ກິດຈະການ 8:29-31
ກິດຈະການ 8:29-31 LCV
ພຣະວິນຍານບໍລິສຸດເຈົ້າໄດ້ບອກຟີລິບວ່າ, “ຈົ່ງໄປຫາລົດມ້າຄັນນັ້ນ ແລະ ຢຸດຢູ່ໃກ້ລົດມ້ານັ້ນ”. ແລ້ວຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ລົດມ້ານັ້ນ ແລະ ໄດ້ຍິນຊາຍຄົນນັ້ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. ຟີລິບຈຶ່ງຖາມວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?” ຂ້າລາຊະການຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດຖ້າບໍ່ມີຜູ້ໃດອະທິບາຍໃຫ້ຂ້ອຍຟັງ?” ດັ່ງນັ້ນ ເພິ່ນຈຶ່ງເຊີນຟີລິບຂຶ້ນນັ່ງລົດມ້າໄປນຳເພິ່ນ.





