ອົບພະຍົບ 40
40
ການຕັ້ງຫໍເຕັນ
1ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, 2“ຈົ່ງຕັ້ງຫໍເຕັນ, ເຕັນນັດພົບຂຶ້ນໃນວັນທຳອິດຂອງເດືອນທີໜຶ່ງ. 3ຈົ່ງວາງຫີບພັນທະສັນຍາໄວ້ໃນຫໍເຕັນນັ້ນ ແລະ ບັງຫີບໄວ້ດ້ວຍຜ້າກັ້ງ. 4ຫລັງຈາກນັ້ນ ຈົ່ງນໍາໂຕະເຂົ້າມາ ແລະ ຈັດວາງສິ່ງຕ່າງໆລົງເທິງໂຕະນັ້ນ. ແລ້ວນຳເອົາຫລັກຕະກຽງເຂົ້າມາ ແລະ ຕັ້ງຕະກຽງໃສ່ຫລັກນັ້ນ. 5ຈົ່ງວາງແທ່ນຄຳສຳລັບເຜົາເຄື່ອງຫອມຕໍ່ໜ້າຫີບພັນທະສັນຍາ ແລ້ວ ກາງຜ້າກັ້ງໃສ່ທີ່ທາງເຂົ້າຫໍເຕັນ.
6“ຈົ່ງວາງແທ່ນເຜົາເຄື່ອງບູຊາຕໍ່ໜ້າທາງເຂົ້າຫໍເຕັນ, ເຕັນນັດພົບ; 7ຈົ່ງວາງອ່າງໄວ້ລະຫວ່າງເຕັນນັດພົບ ແລະ ແທ່ນບູຊາ ແລ້ວຕັກນ້ຳໃສ່ໄວ້ໃນອ່າງນັ້ນ. 8ຈົ່ງຕັ້ງເດີ່ນອ້ອມຮອບຫໍເຕັນ ແລະ ກາງຜ້າກັ້ງທີ່ທາງເຂົ້າເດີ່ນຫໍເຕັນ.
9“ຈົ່ງເອົານ້ຳມັນເຈີມມາແລ້ວເຈີມຫໍເຕັນ ແລະ ເຈີມທຸກສິ່ງທີ່ຢູ່ໃນຫໍເຕັນນັ້ນ; ຈົ່ງຊຳລະຫໍເຕັນ ແລະ ເຄື່ອງໃຊ້ທັງໝົດປະຈຳຫໍເຕັນ, ແລ້ວຫໍເຕັນນັ້ນກໍຈະສັກສິດ. 10ຫລັງຈາກນັ້ນ ຈົ່ງເຈີມແທ່ນບູຊາຂອງເຄື່ອງເຜົາບູຊາ ແລະ ເຄື່ອງໃຊ້ທັງໝົດປະຈຳແທ່ນບູຊາ; ຈົ່ງຊຳລະແທ່ນບູຊາ, ແລ້ວແທ່ນນັ້ນຈະສັກສິດທີ່ສຸດ. 11ຈົ່ງເຈີມອ່າງ ແລະ ຖານຮອງອ່າງນັ້ນແລ້ວຊຳລະສິ່ງເຫລົ່ານັ້ນ.
12“ຈົ່ງນຳອາໂຣນ ແລະ ບັນດາລູກຊາຍຂອງລາວມາທີ່ທາງເຂົ້າເຕັນນັດພົບ ແລ້ວຈົ່ງຊຳລະພວກເຂົາດ້ວຍນໍ້າ. 13ຫລັງຈາກນັ້ນ ຈົ່ງແຕ່ງກາຍໃຫ້ອາໂຣນດ້ວຍເຄື່ອງແຕ່ງກາຍສັກສິດ, ເຈີມລາວ ແລະ ຊຳລະລາວເພື່ອວ່າລາວຈະຮັບໃຊ້ເຮົາໃນຖານະປະໂລຫິດ. 14ຈົ່ງນຳເອົາບັນດາລູກຊາຍຂອງລາວເຂົ້າມາ ແລະ ໃຫ້ໃສ່ເສື້ອຊັ້ນໃນໃຫ້ພວກເຂົາ. 15ຈົ່ງເຈີມພວກເຂົາເໝືອນກັນກັບທີ່ເຈົ້າໄດ້ເຈີມພໍ່ຂອງພວກເຂົາ, ເພື່ອພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ. ການເຈີມຂອງພວກເຂົານີ້ຈະເປັນການເຈີມເພື່ອເປັນປະໂລຫິດ ເຊິ່ງຈະດຳເນີນຕໍ່ໄປຕະຫລອດຍຸກຂອງພວກເຂົາ”. 16ໂມເຊໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
17ດັ່ງນັ້ນ ຫໍເຕັນຈຶ່ງໄດ້ຖືກຕັ້ງຂຶ້ນໃນວັນທຳອິດຂອງເດືອນທີໜຶ່ງໃນປີທີສອງ. 18ເມື່ອໂມເຊຕັ້ງຫໍເຕັນຂຶ້ນ, ເພິ່ນໄດ້ວາງຖານຮອງຮັບລົງ, ຕັ້ງຮ່າງໄມ້ຂຶ້ນ, ສອດໄມ້ຂາງໃສ່ ແລະ ຕັ້ງເສົາຂຶ້ນ. 19ຫລັງຈາກນັ້ນ ເພິ່ນໄດ້ກາງເຕັນອອກປົກຫໍເຕັນ ແລະ ເອົາຜ້າປົກຄຸມເຕັນມາປົກເຕັນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
20ເພິ່ນໄດ້ເອົາແຜ່ນຫີນຈາລຶກພັນທະສັນຍາມາໃສ່ໄວ້ໃນຫີບພັນທະສັນຍາ, ສອດຄານຫາມໃສ່ຫີບ ແລະ ເອົາຝາຫີບອັດຫີບນັ້ນໄວ້. 21ແລ້ວເພິ່ນໄດ້ນຳເອົາຫີບພັນທະສັນຍາເຂົ້າໄປຕັ້ງໄວ້ໃນຫໍເຕັນ ແລະ ກາງຜ້າກັ້ງບັງຫີບພັນທະສັນຍາໄວ້ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
22ໂມເຊວາງໂຕະໄວ້ໃນເຕັນນັດພົບຢູ່ຂ້າງນອກຜ້າກັ້ງທາງດ້ານເໜືອຂອງຫໍເຕັນ 23ແລະ ຕັ້ງເຂົ້າຈີ່ໄວ້ເທິງໂຕະຕໍ່ໜ້າພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
24ເພິ່ນໄດ້ວາງຫລັກຕະກຽງໄວ້ໃນເຕັນນັດພົບທີ່ຢູ່ກົງກັນຂ້າມກັບໂຕະທີ່ຕັ້ງຢູ່ທາງດ້ານໃຕ້ຂອງຫໍເຕັນ 25ແລະ ຕັ້ງຕະກຽງໄວ້ຕໍ່ໜ້າພຣະເຈົ້າຢາເວຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
26ໂມເຊໄດ້ວາງແທ່ນບູຊາຄຳໄວ້ໃນເຕັນນັດພົບຕໍ່ໜ້າຜ້າກັ້ງ 27ແລ້ວເຜົາເຄື່ອງຫອມເທິງແທ່ນນັ້ນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
28ຫລັງຈາກນັ້ນ ເພິ່ນໄດ້ກາງຜ້າກັ້ງຂຶ້ນທີ່ທາງເຂົ້າຫໍເຕັນ. 29ເພິ່ນໄດ້ວາງແທ່ນເຜົາເຄື່ອງຖວາຍບູຊາໃກ້ທາງເຂົ້າຫໍເຕັນ, ເຕັນນັດພົບ ແລ້ວຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາທີ່ເປັນເມັດພືດເທິງແທ່ນບູຊານັ້ນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
30ເພິ່ນໄດ້ວາງອ່າງຢູ່ລະຫວ່າງເຕັນນັດພົບ ແລະ ແທ່ນບູຊາ, ແລ້ວເອົານ້ຳໃສ່ອ່າງນັ້ນເພື່ອການຊຳລະ, 31ແລ້ວໂມເຊ, ອາໂຣນ ແລະ ບັນດາລູກຊາຍຂອງລາວກໍໄດ້ໃຊ້ນ້ຳໃນອ່າງນັ້ນລ້າງມື ແລະ ຕີນຂອງພວກເພິ່ນ. 32ພວກເພິ່ນໄດ້ລ້າງທຸກຄັ້ງເມື່ອພວກເພິ່ນເຂົ້າໄປເຕັນນັດພົບ ຫລື ເຂົ້າໃກ້ແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
33ແລ້ວໂມເຊກໍຈັດເດີ່ນອ້ອມຫໍເຕັນ ແລະ ແທ່ນບູຊາແລ້ວກາງຜ້າກັ້ງຂຶ້ນທີ່ທາງເຂົ້າເດີ່ນຫໍເຕັນ. ແລະ ດັ່ງນັ້ນ ໂມເຊຈຶ່ງໄດ້ສຳເລັດວຽກງານ.
ສະຫງ່າລາສີຂອງພຣະເຈົ້າຢາເວ
34ຫລັງຈາກນັ້ນ ກໍມີເມກມາປົກຄຸມເຕັນນັດພົບ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວປົກຄຸມທົ່ວຫໍເຕັນ. 35ໂມເຊບໍ່ສາມາດເຂົ້າໄປໃນເຕັນນັດພົບໄດ້ເພາະເມກໄດ້ລົງມາໜາແໜ້ນທີ່ເຕັນນັດພົບນັ້ນ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍໄດ້ປົກຄຸມທົ່ວຫໍເຕັນ.
36ໃນຕະຫລອດການເດີນທາງຂອງຊາວອິດສະຣາເອນ, ເມື່ອໃດກໍຕາມທີ່ເມກລອຍຂຶ້ນເທິງຫໍເຕັນ ພວກເຂົາກໍຈະອອກເດີນທາງ, 37ແຕ່ຖ້າເມກນັ້ນບໍ່ລອຍຂຶ້ນ, ພວກເຂົາກໍບໍ່ໄດ້ອອກເດີນທາງ ຈົນກວ່າມື້ທີ່ເມກຈະລອຍຂຶ້ນ. 38ດັ່ງນັ້ນ ເມກຂອງພຣະເຈົ້າຢາເວຈຶ່ງລອຍຢູ່ເໜືອຫໍເຕັນໃນເວລາກາງເວັນ ແລະ ໄຟກໍຢູ່ໃນເມກໃນເວລາກາງຄືນ, ເຊິ່ງປາກົດແກ່ສາຍຕາຂອງຊາວອິດສະຣາເອນທັງໝົດໃນຊ່ວງເວລາການເດີນທາງຂອງພວກເຂົາ.
Currently Selected:
ອົບພະຍົບ 40: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: