ດານີເອນ 8:24-25
ດານີເອນ 8:24-25 LCV
ກະສັດຄົນນີ້ຈະເຂັ້ມແຂງຫລາຍ, ແຕ່ບໍ່ແມ່ນດ້ວຍອຳນາດຂອງຕົນເອງ. ລາວຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງໜ້າຕົກໃຈ ແລະ ລາວເຮັດສິ່ງໃດກໍຈະສຳເລັດ. ລາວຈະທຳລາຍຜູ້ທີ່ມີອຳນາດ ແລະ ປະຊາຊົນບໍລິສຸດຂອງພຣະເຈົ້າ. ລາວຈະເຮັດການຫລອກລວງຫລາຍຂຶ້ນ ແລະ ລາວຈະຖືວ່າຕົນເອງເໜືອກວ່າຜູ້ອື່ນ. ລາວຈະທຳລາຍຄົນທັງຫລາຍຂະນະທີ່ພວກເຂົາຮູ້ສຶກໝັ້ນຄົງ ແລະ ລາວຍັງໄດ້ທ້າທາຍອົງຈອມເຈົ້ານາຍ. ແຕ່ລາວຈະຖືກທຳລາຍ, ໂດຍອຳນາດທີ່ບໍ່ໄດ້ມາຈາກມະນຸດ.



