ອົບພະຍົບ 10
10
ໄພພິບັດຈາກຝູງຕັກແຕນ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງກັບໄປພົບຟາໂຣ, ເພາະເຮົາເຮັດໃຫ້ໃຈຂອງລາວແຂງກະດ້າງ ແລະ ໃຈຂອງຂ້າລາຊະການຂອງລາວແຂງກະດ້າງເໝືອນກັນ ເພື່ອເຮົາຈະສະແດງໝາຍສຳຄັນຂອງເຮົາເຫລົ່ານີ້ທ່າມກາງພວກເຂົາ 2ເພື່ອເຈົ້າຈະໄດ້ເລົ່າໃຫ້ລູກຫລານຂອງພວກເຈົ້າຟັງເຖິງການທີ່ເຮົາຈັດການກັບຊາວເອຢິບຢ່າງໜັກໜ່ວງ ແລະ ເຮົາໄດ້ສະແດງໝາຍສຳຄັນຂອງເຮົາທ່າມກາງພວກເຂົາແລ້ວ ພວກເຈົ້າຈະໄດ້ຮູ້ວ່າເຮົາແມ່ນພຣະເຈົ້າຢາເວ”.
3ດັ່ງນັ້ນ ໂມເຊ ແລະ ອາໂຣນຈຶ່ງໄດ້ໄປພົບຟາໂຣ ແລະ ເວົ້າກັບເພິ່ນວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວ, ພຣະເຈົ້າຂອງຊາວເຮັບເຣີໄດ້ເວົ້າຄື: ‘ເຈົ້າຈະປະຕິເສດທີ່ຈະຖ່ອມຕົວເຈົ້າເອງລົງຕໍ່ໜ້າເຮົາອີກດົນປານໃດ? ຈົ່ງປ່ອຍໃຫ້ປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. 4ຖ້າເຈົ້າປະຕິເສດທີ່ຈະປ່ອຍພວກເຂົາໄປ, ມື້ອື່ນເຮົາຈະນຳຝູງຕັກແຕນເຂົ້າມາໃນປະເທດຂອງເຈົ້າ. 5ພວກມັນຈະມາປົກຄຸມໜ້າດິນຈົນເບິ່ງບໍ່ເຫັນໜ້າດິນ. ພວກມັນຈະກັດກິນສິ່ງເລັກນ້ອຍທີ່ພວກເຈົ້າມີເຫລືອຢູ່ຫລັງຈາກໝາກເຫັບ, ລວມທັງຕົ້ນໄມ້ທຸກຕົ້ນທີ່ກຳລັງໃຫຍ່ໃນທົ່ງນາຂອງເຈົ້າ. 6ຕັກແຕນຈະເຂົ້າມາເຕັມວັງຂອງເຈົ້າ, ເຮືອນຂອງຂ້າລາຊະການຂອງເຈົ້າ ແລະ ທຸກເຮືອນຂອງຊາວເອຢິບ ນີ້ຄືສິ່ງທີ່ພໍ່ແມ່ຂອງເຈົ້າ ແລະ ບັນພະບຸລຸດຂອງເຈົ້າບໍ່ເຄີຍເຫັນມາກ່ອນນັບຕັ້ງແຕ່ມື້ທີ່ພວກເຂົາຕັ້ງຖິ່ນຖານໃນດິນແດນນີ້ຈົນເຖິງດຽວນີ້’ ”. ຫລັງຈາກນັ້ນ ໂມເຊກໍກັບ ແລະ ໄປຈາກຟາໂຣແລ້ວກັບໄປ.
7ບັນດາຂ້າລາຊະການຂອງຟາໂຣກ່າວຕໍ່ເພິ່ນວ່າ, “ຊາຍຄົນນີ້ຈະເປັນບ້ວງແຮ້ວຕໍ່ພວກເຮົາໄປອີກດົນປານໃດ? ຂໍຈົ່ງປ່ອຍປະຊາຊົນໄປ, ເພື່ອວ່າພວກເຂົາຈະໄດ້ນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ທ່ານຍັງບໍ່ສຳນຶກວ່າເອຢິບຖືກທຳລາຍແລ້ວ?”
8ຫລັງຈາກນັ້ນ ໂມເຊ ແລະ ອາໂຣນຈຶ່ງຖືກນຳກັບຄືນມາພົບຟາໂຣອີກ. ຟາໂຣໄດ້ເວົ້າວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແຕ່ຈົ່ງບອກເຮົາວ່າມີຜູ້ໃດແດ່ຈະໄປ?”
9ໂມເຊໄດ້ຕອບວ່າ, “ພວກຂ້ານ້ອຍຈະໄປພ້ອມທັງຄົນໜຸ່ມ ແລະ ຄົນແກ່ຂອງພວກຂ້ານ້ອຍ, ພ້ອມທັງບັນດາລູກຊາຍ ແລະ ລູກສາວຂອງພວກຂ້ານ້ອຍ ແລະ ພ້ອມທັງຝູງແບ້, ຝູງແກະ ແລະ ຝູງງົວຂອງພວກຂ້ານ້ອຍ, ເພາະພວກຂ້ານ້ອຍຈະຕ້ອງສະຫລອງເທດສະການແກ່ພຣະເຈົ້າຢາເວ”.
10ຟາໂຣຈຶ່ງກ່າວວ່າ, “ຂໍໃຫ້ພຣະເຈົ້າຢາເວຢູ່ກັບພວກເຈົ້າ ຖ້າເຮົາປ່ອຍພວກເຈົ້າໄປພ້ອມກັບແມ່ຍິງ ແລະ ເດັກນ້ອຍຂອງພວກເຈົ້າ! ເຫັນໄດ້ຊັດເຈນວ່າພວກເຈົ້າມີແຜນການຊົ່ວຮ້າຍ.#10:10 ຫລື ຈົ່ງລະວັງໃຫ້ດີຄວາມລຳບາກກຳລັງຖ້າເຈົ້າຢູ່ 11ບໍ່ໄດ້! ໃຫ້ແຕ່ຜູ້ຊາຍເທົ່ານັ້ນໄປນະມັດສະການພຣະເຈົ້າຢາເວ ເພາະວ່ານັ້ນເປັນສິ່ງທີ່ພວກເຈົ້າຂໍໄວ້”. ຫລັງຈາກນັ້ນ ໂມເຊ ແລະ ອາໂຣນກໍຖືກໄລ່ອອກໄປໃຫ້ພົ້ນໜ້າຂອງຟາໂຣ.
12ແລະ ພຣະເຈົ້າຢາເວຈຶ່ງເວົ້າກັບໂມເຊວ່າ, “ຈົ່ງຍົກມືຂຶ້ນເໜືອເອຢິບເພື່ອວ່າຝູງຕັກແຕນຈະໄດ້ມາທົ່ວດິນແດນ ແລະ ກັດກິນທຸກສິ່ງທີ່ເກີດຂຶ້ນໃນທົ່ງນາ ເຊິ່ງເຫລືອຈາກການທຳລາຍຂອງໝາກເຫັບ”.
13ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນເໜືອປະເທດເອຢິບ ແລະ ພຣະເຈົ້າຢາເວໄດ້ເຮັດໃຫ້ລົມຕາເວັນອອກພັດມາທົ່ວແຜ່ນດິນຕະຫລອດເວັນ ແລະ ຕະຫລອດຄືນ. ໃນຕອນເຊົ້າລົມກໍໄດ້ນຳເອົາຝູງຕັກແຕນມາ; 14ຝູງຕັກແຕນຈໍານວນຫລວງຫລາຍໄດ້ບຸກລຸກເອຢິບທັງໝົດ ແລະ ຕັ້ງຖິ່ນຖານຢູ່ໃນທຸກພື້ນທີ່ຂອງປະເທດ. ໄພວິບັດຈາກຕັກແຕນຢ່າງນີ້ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ມີອີກຕໍ່ໄປ. 15ຝູງຕັກແຕນປົກຄຸມທົ່ວພື້ນດິນຈົນດໍາໄປໝົດ. ມັນກັດກິນທຸກສິ່ງທີ່ເຫລືອຫລັງຈາກການທຳລາຍຂອງໝາກເຫັບ ຄືທຸກຢ່າງທີ່ເກີດຂຶ້ນຢູ່ໃນທົ່ງນາ ແລະ ໝາກໄມ້ທີ່ຢູ່ໃນຕົ້ນ. ບໍ່ມີສີຂຽວເຫລືອຢູ່ເທິງຕົ້ນໄມ້ ຫລື ພືດໃນທົ່ວດິນແດນເອຢິບ.
16ຟາໂຣຈຶ່ງເອີ້ນໂມເຊ ແລະ ອາໂຣນມາພົບດ່ວນແລ້ວເວົ້າວ່າ, “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຕໍ່ສູ້ພວກເຈົ້າແລ້ວ. 17ບັດນີ້ ຂໍຍົກໂທດຄວາມບາບໃຫ້ເຮົາອີກເທື່ອໜຶ່ງ ແລະ ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃຫ້ເອົາໄພພິບັດທີ່ອັນຕະລາຍນີ້ໄປຈາກເຮົາ”.
18ແລ້ວໂມເຊຈຶ່ງຈາກຟາໂຣໄປ ແລະ ອະທິຖານຕໍ່ພຣະເຈົ້າຢາເວ. 19ແລະ ພຣະເຈົ້າຢາເວປ່ຽນລົມໃຫ້ເປັນລົມຕາເວັນຕົກທີ່ພັດແຮງຫລາຍ, ເຊິ່ງຫອບເອົາຝູງຕັກແຕນແລ້ວໄປຖິ້ມລົງໃນທະເລແດງ.#10:19 ຄື ທະເລໄມ້ອໍ້ ທຸກບ່ອນໃນເອຢິບບໍ່ມີຕັກແຕນເຫລືອຈັກໂຕ. 20ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ຟາໂຣມີໃຈແຂງກະດ້າງ ແລະ ຈະບໍ່ຍອມປ່ອຍຊາວອິດສະຣາເອນໄປ.
ໄພພິບັດຈາກຄວາມມືດ
21ຫລັງຈາກນັ້ນ ພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຍົກມືຂອງເຈົ້າຂຶ້ນສູ່ທ້ອງຟ້າເພື່ອໃຫ້ຄວາມມືດແຜ່ກະຈາຍໄປທົ່ວເອຢິບ ຄືຄວາມມືດທີ່ສາມາດຮູ້ສຶກໄດ້”. 22ດັ່ງນັ້ນ ໂມເຊຈຶ່ງຍົກມືຂອງເພິ່ນຂຶ້ນສູ່ທ້ອງຟ້າ ແລ້ວຄວາມມືດກໍໄດ້ປົກຄຸມທົ່ວເອຢິບຕະຫລອດສາມວັນ. 23ໃນໄລຍະສາມວັນນັ້ນບໍ່ມີຜູ້ໃດສາມາດເບິ່ງເຫັນກັນ ຫລື ເຄື່ອນໄຫວໄປມາໄດ້. ແຕ່ຊາວອິດສະຣາເອນທຸກຄົນມີແສງສະຫວ່າງໃນບ່ອນທີ່ພວກເຂົາອາໄສຢູ່.
24ແລ້ວຟາໂຣຈຶ່ງເອີ້ນໂມເຊເຂົ້າພົບ ແລະ ເວົ້າວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ. ແມ່ນແຕ່ພວກແມ່ຍິງ ແລະ ເດັກນ້ອຍຂອງເຈົ້າກໍໄປກັບເຈົ້າໄດ້; ຈົ່ງປະແຕ່ຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າເທົ່ານັ້ນໄວ້”.
25ແຕ່ໂມເຊຕອບວ່າ, “ທ່ານກໍຕ້ອງອະນຸຍາດໃຫ້ພວກຂ້ານ້ອຍມີເຄື່ອງບູຊາ ແລະ ເຄື່ອງເຜົາຖວາຍບູຊາເພື່ອຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍ. 26ສັດລ້ຽງຂອງພວກຂ້ານ້ອຍກໍຕ້ອງໄປນໍາພວກຂ້ານ້ອຍເໝືອນກັນ; ຈະບໍ່ມີສັດເຫລືອຢູ່ແມ່ນແຕ່ໂຕດຽວ. ເພາະພວກຂ້ານ້ອຍຈຳເປັນຕ້ອງໃຊ້ສັດເຫລົ່ານັ້ນໃນການນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ແລະ ຍັງບໍ່ຮູ້ວ່າພວກຂ້ານ້ອຍຈະໃຊ້ສັດຊະນິດໃດຖວາຍແກ່ພຣະເຈົ້າຢາເວຈົນກວ່າພວກຂ້ານ້ອຍຈະໄປເຖິງທີ່ນັ້ນ”.
27ແຕ່ພຣະເຈົ້າຢາເວເຮັດໃຫ້ຟາໂຣມີໃຈແຂງກະດ້າງ ແລະ ເພິ່ນບໍ່ໄດ້ມີຄວາມຕັ້ງໃຈທີ່ຈະປ່ອຍພວກເຂົາໄປ. 28ຟາໂຣກ່າວແກ່ໂມເຊວ່າ, “ຈົ່ງໄປໃຫ້ພົ້ນຈາກສາຍຕາຂອງເຮົາ! ເຈົ້າຢ່າມາປາກົດຕໍ່ໜ້າເຮົາອີກ! ວັນທີ່ເຈົ້າເຫັນໜ້າເຮົາ ເຈົ້າຈະຕາຍ”.
29ໂມເຊໄດ້ຕອບວ່າ, “ເໝືອນດັ່ງທີ່ທ່ານເວົ້າ, ຂ້ານ້ອຍຈະບໍ່ມາປາກົດຕໍ່ໜ້າທ່ານອີກຈັກເທື່ອ”.
Currently Selected:
ອົບພະຍົບ 10: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: