ເອເຊກຽນ 31
31
ຟາໂຣເປັນດັ່ງຕົ້ນແປກແຫ່ງເລບານອນທີ່ຖືກໂຄ່ນລົງ
1ໃນວັນທີໜຶ່ງເດືອນທີສາມປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງກ່າວແກ່ຟາໂຣກະສັດແຫ່ງເອຢິບ ແລະ ກອງກຳລັງຕ່າງໆຂອງລາວວ່າ:
“ ‘ຜູ້ໃດຈະຍິ່ງໃຫຍ່ທຽບກັບເຈົ້າໄດ້?
3ຈົ່ງພິຈາລະນາອັດຊີເຣຍ, ຄັ້ງໜຶ່ງເຄີຍເປັນຕົ້ນແປກໃນເລບານອນ
ມີງ່າທີ່ງົດງາມເປັນຮົ່ມໃນປ່າ
ມັນສູງຈຸຟ້າ
ແລະ ຊູຍອດສະຫງ່າເໜືອຟຸ່ມໜາ.
4ສາຍນ້ຳຫລໍ່ລ້ຽງມັນ
ນ້ຳບາດານເຮັດໃຫ້ມັນສູງ;
ມີທາງນ້ຳໄຫລອ້ອມ
ບ່ອນທີ່ມັນໃຫຍ່ຂຶ້ນ
ແລະ ສົ່ງນ້ຳໄປຫລໍ່ລ້ຽງ
ບັນດາຕົ້ນໄມ້ທຸກຕົ້ນໃນທົ່ງ.
5ມັນຈຶ່ງສູງ
ເໜືອນຕົ້ນໄມ້ທຸກຕົ້ນໃນທົ່ງ.
ມັນແຕກຂະແໜງຫລາຍຂຶ້ນ
ແລະ ງ່າທັງຫລາຍກໍຍາວອອກ
ແຜ່ຂະຫຍາຍເພາະມີນ້ຳຢ່າງອຸດົມສົມບູນ.
6ນົກທຸກໂຕໃນທ້ອງຟ້າ
ມາເຮັດຮັງໃສ່ເທິງຂະແໜງ,
ສັດທຸກໂຕທີ່ຢູ່ໃນປ່າ
ມາເກີດລູກຢູ່ກ້ອງງ່າຂອງມັນ
ທຸກປະຊາຊາດໃຫຍ່
ມາອາໄສຢູ່ໃນຮົ່ມຂອງມັນ.
7ມັນງາມສະຫງ່າຫລາຍ
ເພາະງ່າທີ່ແຕກຂະແໜງອອກໄປ,
ເພາະຮາກຂອງມັນຢັ່ງລົງເລິກ
ລົງໄປໃນນ້ຳອັນອຸດົມສົມບູນ.
8ຕົ້ນແປກທັງຫລາຍໃນສວນຂອງພຣະເຈົ້າ
ບໍ່ສາມາດແຂ່ງກັບມັນໄດ້,
ທັງຕົ້ນແປກທັງຫລາຍ
ແລະ ບັນດາຕົ້ນເປນ
ກໍບໍ່ອາດທຽບກັບ
ຂະແໜງຂອງມັນໄດ້
ບໍ່ມີຕົ້ນໄມ້ໃດໃນສວນຂອງພຣະເຈົ້າ
ປຽບເທົ່າກັບຄວາມງາມຂອງມັນໄດ້ເລີຍ.
9ເຮົາໄດ້ເຮັດໃຫ້ມັນງົດງາມ
ມີງ່າໜາແຫນ້ນ
ເປັນທີ່ອິດສາຂອງຕົ້ນໄມ້ທຸກຕົ້ນ
ທີ່ຢູ່ໃນສວນເອເດນຂອງພຣະເຈົ້າ.
10“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເນື່ອງຈາກຕົ້ນແປກໃຫຍ່ສູງຈຸຟ້າ ຊູຍອດສະຫງ່າເໜືອຟຸ່ມໜາ ແລ້ວມັນກໍຍິ່ງຈອງຫອງເພາະຄວາມສູງຂອງຕົນ, 11ເຮົາຈຶ່ງໄດ້ມອບມັນໄວ້ໃນມືຂອງຜູ້ທີ່ປົກຄອງປະຊາຊາດທັງຫລາຍ ໃຫ້ຈັດການກັບມັນຢ່າງສົມຄວນກັບຄວາມຊົ່ວຮ້າຍຂອງມັນ. ເຮົາໄດ້ໂຍນມັນຖິ້ມໄປ, 12ແລະ ຜູ້ໂຫດຫ້ຽມທີ່ສຸດໃນບັນດາຊົນຕ່າງຊາດກໍໄດ້ໂຄ່ນມັນລົງ ແລະ ປະຖິ້ມມັນໄວ້. ງ່າທັງຫລາຍຂອງມັນກໍຕົກລົງເທິງພູເຂົາ ແລະ ຮ່ອມພູຕ່າງໆ; ງ່າຂອງມັນຫັກຄາຢູ່ຕາມລຳຫ້ວຍທັງຫລາຍທີ່ຢູ່ໃນດິນແດນ. ທຸກຊົນຊາດໃນໂລກໄດ້ອອກມາຈາກຮົ່ມຂອງມັນ ແລະ ປະຖິ້ມມັນໄປ. 13ນົກທຸກໂຕເກາະຢູ່ເທິງຕົ້ນໄມ້ທີ່ຫັກລົ້ມ ແລະ ສັດປ່າທຸກໂຕທີ່ອາໄສຢູ່ຕາມງ່າຂອງມັນ. 14ເຫດສະນັ້ນ ຈຶ່ງບໍ່ມີຕົ້ນໄມ້ອື່ນທີ່ຢູ່ແຄມນ້ຳຈະສູງສະຫງ່າຢ່າງພາກພູມໃຈ ໂດຍຊູຍອດສະຫງ່າເໜືອຟຸ່ມໜາຄື. ບໍ່ມີຕົ້ນໄມ້ອື່ນໃດທີ່ໄດ້ຮັບການຫົດນ້ຳຢ່າງດີຈະສູງເຖິງຂະໜາດນີ້ໄດ້; ພວກມັນລ້ວນແຕ່ຖືກກຳນົດໄວ້ສຳລັບຄວາມຕາຍ, ໃຫ້ລົງໄປສູ່ໂລກເບື້ອງລຸມຮ່ວມກັບມະນຸດທຳມະດາທີ່ລົງໄປສູ່ແດນແຫ່ງຄວາມຕາຍ.
15“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ໃນວັນທີ່ມັນຖືກນຳລົງໄປສູ່ແດນແຫ່ງຄວາມຕາຍ ເຮົາກັ້ນລຳນ້ຳເລິກເປັນການໄວ້ອາໄລແກ່ມັນ; ເຮົາໄດ້ລະງັບສາຍນ້ຳ ແລະ ນ້ຳອັນອຸດົມສົມບູນຂອງມັນໄວ້. ເຮົາໄດ້ເອົາຄວາມໝົ່ນໝອງຫໍ່ຫຸ້ມເລບານອນ ແລະ ບັນດາຕົ້ນໄມ້ທີ່ຢູ່ໃນທົ່ງກໍຫ່ຽວແຫ້ງໄປເພາະຕົ້ນໄມ້ນັ້ນ. 16ເຮົາໄດ້ເຮັດໃຫ້ບັນດາປະຊາຊາດສັ່ນສະທ້ານ ເມື່ອໄດ້ຍິນສຽງລົ້ມລົງຂອງມັນ ເມື່ອເຮົານຳມັນລົງສູ່ແດນແຫ່ງຄວາມຕາຍຮ່ວມກັບບັນດາຜູ້ທີ່ລົງເຫວເລິກ. ແລ້ວຕົ້ນໄມ້ທັງໝົດໃນສວນເອເດນ ພ້ອມກັບຕົ້ນໄມ້ທີ່ຖືກເລືອກ ແລະ ດີທີ່ສຸດຂອງເລບານອນ, ຕົ້ນໄມ້ທັງຫລາຍທີ່ໄດ້ຮັບການຫົດນ້ຳຢ່າງດີ ກໍໄດ້ຮັບການປອບໃຈໃນໂລກບາດານ. 17ບັນດາຄົນທີ່ອາໄສຢູ່ໃນຮົ່ມຂອງຕົ້ນແປກນັ້ນ ເຊິ່ງເປັນປະຊາຊາດທີ່ເປັນພັນທະມິດກໍໄດ້ລົງໄປສູ່ແດນແຫ່ງຄວາມຕາຍກັບມັນ ພ້ອມທັງບັນດາຜູ້ທີ່ຖືກຂ້າດ້ວຍດາບ.
18“ ‘ຕົ້ນໄມ້ຕົ້ນໃດໃນເອເດນທີ່ຈະສະຫງ່າງາມ ແລະ ຍິ່ງໃຫຍ່ເທົ່າທຽມກັບເຈົ້າ? ເຖິງປານນັ້ນເຈົ້າກໍຈະຖືກນຳລົງສູ່ໂລກບາດານຮ່ວມກັບບັນດາຕົ້ນໄມ້ທີ່ຢູ່ໃນເອເດນເໝືອນກັນ, ເຈົ້າຈະນອນຢູ່ທ່າມກາງຜູ້ບໍ່ໄດ້ຮັບພິທີຕັດ ກັບບັນດາຜູ້ທີ່ຖືກຂ້າດ້ວຍດາບ.
“ ‘ນີ້ຄືຟາໂຣ ແລະ ກອງກຳລັງທັງໝົດຂອງລາວ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’ ”.
Currently Selected:
ເອເຊກຽນ 31: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: