YouVersion Logo
Search Icon

ອົບພະຍົບ 28

28
ເຄື່ອງ​ແຕ່ງກາຍ​ຂອງ​ປະໂລຫິດ
1“ຈົ່ງ​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ​ນຳເອົາ​ຄົນ​ໃນ​ທ່າມກາງ​ຊາວ​ອິດສະຣາເອນ, ພ້ອມ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ​ຄື: ນາດາບ​ກັບ​ອາບີຮູ ແລະ ເອເລອາຊາ​ກັບ​ອີທາມາ, ເພື່ອ​ພວກເຂົາ​ຈະ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂລຫິດ. 2ຈົ່ງ​ເຮັດ​ເຄື່ອງ​ແຕ່ງກາຍ​ສັກສິດ​ໃຫ້​ແກ່​ອາໂຣນ​ອ້າຍ​ຂອງ​ເຈົ້າ ເພື່ອ​ໃຫ້​ລາວ​ສະຫງ່າງາມ ແລະ ສົມ​ກຽດ. 3ຈົ່ງ​ບອກ​ຊ່າງ​ຜູ້ຊຳນານ​ທຸກຄົນ​ຜູ້​ທີ່​ເຮົາ​ໄດ້​ໃຫ້​ສະຕິປັນຍາ​ໃນ​ເລື່ອງ​ນີ້​ວ່າ​ພວກເຂົາ​ຈະ​ຕ້ອງ​ເຮັດ​ເຄື່ອງແຕ່ງກາຍ​ໃຫ້​ແກ່​ອາໂຣນ, ສຳລັບ​ການ​ອຸທິດ​ຕົນ​ຂອງ​ລາວ, ເພື່ອ​ລາວ​ຈະ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂລຫິດ. 4ສິ່ງ​ເຫລົ່ານີ້​ແມ່ນ​ເຄື່ອງແຕ່ງກາຍ​ທີ່​ພວກເຂົາ​ຈະ​ຕ້ອງ​ເຮັດ​ຄື: ແຜ່ນປົກເອິກ, ເສື້ອເອໂຟດ, ເສື້ອຄຸມຍາວ, ເສື້ອ​ຊັ້ນ​ໃນ​ທີ່​ຕ່ຳ​ເອົາ, ຜ້າ​ຄຽນ​ຫົວ ແລະ ຜ້າ​ຮັດ​ແອວ. ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເຄື່ອງແຕ່ງກາຍ​ສັກສິດ​ເຫລົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ ບັນດາ​ລູກຊາຍ​ຂອງ​ລາວ, ເພື່ອ​ພວກເຂົາ​ຈະ​ໄດ້​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂລຫິດ. 5ຈົ່ງ​ໃຫ້​ພວກເຂົາ​ໃຊ້​ຄຳ ແລະ ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນ​ເນື້ອລະອຽດ.
ເສື້ອເອໂຟດ
(ອພຍ 39:2-7)
6“ຈົ່ງ​ເຮັດ​ເສື້ອເອໂຟດ​ນີ້​ດ້ວຍ​ຄຳ ແລະ ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ໄດ້​ປັກແສ່ວ​ໂດຍ​ສີມື​ຂອງ​ຊ່າງ​ຜູ້ຊຳນານ. 7ເສື້ອເອໂຟດ​ນີ້​ຕ້ອງ​ມີ​ຜ້າ​ສອງ​ຕ່ອນ​ທີ່​ຢູ່​ເທິງ​ບ່າໄຫລ່​ໂຍງ​ສອງ​ແຈ​ຂອງ​ຜ້າ​ນັ້ນ ເພື່ອ​ມັນ​ຈະ​ສາມາດ​ຜູກ​ເຂົ້າ​ກັນ​ໄດ້. 8ຈົ່ງ​ເຮັດ​ສາຍຮັດແອວ​ຢ່າງ​ປະນີດ​ດ້ວຍ​ຄຳ, ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ປັກແສ່ວ​ແລ້ວ​ຫຍິບ​ເຂົ້າ​ກັນ​ໃຫ້​ເປັນ​ຜືນ​ດຽວ​ກັບ​ເສື້ອເອໂຟດ.
9“ຈົ່ງ​ເອົາ​ຫີນ​ໂກເມນ​ສອງ​ກ້ອນ​ມາ​ແລ້ວ​ສະຫລັກ​ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ໃສ່​ຫີນ​ເຫລົ່ານັ້ນ 10ຕາມ​ລຳດັບ​ການ​ເກີດ​ຂອງ​ພວກເຂົາ​ຄື ໃຫ້​ສະຫລັກ​ຫົກ​ຊື່​ໃສ່​ຫີນ​ກ້ອນ​ໜຶ່ງ ແລະ ອີກ​ຫົກ​ຊື່​ທີ່​ເຫລືອ​ໃຫ້​ສະຫລັກ​ໃສ່​ຫີນ​ອີກ​ກ້ອນ​ໜຶ່ງ. 11ຈົ່ງ​ສະຫລັກ​ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ລົງ​ໃສ່​ຫີນ​ສອງ​ກ້ອນ​ນັ້ນ​ດ້ວຍ​ວິທີ​ດຽວ​ກັນ​ກັບ​ຊ່າງ​ເຈຍລະໄນ​ສະຫລັກ​ຕາປະທັບ. ແລ້ວ​ເຮັດ​ຝັງ​ຫີນ​ສອງ​ອັນ​ນັ້ນ​ໃສ່​ກີ້​ຄຳ​ທີ່​ມີ​ລວດລາຍ 12ແລະ ຈົ່ງ​ມັດ​ຫີນ​ທັງ​ສອງ​ນີ້​ໃສ່​ເທິງ​ບ່າ​ຂອງ​ເສື້ອເອໂຟດ ເພື່ອ​ເປັນ​ຫີນ​ທີ່ລະນຶກ​ເຖິງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ. ອາໂຣນ​ຈະ​ຕ້ອງ​ແບກ​ຊື່​ຂອງ​ພວກເຂົາ​ໄວ້​ເທິງ​ບ່າ​ຂອງ​ຕົນ​ເພື່ອ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ. 13ຈົ່ງ​ເຮັດ​ກີ້​ຄຳ​ທີ່​ມີ​ລວດລາຍ 14ແລະ ຈົ່ງ​ເຮັດ​ໂສ້​ດ້ວຍ​ຄຳ​ບໍລິສຸດ​ສອງ​ເສັ້ນ​ກ້ຽວ​ກັນ​ເໝືອນ​ເຊືອກ, ແລ້ວ​ມັດ​ໂສ້​ນັ້ນ​ໃສ່​ກັບ​ກີ້​ຄຳ.
ແຜ່ນປົກເອິກ
(ອພຍ 39:8-21)
15“ຈົ່ງ​ເຮັດ​ແບບ​ແຜ່ນປົກເອິກ​ສຳລັບ​ການ​ຕັດສິນໃຈ​ໂດຍ​ຊ່າງ​ສີມື​ຜູ້ຊຳນານ. ຈົ່ງ​ເຮັດ​ແຜ່ນປົກເອິກ​ນີ້​ໃຫ້​ຄື​ກັນ​ກັບ​ເສື້ອເອໂຟດ​ຄື: ເຮັດ​ດ້ວຍ​ຄຳ ແລະ ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ​ທີ່​ປັກແສ່ວ​ຢ່າງ​ມີ​ລວດລາຍ. 16ແຜ່ນປົກເອິກ​ນີ້​ຈະ​ເປັນ​ຜ້າ​ສີ່ຫລ່ຽມ​ມົນທົນ ຍາວ​ໜຶ່ງ​ຄືບ, ກວ້າງ​ໜຶ່ງ​ຄືບ#28:16 ຄື ປະມານ 23 ເຊັນ ແລະ ພັບ​ສອງ​ທົບ. 17ແລ້ວ​ຝັງ​ອັນຍະມະນີ​ໃສ່​ສີ່​ແຖວ​ເທິງ​ແຜ່ນປົກເອິກ​ນັ້ນ. ແຖວ​ທຳອິດ​ຈະ​ຕ້ອງ​ຝັງ​ທັບທິມ, ບຸດສະລາຄຳ ແລະ ນິນ; 18ແຖວ​ທີ​ສອງ​ຈະ​ຕ້ອງ​ຝັງ​ພອຍ​ສີແດງ​ສົ້ມ, ແກ້ວໄພທູນ ແລະ ມໍລະກົດ; 19ແຖວ​ທີ​ສາມ​ຈະ​ຕ້ອງ​ຝັງ​ພອຍ​ສີມ່ວງ, ໂມຣາ ແລະ ເພທາຍ​ສີມ່ວງ; 20ແຖວ​ທີ​ສີ່​ຈະ​ຕ້ອງ​ຝັງ​ບຸດສະລາຄຳ, ຫີນ​ໂກເມນ ແລະ ມະນີໂຊດ.#28:20 ຫີນ​ທີ່​ມີ​ຄ່າ​ເຫລົ່ານີ້​ບໍ່​ສາມາດ​ລະບຸ​ໄດ້​ຢ່າງ​ຊັດເຈນ ຈົ່ງ​ຝັງ​ອັນຍະມະນີ​ເຫລົ່ານີ້​ໄວ້​ໃນ​ກີ້​ຄຳ​ທີ່​ມີ​ລວດລາຍ. 21ຫີນ​ສິບ​ສອງ​ກ້ອນ​ນີ້ ແຕ່​ລະ​ກ້ອນ​ແມ່ນ​ໃຫ້​ສະຫລັກ​ຊື່​ຂອງ​ລູກຊາຍ​ແຕ່​ລະ​ຄົນ​ຂອງ​ອິດສະຣາເອນ, ແຕ່​ລະ​ກ້ອນ​ໃຫ້​ສະຫລັກ​ຊື່​ຂອງ​ເຜົ່າ​ໜຶ່ງ​ໃນ​ສິບສອງ​ເຜົ່າ​ເໝືອນ​ຕາປະທັບ.
22“ສຳລັບ​ແຜ່ນປົກເອິກ ຈົ່ງ​ເຮັດ​ສາຍ​ໂສ້​ກ້ຽວ​ກັນ​ດ້ວຍ​ຄຳ​ບໍລິສຸດ​ທີ່​ມີ​ລັກສະນະ​ຄື​ກັບ​ເຊືອກ. 23ຈົ່ງ​ເຮັດ​ບ້ວງ​ຄຳ​ສອງ​ອັນ​ສຳລັບ​ແຜ່ນປົກເອິກ​ແລ້ວ​ເອົາ​ໂສ້​ກ້ຽວ​ກັນ​ນັ້ນ​ມັດ​ໃສ່​ທັງ​ສອງ​ແຈ​ຂອງ​ແຜ່ນປົກເອິກ. 24ຈົ່ງ​ມັດ​ໂສ້​ຄຳ​ທັງ​ສອງ​ເສັ້ນ​ເຂົ້າ​ກັບ​ບ້ວງ​ທີ່​ຢູ່​ແຈ​ຂອງ​ແຜ່ນປົກເອິກ, 25ແລະ ອີກ​ສົ້ນ​ອື່ນ​ຂອງ​ສາຍ​ໂສ້​ໃສ່​ເຮືອນ​ທັງ​ສອງ​ອັນ, ແລ້ວ​ຕິດ​ເຂົ້າ​ກັບ​ແຖບ​ບ່າ​ທັງ​ສອງ​ຂອງ​ເສື້ອເອໂຟດ​ທີ່​ດ້ານໜ້າ. 26ຈົ່ງ​ເຮັດ​ບ້ວງ​ຄຳ​ສອງ​ບ້ວງ​ແລ້ວ​ຕິດ​ໃສ່​ອີກ​ສອງ​ແຈ​ຂອງ​ແຜ່ນປົກເອິກ​ທີ່​ຂອບ​ດ້ານ​ໃນ​ໃກ້​ກັບ​ເສື້ອເອໂຟດ. 27ຈົ່ງ​ເຮັດ​ບ້ວງ​ຄຳ​ອີກ​ສອງ​ບ້ວງ​ຕິດ​ໃສ່​ປາຍ​ລຸ່ມ​ຂອງ​ແຖບ​ບ່າ​ຢູ່​ດ້ານໜ້າ​ຂອງ​ເສື້ອເອໂຟດ ໃກ້​ກັບ​ຮອຍ​ຕໍ່​ທີ່​ຢູ່​ເທິງ​ສາຍຮັດແອວ​ຂອງ​ເສື້ອເອໂຟດ. 28ບ້ວງ​ຂອງ​ແຜ່ນປົກເອິກ​ຈະ​ຕ້ອງ​ມັດ​ເຂົ້າ​ກັບ​ບ້ວງ​ຂອງ​ເສື້ອເອໂຟດ​ດ້ວຍ​ດ້າຍ​ສີຟ້າ, ໂດຍ​ເຊື່ອມຕໍ່​ກັບ​ສາຍຮັດແອວ, ເພື່ອ​ວ່າ​ແຜ່ນປົກເອິກ​ຈະ​ບໍ່​ຫລຸດ​ອອກ​ຈາກ​ເສື້ອເອໂຟດ.
29“ເມື່ອ​ໃດ​ກໍ​ຕາມ​ທີ່​ອາໂຣນ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ, ເພິ່ນ​ຈະ​ແບກ​ຊື່​ຂອງ​ບັນດາ​ລູກຊາຍ​ຂອງ​ອິດສະຣາເອນ​ແນບ​ຫົວໃຈ​ຂອງ​ເພິ່ນ​ເທິງ​ແຜ່ນປົກເອິກ​ແຫ່ງ​ການ​ຕັດສິນ ເພື່ອ​ເປັນ​ທີ່​ລະນຶກ​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ. 30ຈົ່ງ​ສອດ​ອູຣິມ ແລະ ທຸມມິມ​ໄວ້​ໃນ​ແຜ່ນປົກເອິກ, ເພື່ອ​ສອງ​ສິ່ງ​ນີ້​ຈະ​ຢູ່​ເໜືອ​ຫົວໃຈ​ຂອງ​ອາໂຣນ​ໃນ​ເວລາ​ທີ່​ລາວ​ເຂົ້າ​ພົບ​ພຣະເຈົ້າຢາເວ. ດັ່ງນັ້ນ ອາໂຣນ​ຈະ​ແບກ​ວິທີ​ຂອງ​ການ​ຕັດສິນ​ສຳລັບ​ຊາວ​ອິດສະຣາເອນ​ຢູ່​ເໜືອ​ຫົວໃຈ​ຂອງ​ຕົນ​ສະເໝີ​ຕໍ່ໜ້າ​ພຣະເຈົ້າຢາເວ.
ເຄື່ອງແຕ່ງກາຍ​ອື່ນໆ​ສຳລັບ​ປະໂລຫິດ
(ອພຍ 39:22-31)
31“ຈົ່ງ​ເຮັດ​ເສື້ອຄຸມຍາວ​ໃຫ້​ເຂົ້າ​ກັບ​ເອໂຟດ​ດ້ວຍ​ຜ້າ​ສີຟ້າ​ລ້ວນ, 32ໂດຍ​ໃຫ້​ມີ​ປ່ອງ​ຢູ່​ທາງ​ກາງ​ຂອງ​ເສື້ອຄຸມຍາວ​ສຳລັບ​ສວມ​ເຂົ້າ​ທາງ​ຫົວ. ຕ້ອງ​ມີ​ຂອບ​ທີ່​ປັກແສ່ວ​ເໝືອນ​ປອກຄໍ#28:32 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ ຄວາມໝາຍ​ບໍ່​ຊັດເຈນ​ອ້ອມ​ປ່ອງ​ນັ້ນ, ເພື່ອ​ບໍ່​ໃຫ້​ເສື້ອ​ຂາດ. 33ຈົ່ງ​ແສ່ວ​ຮູບ​ໝາກພິລາ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ​ໄວ້​ອ້ອມ​ຕີນ​ຂອງ​ເສື້ອຄຸມຍາວ ຈົ່ງ​ຕິດ​ກະດິງ​ຄຳ​ລະຫວ່າງ​ກາງ​ຮູບ​ໝາກພິລາ. 34ກະດິງ​ຄຳ ແລະ ໝາກພິລາ​ຈະ​ຢູ່​ສະຫລັບ​ກັນ​ອ້ອມ​ຕີນ​ຂອງ​ເສື້ອຄຸມຍາວ. 35ອາໂຣນ​ຕ້ອງ​ໃສ່​ເສື້ອຄຸມຍາວ​ນີ້​ເມື່ອ​ລາວ​ເຂົ້າ​ໄປ​ປະຕິບັດ​ໜ້າທີ່. ເມື່ອ​ລາວ​ເຂົ້າ​ໄປ​ໃນ​ສະຖານທີ່​ສັກສິດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ ເມື່ອ​ລາວ​ອອກ​ມາ, ຈະ​ໄດ້​ຍິນ​ສຽງ​ຂອງ​ກະດິງ, ເພື່ອ​ວ່າ​ລາວ​ຈະ​ບໍ່​ຕາຍ.
36“ຈົ່ງ​ເຮັດ​ແຜ່ນ​ຄຳ​ບໍລິສຸດ ແລະ ສະຫລັກ​ເທິງ​ແຜ່ນ​ຄຳ​ນັ້ນ​ເໝືອນ​ກັບ​ຕາປະທັບ​ວ່າ:
‘ບໍລິສຸດ​ແກ່​ພຣະເຈົ້າຢາເວ’.
37ຈົ່ງ​ມັດ​ດ້າຍ​ສີຟ້າ​ໃສ່​ກັບ​ແຜ່ນ​ຄຳ​ນັ້ນ​ເພື່ອ​ແນບ​ເຂົ້າ​ໃສ່​ກັບ​ຜ້າຄຽນຫົວ. ແຜ່ນ​ຄຳ​ນີ້​ຈະ​ຕ້ອງ​ຢູ່​ດ້ານ​ໜ້າ​ຂອງ​ຜ້າຄຽນຫົວ. 38ແຜ່ນ​ຄຳ​ນີ້​ຈະ​ຢູ່​ເທິງ​ໜ້າຜາກ​ຂອງ​ອາໂຣນ ແລະ ລາວ​ຈະ​ແບກ​ຄວາມຜິດ​ທີ່​ກ່ຽວຂ້ອງ​ກັບ​ເຄື່ອງບູຊາ​ສັກສິດ​ທີ່​ຊາວ​ອິດສະຣາເອນ​ນຳ​ມາ​ຖວາຍ, ບໍ່​ວ່າ​ເຄື່ອງຖວາຍ​ຂອງ​ພວກເຂົາ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ. ແຜ່ນ​ຄຳ​ນີ້​ຈະ​ຢູ່​ເທິງ​ໜ້າຜາກ​ຂອງ​ອາໂຣນ​ສະເໝີ ເພື່ອ​ວ່າ​ພຣະເຈົ້າຢາເວ​ຈະ​ຍອມຮັບ​ຊາວ​ອິດສະຣາເອນ.
39“ຈົ່ງ​ຕໍ່າ​ເສື້ອຊັ້ນໃນ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ ແລະ ເຮັດ​ຜ້າຄຽນຫົວ​ດ້ວຍ​ຜ້າຝ້າຍລິນິນ​ເນື້ອລະອຽດ. ຜ້າຮັດແອວ​ຈະ​ຕ້ອງ​ປັກແສ່ວ​ດ້ວຍ​ຊ່າງປັກແສ່ວ. 40ຈົ່ງ​ເຮັດ​ເສື້ອຊັ້ນໃນ, ຜ້າຮັດແອວ ແລະ ໝວກ​ສຳລັບ​ບັນດາ​ລູກຊາຍ​ຂອງ​ອາໂຣນ​ເພື່ອ​ໃຫ້​ພວກເຂົາ​ສະຫງ່າງາມ ແລະ ສົມ​ກຽດ. 41ຫລັງຈາກ​ທີ່​ເຈົ້າ​ໄດ້​ສວມ​ເຄື່ອງແຕ່ງກາຍ​ເຫລົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ແລ້ວ, ຈົ່ງ​ເຈີມ ແລະ ແຕ່ງຕັ້ງ​ພວກເຂົາ. ຖວາຍ​ພວກເຂົາ​ເພື່ອ​ພວກເຂົາ​ຈະ​ໄດ້​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂລຫິດ.
42“ຈົ່ງ​ເຮັດ​ເຄື່ອງແຕ່ງກາຍ​ຊັ້ນ​ໃນ​ດ້ວຍ​ຜ້າຝ້າຍລິນິນ​ເພື່ອ​ໃສ່​ປົກປິດ​ຮ່າງກາຍ​ຕັ້ງແຕ່​ແອວ​ຈົນ​ເຖິງ​ຕົ້ນຂາ. 43ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ໃສ່​ເຄື່ອງແຕ່ງກາຍ​ເຫລົ່ານີ້​ທຸກ​ຄັ້ງ​ທີ່​ພວກເຂົາ​ເຂົ້າ​ໄປ​ໃນ​ເຕັນນັດພົບ ຫລື ເຂົ້າ​ໃກ້​ແທ່ນບູຊາ​ເພື່ອ​ບົວລະບັດ​ຮັບໃຊ້​ໃນ​ສະຖານທີ່​ສັກສິດ, ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມີ​ຄວາມຜິດ ແລະ ຕາຍ.
“ນີ້​ແມ່ນ​ຂໍ້ປະຕິບັດ​ສຳລັບ​ອາໂຣນ ແລະ ເຊື້ອສາຍ​ຂອງ​ລາວ​ຕະຫລອດໄປ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in