ກິດຈະການ 9:17-18
ກິດຈະການ 9:17-18 LCV
ແລ້ວອານາເນຍກໍໄປ ແລະ ເຂົ້າໄປໃນເຮືອນນັ້ນ. ລາວໄດ້ວາງມືໃສ່ໂຊໂລ, ລາວເວົ້າວ່າ, “ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູເຈົ້າ ຜູ້ທີ່ໄດ້ປາກົດແກ່ເຈົ້າລະຫວ່າງທາງທີ່ເຈົ້າກຳລັງມານັ້ນ ໄດ້ສົ່ງເຮົາມາເພື່ອວ່າເຈົ້າຈະໄດ້ເຫັນຮຸ່ງອີກ ແລະ ເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ”. ທັນໃດນັ້ນ, ກໍມີສິ່ງໜຶ່ງເໝືອນເກັດປາຕົກຈາກຕາຂອງໂຊໂລ ແລະ ເພິ່ນກໍເຫັນຮຸ່ງໄດ້ອີກ. ໂຊໂລຈຶ່ງລຸກຂຶ້ນ ແລະ ຮັບບັບຕິສະມາ.





