YouVersion Logo
Search Icon

ເອເຊກຽນ 28

28
ຄຳ​ທຳນວາຍ​ກ່າວ​ໂທດ​ກະສັດ​ຕີເຣ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ກ່າວ​ແກ່​ຜູ້​ທີ່​ປົກຄອງ​ເມືອງ​ຕີເຣ​ວ່າ, ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ດ້ວຍ​ຄວາມ​ຍິ່ງ​ຈອງຫອງ​ໃນ​ຈິດໃຈ​ຂອງ​ເຈົ້າ
ເຈົ້າ​ກ່າວ​ວ່າ, “ຂ້ອຍ​ຄື​ພະ,
ຂ້ອຍ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພະ
ທີ່​ໃຈ​ກາງ​ທະເລ”.
ແຕ່​ເຈົ້າ​ເປັນ​ພຽງ​ມະນຸດ ແລະ ບໍ່​ແມ່ນ​ພະ,
ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ຄິດ​ວ່າ​ຕົນ​ເອງ​ສະຫລາດ​ເໝືອນ​ກັບ​ພະ​ກໍ​ຕາມ.
3ເຈົ້າ​ສະຫລາດ​ກວ່າ​ດານີເອນ#28:3 ຫລື ດາ​ເນນ ຕາມ​ໂຕ​ສະ​ກົດ​ພາສາ​ເຮັບເຣີ ອາດ​ໝາຍ​ເຖິງ​ຜູ້ທຳນວາຍ​ດານີເອນ ຫລື ຄົນ​ອື່ນ​ກໍ​ໄດ້​ບໍ?
ບໍ່​ມີ​ຄວາມ​ລັບ​ໃດ​ທີ່​ເຊື່ອງ​ໄວ້​ຈາກ​ເຈົ້າ​ໄດ້​ບໍ?
4ໂດຍ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ​ຂອງ​ເຈົ້າ
ເຈົ້າ​ຫາ​ຊັບສົມບັດ​ມາ​ໃຫ້​ຕົນ​ເອງ
ແລະ ໄດ້​ສະສົມ​ຄຳ ແລະ ເງິນ
ໄວ້​ໃນ​ຄັງ​ຂອງ​ເຈົ້າ.
5ໂດຍ​ຄວາມ​ຊຳນານ​ໃນ​ການ​ຄ້າຂາຍ
ເຈົ້າ​ເຮັດ​ໃຫ້​ຊັບສົມບັດ​ຂອງ​ເຈົ້າ​ເພີ່ມ​ທະວີ​ຂຶ້ນ,
ແລະ ເນື່ອງ​ຈາກ​ຄວາມ​ຮັ່ງມີ​ຂອງ​ເຈົ້າ
ຈິດໃຈ​ຂອງ​ເຈົ້າ​ກໍ​ຍິ່ງ​ຈອງຫອງ​ຫລາຍ​ຂຶ້ນ.
6“ ‘ເຫດສະນັ້ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ:
“ ‘ເນື່ອງ​ຈາກ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ສະຫລາດ,
ມີ​ສະຕິປັນຍາ​ເໝືອນ​ກັບ​ພະ,
7ເຮົາ​ກຳລັງ​ຈະ​ນຳ​ຄົນ​ຕ່າງຊາດ​ທັງຫລາຍ​ມາ​ສູ້ຮົບ​ກັບ​ເຈົ້າ,
ເປັນ​ປະຊາຊາດ​ທີ່​ໂຫດຫ້ຽມ​ທີ່ສຸດ;
ພວກເຂົາ​ຈະ​ຊັກ​ດາບ​ທຳລາຍ​ຄວາມ​ງາມ ແລະ ສະຕິປັນຍາ​ຂອງ​ເຈົ້າ
ແລະ ແທງ​ທະລຸ​ຄວາມ​ງົດງາມ​ອັນ​ຮຸ່ງເຮືອງ​ຂອງ​ເຈົ້າ.
8ຄົນ​ເຫລົ່ານັ້ນ​ຈະ​ຍູ້​ເຈົ້າ​ລົງ​ສູ່​ເຫວ​ເລິກ
ແລະ ເຈົ້າ​ຈະ​ຖືກ​ຂ້າ​ຢ່າງ​ໂຫດຫ້ຽມ
ທີ່​ໃຈ​ກາງ​ທະເລ.
9ແລ້ວ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ “ຂ້ອຍ​ຄື​ພະ”
ຕໍ່ໜ້າ​ບັນດາ​ຜູ້​ທີ່​ຂ້າ​ເຈົ້າ​ອີກ​ບໍ?
ເຈົ້າ​ຈະ​ເປັນ​ພຽງ​ມະນຸດ ບໍ່​ແມ່ນ​ພະ,
ໃນ​ມື​ຂອງ​ຜູ້​ທີ່​ຂ້າ​ເຈົ້າ.
10ເຈົ້າ​ຈະ​ຕາຍ​ຢ່າງ​ຄົນ​ທີ່​ບໍ່​ໄດ້​ຮັບ​ພິທີຕັດ
ໂດຍ​ມື​ຂອງ​ຊາວ​ຕ່າງຊາດ.
ເຮົາ​ໄດ້​ເວົ້າ​ໄວ້, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ’ ”.
11ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 12“ບຸດ​ມະນຸດ, ຈົ່ງ​ຄ່ຳຄວນ​ກ່ຽວກັບ​ກະສັດ​ຕີເຣ ແລະ ກ່າວ​ແກ່​ລາວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ເຈົ້າ​ເປັນ​ແບບຢ່າງ​ຂອງ​ຄວາມ​ສົມບູນ,
ເຕັມ​ດ້ວຍ​ສະຕິປັນຍາ ແລະ ຄວາມ​ງາມ​ທີ່​ສົມບູນແບບ.
13ເຈົ້າ​ຢູ່​ໃນ​ເອເດນ,
ໃນ​ສວນ​ຂອງ​ພຣະເຈົ້າ;
ມີ​ອັນຍະມະນີ​ອັນ​ລ້ຳຄ່າ​ທຸກ​ເມັດ​ປະດັບ​ເຈົ້າ​ໄວ້​ຄື:
ທັບທິມ, ພອຍ ແລະ ມໍລະກົດ
ບຸດສະລາຄຳ, ໂກເມນ ແລະ ໂມຣາ
ແກ້ວໄພທູນ, ພອຍເທີຄອຍ ແລະ ເບລິນ.#28:13 ໃນ​ພາສາ​ເຮັບເຣີ​ອັນຍະມະນີ​ເຫລົ່ານີ້​ບາງ​ຊິ້ນ​ບໍ່​ສາມາດ​ລະ​ບຸ​ໄດ້​ຊັດເຈນ
ທັງ​ຕົວ​ເຮືອນ ແລະ ໜາມ​ເກາະ#28:13 ໃນ​ພາສາ​ຮີບ​ລູວ​ລີ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ​ແມ່ນ​ເຮັດ​ດ້ວຍ​ຄຳ;
ສິ່ງ​ເຫລົ່ານີ້​ຖືກ​ຈັດຕຽມ​ໄວ້​ໃນ​ວັນ​ທີ່​ສ້າງ​ເຈົ້າ​ຂຶ້ນ​ມາ.
14ເຈົ້າ​ໄດ້​ຮັບ​ການ​ເຈີມ​ໃຫ້​ເປັນ​ເຄຣຸບ​ຜູ້​ພິທັກ​ຮັກສາ
ເພາະ​ເຮົາ​ໄດ້​ກຳນົດ​ເຈົ້າ​ໄວ້​ຢ່າງ​ນັ້ນ.
ເຈົ້າ​ຢູ່​ເທິງ​ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ
ແລະ ດຳເນີນ​ຢູ່​ທ່າມກາງ​ອັນຍະມະນີ​ອັນ​ສ່ອງ​ປະກາຍ​ດັ່ງ​ໄຟ.
15ຕັ້ງ​ແຕ່​ວັນ​ທີ່​ເຈົ້າ​ຖືກ​ສ້າງ​ຂຶ້ນ
ຄວາມ​ປະພຶດ​ຂອງ​ເຈົ້າ​ກໍ​ປາດສະຈາກ​ບ່ອນ​ຕຳໜິ
ຈົນ​ກວ່າ​ພົບ​ຄວາມ​ຊົ່ວ​ຮ້າຍ​ໃນ​ເຈົ້າ.
16ໂດຍ​ການ​ຄ້າຂາຍ​ທີ່​ກວ້າງຂວາງ​ຂອງ​ເຈົ້າ
ເຮັດ​ໃຫ້​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ
ແລະ ເຈົ້າ​ໄດ້​ເຮັດ​ບາບ.
ດັ່ງນັ້ນ ເຮົາ​ຈຶ່ງ​ຂັບໄລ່​ເຈົ້າ​ໄປ​ຈາກ​ພູເຂົາ​ຂອງ​ພຣະເຈົ້າ​ດ້ວຍ​ຄວາມ​ອັບອາຍ,
ແລະ ເຄຣຸບ​ຜູ້​ພິທັກ​ຮັກສາ, ເຮົາ​ຈຶ່ງ​ໄລ່​ເຈົ້າ​ໄປ
ຈາກ​ທ່າມກາງ​ອັນຍະມະນີ​ອັນ​ສ່ອງ​ປະກາຍ​ດັ່ງ​ໄຟ.
17ຈິດໃຈ​ຂອງ​ເຈົ້າ​ຍິ່ງ​ຈອງຫອງ​ຫລາຍ
ເພາະ​ຄວາມ​ງາມ​ຂອງ​ເຈົ້າ
ແລະ ເຈົ້າ​ໄດ້​ເຮັດ​ໃຫ້​ສະຕິປັນຍາ​ຂອງ​ຕົນ​ຊົ່ວຊ້າ​ໄປ
ເພາະ​ຄວາມ​ຮຸ່ງເຮືອງ​ຂອງ​ຕົນ.
ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ໂຍນ​ເຈົ້າ​ລົງ​ເທິງ​ແຜ່ນດິນ​ໂລກ
ເຮົາ​ໄດ້​ສະແດງ​ໃຫ້​ເຈົ້າ​ເຫັນ​ຕໍ່ໜ້າ​ກະສັດ​ທັງຫລາຍ.
18ເຈົ້າ​ໄດ້​ເຮັດ​ໃຫ້​ບ່ອນ​ນະມັດສະການ​ທັງຫລາຍ​ຂອງ​ເຈົ້າ​ເປັນ​ມົນທິນ
ເພາະ​ຄວາມ​ບາບ ແລະ ການ​ຄ້າ​ອັນ​ບໍ່ສັດຊື່​ທັງ​ຫລາຍ​ຂອງ​ເຈົ້າ.
ດັ່ງນັ້ນ ເຮົາ​ຈຶ່ງ​ເຮັດ​ໄຟ​ອອກ​ມາ​ຈາກ​ເຈົ້າ
ແລະ ມັນ​ໄດ້​ເຜົາໄໝ້​ເຈົ້າ
ແລະ ເຮົາ​ໄດ້​ເຮັດ​ໃຫ້​ເຈົ້າ​ເຫລືອ​ແຕ່​ຂີ້ເຖົ່າ​ກອງ​ຢູ່​ເທິງ​ພື້ນ
ຕໍ່ໜ້າ​ທຸກຄົນ​ທີ່​ພົບ​ເຫັນ.
19ທຸກ​ຊົນຊາດ​ທີ່​ຮູ້​ຈັກ​ເຈົ້າ
ກໍ​ຕົກໃຈ​ເພາະ​ເຈົ້າ;
ເຈົ້າ​ມາ​ເຖິງ​ຈຸດ​ຈົບ​ອັນ​ໜ້າ​ຢ້ານ
ແລະ ບໍ່​ມີ​ເຈົ້າ​ອີກ​ຕໍ່ໄປ’ ”.
ຄຳ​ທຳນວາຍ​ກ່າວ​ໂທດ​ຊີໂດນ
20ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 21“ບຸດ​ມະນຸດ, ຈົ່ງ​ປະນາມ​ຊີໂດນ; ກ່າວ​ທຳນວາຍ​ແກ່​ເມືອງ​ນັ້ນ 22ແລະ ກ່າວ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ຊີໂດນ ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ
ແລະ ເຮົາ​ຈະ​ສະແດງ​ສະຫງ່າລາສີ​ຂອງ​ເຮົາ​ໃນ​ທ່າມກາງ​ພວກເຈົ້າ.
ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ,
ເມື່ອ​ເຮົາ​ລົງ​ໂທດ​ເຈົ້າ
ແລະ ສະແດງ​ຄວາມ​ບໍລິສຸດ​ສັກສິດ​ຂອງ​ເຮົາ​ແກ່​ເຈົ້າ.
23ເຮົາ​ຈະ​ສົ່ງ​ໄພພິບັດ​ມາ​ເໜືອ​ເຈົ້າ
ແລະ ເຮັດ​ໃຫ້​ເລືອດ​ໄຫລ​ນອງ​ຕາມ​ຖະໜົນ​ຫົນທາງ.
ຜູ້​ທີ່​ຖືກ​ຂ້າ​ຈະ​ລົ້ມ​ຕາຍ​ໃນ​ເຈົ້າ
ດ້ວຍ​ດາບ​ທີ່​ຟາດ​ຟັນ​ຢູ່​ອ້ອມ​ເຈົ້າ​ທຸກ​ດ້ານ.
ແລ້ວ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
24“ ‘ປະຊາຊົນ​ອິດສະຣາເອນ​ຈະ​ບໍ່​ຕ້ອງ​ພົບ​ກັບ​ເພື່ອນບ້ານ​ທີ່​ຊົ່ວ​ຮ້າຍ ເຊິ່ງ​ເປັນ​ໜາມ​ຈິ້ມ​ແທງ​ໃຫ້​ເຈັບ​ປວດ​ອີກ​ຕໍ່ໄປ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ.
25“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເມື່ອ​ເຮົາ​ຮວບຮວມ​ຊົນຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ຊົນຊາດ​ທັງຫລາຍ ບ່ອນ​ທີ່​ພວກເຂົາ​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ​ນັ້ນ ເຮົາ​ຈະ​ສະແດງ​ຄວາມ​ບໍລິສຸດ​ສັກສິດ​ຂອງ​ເຮົາ​ຜ່ານ​ພວກເຂົາ​ຕໍ່ໜ້າ​ຊົນຊາດ​ທັງຫລາຍ. ຫລັງ​ຈາກ​ນັ້ນ ພວກເຂົາ​ກໍ​ຈະ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຕົນ ເຊິ່ງ​ເຮົາ​ມອບ​ໃຫ້​ຢາໂຄບ​ຜູ້ຮັບໃຊ້​ຂອງ​ເຮົາ. 26ພວກເຂົາ​ຈະ​ອາໄສ​ຢູ່​ທີ່​ນັ້ນ​ຢ່າງ​ປອດໄພ ແລະ ຈະ​ສ້າງ​ເຮືອນ​ກັບ​ເຮັດ​ສວນ​ອະງຸ່ນ; ພວກເຂົາ​ຈະ​ອາໄສ​ຢູ່​ຢ່າງ​ສະຫງົບ​ສຸກ ເມື່ອ​ເຮົາ​ລົງ​ໂທດ​ບັນດາ​ປະເທດ​ເພື່ອນບ້ານ​ຜູ້​ທີ່​ໃສ່ຮ້າຍ​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in