YouVersion Logo
Search Icon

ກິດຈະການ 8:29-31

ກິດຈະການ 8:29-31 LCV

ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”. ແລ້ວ​ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້​ລົດມ້າ​ນັ້ນ ແລະ ໄດ້​ຍິນ​ຊາຍ​ຄົນ​ນັ້ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່. ຟີລິບ​ຈຶ່ງ​ຖາມ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?” ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງໃດ​ຖ້າ​ບໍ່​ມີ​ຜູ້ໃດ​ອະທິບາຍ​ໃຫ້​ຂ້ອຍ​ຟັງ?” ດັ່ງນັ້ນ ເພິ່ນ​ຈຶ່ງ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ນຳ​ເພິ່ນ.