ອົບພະຍົບ 26
26
ຫໍເຕັນ
(ອພຍ 36:8-38)
1“ຈົ່ງເຮັດຫໍເຕັນດ້ວຍຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດສິບຜືນ ເຊິ່ງປັກແສ່ວລວດລາຍດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ, ພ້ອມທັງແສ່ວຮູບເຄຣຸບໃສ່ຜ້າກັ້ງເຫລົ່ານັ້ນໂດຍຊ່າງທີ່ຊຳນານ. 2ຜ້າກັ້ງທຸກຜືນຈະຕ້ອງມີຂະໜາດດຽວກັນ ຄືຍາວ 28 ສອກ ແລະ ກວ້າງ 4 ສອກ.#26:2 ນັ້ນຄື ຍາວປະມານ 13 ແມັດ ແລະ ກວ້າງປະມານ 1,8 ແມັດ 3ຈົ່ງຕໍ່ຜ້າກັ້ງຫ້າຜືນເຂົ້າກັນ ແລະ ອີກຫ້າຜືນອື່ນກໍໃຫ້ເຮັດຄືກັນ. 4ຈົ່ງໃຊ້ຜ້າສີຟ້າເຮັດຫູຕາມຂອບຜ້າກັ້ງໃນຊຸດດຽວ ແລະ ເຮັດຄືກັນນີ້ກັບຂອບຜ້າກັ້ງໃນຊຸດອື່ນອີກ. 5ຈົ່ງເຮັດຫູຫ້າສິບຫູໃສ່ຜ້າກັ້ງຜືນໜຶ່ງ ແລະ ເຮັດຫ້າສິບຫູໃສ່ຂອບຂອງຜ້າກັ້ງຊຸດອື່ນອີກ ໂດຍໃຫ້ແຕ່ລະຫູຢູ່ຊື່ກັນ. 6ແລ້ວຈົ່ງເຮັດຂໍເກາະຄຳຫ້າສິບອັນ ແລະ ໃຊ້ຂໍເກາະຄຳນັ້ນເກາະຫູຜ້າກັ້ງທັງສອງເຂົ້າຫາກັນເພື່ອໃຫ້ຫໍເຕັນເປັນອັນດຽວກັນ.
7“ຈົ່ງເຮັດຜ້າກັ້ງດ້ວຍຂົນແບ້ສິບເອັດຜືນສຳລັບເຮັດເປັນເຕັນເພື່ອຄຸມຫໍເຕັນໄວ້. 8ຜ້າກັ້ງທັງສິບເອັດຜືນຈະຕ້ອງມີຂະໜາດດຽວກັນຄື ຍາວ 30 ສອກ ແລະ ກວ້າງ 4 ສອກ.#26:8 ຄື ຍາວປະມານ 13,5 ແມັດ ແລະ ກວ້າງປະມານ 1,8 ແມັດ 9ຈົ່ງຕໍ່ຜ້າກັ້ງຫ້າຜືນເຂົ້າກັນເປັນໜຶ່ງຊຸດ ແລະ ຕໍ່ຜ້າກັ້ງອີກຫົກຜືນເຂົ້າກັນເປັນຊຸດໜຶ່ງອີກ. ໃຫ້ພັບຜືນທີຫົກທົບເຄິ່ງໄວ້ດ້ານໜ້າເຕັນ. 10ຈົ່ງເຮັດຫູຫ້າສິບຫູຕິດໃສ່ຂອບຜ້າກັ້ງໃນຊຸດດຽວ ແລະ ເຮັດເໝືອນກັນນີ້ກັບຂອບຜ້າກັ້ງຊຸດອື່ນ. 11ແລ້ວຈົ່ງເຮັດຂໍເກາະທອງສຳລິດຫ້າສິບອັນ ແລ້ວຈົ່ງໃຊ້ຂໍເກາະທອງສຳລິດນັ້ນເກາະຫູເຕັນໃຫ້ເຂົ້າເປັນອັນດຽວກັນ. 12ສ່ວນຄວາມຍາວທີ່ເຫລືອຂອງຜ້າກັ້ງຂອງເຕັນນັ້ນ, ໃຫ້ເອົາເຄິ່ງໜຶ່ງຂອງຜ້າກັ້ງທີ່ເຫລືອຫ້ອຍໄວ້ທາງດ້ານຫລັງຂອງຫໍເຕັນ. 13ຜ້າກັ້ງຂອງເຕັນນີ້ຈະມີຄວາມຍາວລື່ນອອກມາຂ້າງລະ 1 ສອກ#26:13 ຄື ປະມານ 45 ເຊັນທັງສອງຂ້າງ; ສ່ວນທີ່ເຫລືອຈະຫ້ອຍໄວ້ທີ່ດ້ານຂ້າງຂອງຫໍເຕັນເພື່ອປົກຄຸມຫໍເຕັນໄວ້. 14ຈົ່ງເຮັດຜ້າຄຸມເຕັນດ້ວຍໜັງແກະເຖິກຍ້ອມສີແດງ ແລະ ໃຫ້ໃຊ້ໜັງຂອງສັດປະເພດທົນທານ#26:14 ບາງທີເປັນໜັງຂອງສັດຂະໜາດໃຫຍ່ທີ່ລ້ຽງລູກດ້ວຍນ້ຳນົມ (ເບິ່ງ ຂໍ້ 25:5)ຄຸມໄວ້ອີກຊັ້ນໜຶ່ງ.
15“ຈົ່ງຕັ້ງຝາຫໍເຕັນທີ່ເຮັດດ້ວຍໄມ້ກະຖິນ. 16ໄມ້ຝາແຕ່ລະແຜ່ນແມ່ນຍາວ 10 ສອກ ແລະ ກວ້າງ 1,5 ສອກ.#26:16 ຄື ຍາວປະມານ 4,5 ແມັດ ແລະ ກວ້າງປະມານ 68 ເຊັນ 17ໄມ້ຝາແຕ່ລະແຜ່ນມີຄານສອງຊຸດຂະໜານກັນສຳລັບແນບເຂົ້າກັນ. ຈົ່ງເຮັດຝາຂອງຫໍເຕັນທັງໝົດແບບນີ້. 18ຈົ່ງເຮັດໄມ້ຝາຊາວແຜ່ນສຳລັບດ້ານໃຕ້ຂອງຫໍເຕັນ 19ແລະ ເຮັດຖານຂອງໄມ້ຝາແຕ່ລະແຜ່ນດ້ວຍເງິນ ຄືແຜ່ນລະສອງຖານ ລວມກັນເປັນສີ່ສິບຖານ, ແຕ່ລະຖານຮອງຮັບຄານແຕ່ລະອັນ. 20ສຳລັບດ້ານອື່ນອີກນັ້ນ ຄືດ້ານເໜືອຂອງຫໍເຕັນ, ໃຫ້ຕັ້ງໄມ້ຝາໄວ້ຊາວແຜ່ນ 21ແລະ ເຮັດຖານເງິນຮອງຮັບໄມ້ຝາ ຄືແຜ່ນລະສອງຖານ ລວມກັນເປັນສີ່ສິບຖານ. 22ຈົ່ງເຮັດໄມ້ຝາຫົກແຜ່ນສຳລັບດ້ານທິດຕາເວັນຕົກທີ່ເປັນສ່ວນຫລັງຂອງຫໍເຕັນ. 23ແລະ ເຮັດໄມ້ຝາອີກສອງແຜ່ນສຳລັບມຸມທັງສອງຂ້າງຂອງສ່ວນຫລັງ. 24ໄມ້ຝາຢູ່ມຸມທັງສອງດ້ານຕ້ອງແນບເຂົ້າກັນໃຫ້ແໜ້ນ ຕັ້ງແຕ່ລຸ່ມຫາເທິງ ແລະ ດ້ານເທິງສຸດແມ່ນຢຶດເຂົ້າກັນດ້ວຍບ້ວງໜຶ່ງອັນ; ໄມ້ຝາຢູ່ມຸມທັງສອງດ້ານຈະຕ້ອງເຮັດຢ່າງນີ້. 25ດັ່ງນັ້ນ ດ້ານຫລັງຂອງຫໍເຕັນຈຶ່ງມີໄມ້ຝາແປດແຜ່ນ ແລະ ແຕ່ລະແຜ່ນມີຖານເງິນສອງອັນຮອງຮັບ ລວມກັນແມ່ນສິບຫົກຖານ.
26“ຈົ່ງເຮັດຄານດ້ວຍໄມ້ກະຖິນເໝືອນກັນຄື: ພາດຂວາງຝາຫໍເຕັນດ້ານທິດເໜືອຫ້າອັນ, 27ດ້ານທິດໃຕ້ຫ້າອັນ ແລະ ອີກຫ້າອັນສຳລັບດ້ານທິດຕາເວັນຕົກ, ເຊິ່ງເປັນສ່ວນຫລັງຂອງຫໍເຕັນ. 28ໄມ້ຄານໂຕກາງທີ່ພາດຂວາງຢູ່ກາງຝາໄປເປັນແຖວ. 29ຈົ່ງຫຸ້ມໄມ້ຝາທຸກແຜ່ນດ້ວຍຄຳ ແລະ ເຮັດບ້ວງຄຳເພື່ອຈັບໄມ້ຄານພາດຂວາງເຫລົ່ານັ້ນໄວ້. ຈົ່ງຫຸ້ມໄມ້ຄານເຫລົ່ານັ້ນດ້ວຍຄຳເໝືອນກັນ.
30“ຈົ່ງຕັ້ງຫໍເຕັນຂຶ້ນຕາມແບບທີ່ເຮົາໄດ້ແຈ້ງແກ່ເຈົ້າທີ່ເທິງພູເຂົານັ້ນ.
31“ຈົ່ງເຮັດຜ້າກັ້ງດ້ວຍຜ້າຝ້າຍລິນິນເນື້ອລະອຽດ, ໃຫ້ຊ່າງຜູ້ຊຳນານປັກແສ່ວລວດລາຍດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມເປັນຮູບເຄຣຸບໄວ້ເທິງຜ້າກັ້ງນັ້ນ. 32ຈົ່ງຫ້ອຍຜ້າກັ້ງນັ້ນດ້ວຍຂໍເກາະຄຳເທິງເສົາໄມ້ກະຖິນສີ່ຕົ້ນທີ່ຫຸ້ມດ້ວຍຄຳ ແລະ ເສົາເຫລົ່ານັ້ນຕັ້ງຢູ່ເທິງຖານຮອງຮັບທີ່ເຮັດດ້ວຍເງິນສີ່ຖານ. 33ຈົ່ງຫ້ອຍຜ້າກັ້ງດ້ວຍຂໍເກາະ ແລະ ຕັ້ງຫີບພັນທະສັນຍາໄວ້ດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນີ້ຈະຂັ້ນລະຫວ່າງບ່ອນສັກສິດກັບບ່ອນສັກສິດທີ່ສຸດ. 34ຈົ່ງຕັ້ງຝາຫີບໄວ້ເທິງຫີບພັນທະສັນຍາໃນບ່ອນສັກສິດທີ່ສຸດ. 35ຈົ່ງວາງໂຕະໄວ້ຢູ່ນອກຜ້າກັ້ງທີ່ຢູ່ທາງດ້ານເໜືອຂອງຫໍເຕັນ ແລະ ວາງຫລັກຕະກຽງໄວ້ກົງກັນຂ້າມກັບໂຕະທີ່ຢູ່ທາງດ້ານໃຕ້ຂອງຫໍເຕັນ.
36“ສຳລັບທາງເຂົ້າເຕັນນັ້ນ ຈົ່ງເຮັດຜ້າກັ້ງກັ້ນອີກຜືນໜຶ່ງດ້ວຍຜ້າລິນິນເນື້ອລະອຽດດີ ປັກແສ່ວດ້ວຍໄໝສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ເປັນງານສີມືຂອງຊ່າງປັກແສ່ວ. 37ຈົ່ງເຮັດຂໍເກາະຄຳສຳລັບແຂວນຜ້າກັ້ງຜືນນີ້ ແລະ ເຮັດເສົາດ້ວຍໄມ້ກະຖິນຫ້າຕົ້ນ ຫຸ້ມດ້ວຍຄຳ. ແລະ ຈົ່ງຫລໍ່ຖານຮອງຮັບດ້ວຍທອງສຳລິດຫ້າຖານສຳລັບເສົາເຫລົ່ານັ້ນ.
Currently Selected:
ອົບພະຍົບ 26: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: