ດານີເອນ 8
8
ນິມິດຂອງດານີເອນກ່ຽວກັບແກະຜູ້ ແລະ ແບ້ຜູ້
1ໃນປີທີສາມຂອງການປົກຄອງຂອງກະສັດເບັນຊັດຊາເຣ, ຂ້າພະເຈົ້າດານີເອນ, ເຫັນນິມິດອີກຄັ້ງໜຶ່ງຫລັງຈາກທີ່ໄດ້ປາກົດແກ່ຂ້າພະເຈົ້າແລ້ວ. 2ໃນນິມິດນັ້ນຂ້າພະເຈົ້າໄດ້ເຫັນຕົນເອງຢູ່ທີ່ປ້ອມຊັ້ນໃນແຫ່ງເມືອງຊູຊາໃນແຂວງເອລາມ. ໃນນິມິດນັ້ນຂ້າພະເຈົ້າແມ່ນຢູ່ແຄມຄອງນໍ້າອູລາຍ. 3ຂ້າພະເຈົ້າແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີແກະເຖິກໂຕໜຶ່ງທີ່ມີສອງເຂົາ, ກໍາລັງຢືນຢູ່ແຄມຄອງນໍ້າ ແລະ ມີເຂົາທີ່ຍາວ. ເຂົາຂ້າງໜຶ່ງຍາວກວ່າອີກຂ້າງໜຶ່ງ ແຕ່ງອກຂຶ້ນມາຕາມຫລັງ. 4ຂ້າພະເຈົ້າແນມເບິ່ງແກະຜູ້ນັ້ນຂະນະທີ່ມັນຊິດເຂົາໄປທາງທິດຕາເວັນຕົກ, ທາງທິດເໜືອ ແລະ ທາງທິດໃຕ້. ບໍ່ມີສັດໂຕໃດສາມາດຕ້ານທານກັບມັນໄດ້ ແລະ ບໍ່ມີສິ່ງໃດຊ່ວຍໃຫ້ພົ້ນຈາກອຳນາດຂອງມັນ. ມັນມັກເຮັດຕາມຄວາມພໍໃຈ ແລະ ຍິ່ງໃຫຍ່ຂຶ້ນ.
5ຂະນະທີ່ຂ້າພະເຈົ້າກໍາລັງຄິດເລື່ອງນີ້ຢູ່, ທັນໃດນັ້ນກໍມີແບ້ຜູ້ໂຕໜຶ່ງທີ່ມີເຂົາໂດດເດັ່ນຢູ່ລະຫວ່າງຕາຂອງມັນ ກໍແລ່ນຂ້າມພື້ນໂລກມາທາງທິດຕາເວັນຕົກໂດຍທີ່ຕີນຂອງມັນບໍ່ແຕະພື້ນດິນ. 6ມັນແລ່ນເຂົ້າຊົນແກະຜູ້ສອງເຂົາ ເຊິ່ງຂ້າພະເຈົ້າໄດ້ເຫັນຢືນຢູ່ແຄມຄອງນໍ້ານັ້ນ ແລະ ພຸ່ງຊົນແກະຜູ້ດ້ວຍຄວາມໂກດຮ້າຍຢ່າງແຮງ. 7ຂ້າພະເຈົ້າໄດ້ເຫັນມັນໂຈມຕີແກະຜູ້ນັ້ນຢ່າງດຸເດືອດ, ຟາດເຂົ້າໃສ່ແກະຜູ້ຈົນເຂົາທັງສອງຂອງແກະຜູ້ຫັກໄປ. ແກະຜູ້ບໍ່ມີກຳລັງທີ່ຈະຕ້ານທານມັນໄດ້; ແບ້ຜູ້ຈຶ່ງກະແທກແກະຜູ້ລົງທີ່ພື້ນ ແລະ ຢຽບຢໍ່າແກະຜູ້ນັ້ນ ແລະ ບໍ່ມີຜູ້ໃດຊ່ວຍແກະຜູ້ຈາກອໍານາດຂອງແບ້ຜູ້ໄດ້. 8ແບ້ຜູ້ໂຕນັ້ນຍິ່ງໃຫຍ່ຫລາຍ, ແຕ່ເມື່ອມັນຈອງຫອງຂຶ້ນ ແລະ ມີອຳນາດສຸດຂີດ ເຂົາອັນໃຫຍ່ຂອງມັນກໍຫັກ ແລະ ມີສີ່ເຂົາທີ່ໂດດເດັ່ນສີ່ອັນງອກອອກມາແທນ ຊີ້ໄປທິດທາງຂອງລົມທັງສີ່ແຫ່ງຟ້າສະຫວັນ.
9ມີເຂົານ້ອຍໆອີກອັນໜຶ່ງງອກອອກມາຈາກສີ່ເຂົານີ້, ເຊິ່ງເລີ່ມງອກຂຶ້ນມາຈາກນ້ອຍໆ ແຕ່ແຜ່ອໍານາດໄປທາງທິດໃຕ້ ແລະ ທິດຕາເວັນອອກ ແລະ ໄປສູ່ດິນແດນອັນງົດງາມ. 10ມັນເຕີບໃຫຍ່ຂຶ້ນຈົນຈຸບໍລິວານແຫ່ງຟ້າສະຫວັນ ແລະ ມັນໄດ້ໂຍນດວງດາວບາງກຸ່ມລົງມາທີ່ແຜ່ນດິນໂລກ ແລະ ຢຽບຢ່ຳດວງດາວນັ້ນ. 11ມັນໄດ້ຕັ້ງຕົນເອງຂຶ້ນເປັນໃຫຍ່ເທົ່າທຽມກັບຜູ້ບັນຊາການກອງທັບສະຫວັນຂອງພຣະເຈົ້າຢາເວ; ມັນໄດ້ຍົກເລີກການຖວາຍເຄື່ອງບູຊາປະຈຳວັນແກ່ພຣະເຈົ້າຢາເວ ແລະ ເຮັດໃຫ້ສະຖານນະມັດສະການຂອງພຣະອົງຕົກຕ່ຳລົງ. 12ເນື່ອງຈາກການກະບົດນີ້, ປະຊາຊົນຂອງພຣະເຈົ້າຢາເວ#8:12 ຫລື ກອງທັບ ແລະ ການຖວາຍເຄື່ອງບູຊາປະຈຳວັນກໍຖືກມອບໄວ້ໃນມືຂອງມັນ. ມັນເຮັດຫຍັງກໍຈະເລີນຮຸ່ງເຮືອງທຸກຢ່າງ ແລະ ຄວາມຈິງກໍຖືກໂຍນລົງທີ່ພື້ນ.
13ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ຍິນຜູ້ບໍລິສຸດອົງໜຶ່ງກ່າວ ແລະ ຜູ້ບໍລິສຸດອີກອົງໜຶ່ງຖາມວ່າ, “ອີກດົນນານປານໃດທີ່ນິມິດອັນກ່ຽວກັບເຄື່ອງບູຊາປະຈຳວັນ, ການກະບົດທີ່ເຮັດໃຫ້ເກີດການຮົກຮ້າງເພພັງ, ສະຖານນະມັດສະການ ແລະ ປະຊາຊົນຂອງພຣະເຈົ້າຢາເວຖືກຢຽບຢ່ຳຈະສຳເລັດ?”
14ເທວະດາຕົນນັ້ນໄດ້ຕອບຂ້າພະເຈົ້າວ່າ, “ອີກ 2.300 ຄືນ ແລະ 2.300 ວັນ; ຫລັງຈາກນັ້ນ ສະຖານນະມັດສະການຈະໄດ້ຮັບການຊຳລະໃຫ້ບໍລິສຸດອີກເທື່ອໜຶ່ງ”.
ຄວາມໝາຍຂອງນິມິດ
15ໃນຂະນະທີ່ຂ້າພະເຈົ້າ ດານີເອນ, ກໍາລັງເບິ່ງນິມິດຢູ່ ແລະ ພະຍາຍາມທຳຄວາມເຂົ້າໃຈ, ກໍມີຊາຍຄົນໜຶ່ງທີ່ຄ້າຍຄືກັບມະນຸດຢືນຢູ່ຕໍ່ໜ້າຂ້າພະເຈົ້າ. 16ແລະ ຂ້າພະເຈົ້າກໍໄດ້ຍິນສຽງຂອງຊາຍຄົນໜຶ່ງຮ້ອງຂ້າມມາແຕ່ຄອງນໍ້າອູລາຍວ່າ, “ຄັບຣີເອນ, ຈົ່ງບອກຄວາມຫມາຍຂອງນິມິດນັ້ນໃຫ້ຊາຍຄົນນີ້ຟັງ”.
17ຂະນະທີ່ເພິ່ນເຂົ້າມາໃກ້ບ່ອນທີ່ຂ້າພະເຈົ້າຢືນຢູ່ນັ້ນ ຂ້າພະເຈົ້າກໍຕົກໃຈຢ້ານ ແລະ ໝອບລົງກາບ. ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເຂົ້າໃຈວ່ານິມິດນັ້ນກ່ຽວກັບເວລາແຫ່ງການສິ້ນສຸດ”.
18ໃນຂະນະທີ່ເພິ່ນກໍາລັງເວົ້າກັບຂ້າພະເຈົ້າຢູ່ນັ້ນ, ຂ້າພະເຈົ້າກໍໝົດສະຕິລົ້ມໝູບໜ້າລົງທີ່ພື້ນດິນ. ຫລັງຈາກນັ້ນ ເພິ່ນກໍໄດ້ແຕະຕ້ອງຂ້າພະເຈົ້າ ແລະ ໄດ້ໂຊມຂ້າພະເຈົ້າໃຫ້ລຸກຢືນຂຶ້ນ.
19ເພິ່ນໄດ້ເວົ້າວ່າ: “ເຮົາກຳລັງຈະບອກເຈົ້າໃຫ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນເວລາແຫ່ງຄວາມໂກດຮ້າຍໃນພາຍໜ້າ, ເພາະນິມິດນີ້ແມ່ນກ່ຽວກັບເວລາແຫ່ງການສິ້ນສຸດທີ່ໄດ້ກຳນົດໄວ້ແລ້ວ.#8:19 ຫລື ເພາະເວລາສິ້ນສຸດຈະຢູ່ໃນເວລາທີ່ກຳນົດໄວ້ແລ້ວ 20ແກະຜູ້ສອງເຂົາທີ່ເຈົ້າໄດ້ເຫັນນັ້ນຄືບັນດາກະສັດແຫ່ງເມເດຍ ແລະ ເປີເຊຍ. 21ແບ້ຜູ້ສອງເຂົາຄືກະສັດກຣີກ ແລະ ເຂົາໃຫຍ່ຢູ່ລະຫວ່າງຕາຂອງມັນຄືກະສັດຄົນທຳອິດ. 22ເຂົາທັງສີ່ອັນທີ່ງອກອອກມາແທນເຂົາທີ່ຫັກນັ້ນຄືອານາຈັກທັງສີ່ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ມີອຳນາດເທົ່າທຽມກັນ.
23“ໃນຕອນທ້າຍຂອງການປົກຄອງຂອງກະສັດເຫລົ່ານັ້ນ, ເມື່ອພວກກະບົດໄດ້ເຮັດຄວາມຊົ່ວຢ່າງເຕັມທີ່ແລ້ວ, ກໍຈະມີກະສັດຄົນໜຶ່ງຂຶ້ນມາ ເຊິ່ງມີໜ້າຕາໂຫດຮ້າຍ ແລະ ເປັນຄົນມັກວາງກົນອຸບາຍ. 24ກະສັດຄົນນີ້ຈະເຂັ້ມແຂງຫລາຍ, ແຕ່ບໍ່ແມ່ນດ້ວຍອຳນາດຂອງຕົນເອງ. ລາວຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງໜ້າຕົກໃຈ ແລະ ລາວເຮັດສິ່ງໃດກໍຈະສຳເລັດ. ລາວຈະທຳລາຍຜູ້ທີ່ມີອຳນາດ ແລະ ປະຊາຊົນບໍລິສຸດຂອງພຣະເຈົ້າ. 25ລາວຈະເຮັດການຫລອກລວງຫລາຍຂຶ້ນ ແລະ ລາວຈະຖືວ່າຕົນເອງເໜືອກວ່າຜູ້ອື່ນ. ລາວຈະທຳລາຍຄົນທັງຫລາຍຂະນະທີ່ພວກເຂົາຮູ້ສຶກໝັ້ນຄົງ ແລະ ລາວຍັງໄດ້ທ້າທາຍອົງຈອມເຈົ້ານາຍ. ແຕ່ລາວຈະຖືກທຳລາຍ, ໂດຍອຳນາດທີ່ບໍ່ໄດ້ມາຈາກມະນຸດ.
26“ນິມິດກ່ຽວກັບຄືນ ແລະ ວັນ ເຊິ່ງໄດ້ບອກທ່ານແລ້ວນັ້ນຈະເປັນຄວາມຈິງ. ແຕ່ຈົ່ງປະທັບຕາເກັບໄວ້, ເພາະມັນກ່ຽວກັບອະນາຄົດອັນໄກ”.
27ຂ້າພະເຈົ້າດານີເອນ, ກໍໝົດແຮງ. ຂ້າພະເຈົ້ານອນເຈັບປ່ວຍຢູ່ເປັນເວລາຫລາຍວັນ. ຫລັງຈາກນັ້ນ ຂ້າພະເຈົ້າກໍລຸກຂຶ້ນມາປະຕິບັດໜ້າທີ່ໃຫ້ກະສັດທີ່ໄດ້ມອບໝາຍໃຫ້. ແຕ່ຂ້າພະເຈົ້າໄດ້ຕົກໃຈເພາະນິມິດນັ້ນ; ມັນເປັນນິມິດທີ່ເກີນຄວາມເຂົ້າໃຈ.
Currently Selected:
ດານີເອນ 8: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: