ກິດຈະການ 26:17-18
ກິດຈະການ 26:17-18 LCV
ເຮົາຈະຊ່ວຍເຈົ້າໃຫ້ພົ້ນຈາກພີ່ນ້ອງຮ່ວມຊາດຂອງເຈົ້າເອງ ແລະ ຈາກຄົນຕ່າງຊາດ. ເຮົາຈະສົ່ງເຈົ້າໄປຫາພວກເຂົາ ເພື່ອເປີດຕາຂອງພວກເຂົາ ແລະ ນຳພວກເຂົາອອກຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງມານຊາຕານມາຫາພຣະເຈົ້າ ເພື່ອພວກເຂົາຈະໄດ້ຮັບການອະໄພບາບ ແລະ ໄດ້ຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍເຊື່ອໃນເຮົາ’.





