽງວິຫານ ແລະ ໄດ້ແທກເສົາຂອງລະບຽງ; ເສົາແຕ່ລະດ້ານແມ່ນກວ້າງ 5 ສອກ. ທາງເຂົ້າແມ່ນກວ້າງ 14 ສອກ#40:48 ຄື ປະມານ 7 ແມັດ ແລະ ຝາກັ້ນຫ້ອງ#40:48 ພາສາເຮັບເຣີວ່າ ທາງເຂົ້າແຕ່ລະດ້ານແມ່ນກວ້າງ 3 ສອກ.#40:48 ຄື ປະມານ 1,5 ແມັດ 49ລະບຽງນັ້ນກວ້າງ 20 ສອກ#40:49 ຄື ປະມານ 10 ແມັດ ແລະ ແທກຈາກຂ້າງໜ້າໄປຂ້າງຫລັງໄດ້ 12 ສອກ.#40:49 ຄື ປະມານ 6 ແມັດ ພາສາເຮັບເຣີວ່າ 11 ສອກ ຄື ປະມານ 5,5 ແມັດ ມີຂັ້ນໄດສິບຂັ້ນທີ່ຂຶ້ນໄປຫາລະບຽງນັ້ນ ແລະ ມີເສົາຢູ່ແຕ່ລະຂ້າງຂອງວົງກົບ.
Currently Selected:
ເອເຊກຽນ 40: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: