ກິດຈະການ 12
12
ເປໂຕພົ້ນຈາກຄຸກຢ່າງອັດສະຈັນ
1ໃນເວລານັ້ນ ກະສັດເຮໂຣດໄດ້ຈັບກຸມຄົນຂອງຄຣິສຕະຈັກໄປ ໂດຍເຈດຕະນາຈະຂົ່ມເຫັງພວກເຂົາ. 2ເຮໂຣດໄດ້ຂ້າຢາໂກໂບອ້າຍຂອງໂຢຮັນດ້ວຍດາບ. 3ເມື່ອເຮໂຣດເຫັນວ່າການກະທຳເຊັ່ນນີ້ເປັນທີ່ພໍໃຈທ່າມກາງພວກຢິວ, ເພິ່ນຈຶ່ງສັ່ງຈັບເປໂຕເໝືອນກັນ. ເຫດການນີ້ໄດ້ເກີດຂຶ້ນໃນຊ່ວງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ. 4ຫລັງຈາກຈັບເປໂຕແລ້ວ, ເພິ່ນກໍຂັງເປໂຕໄວ້ໃນຄຸກ ໂດຍມີທະຫານສີ່ໝູ່ ໝູ່ລະສີ່ຄົນເປັນຜູ້ເຝົ້າຍາມ. ເຮໂຣດຕັ້ງໃຈຈະນຳເປໂຕອອກມາສືບສວນໃນທີ່ສາທາລະນະ ຫລັງຈາກເທດສະການປັດສະຄາ.
5ດັ່ງນັ້ນ ເປໂຕຈຶ່ງຖືກຄຸມຂັງໄວ້ຢູ່ໃນຄຸກ, ແຕ່ຄຣິສຕະຈັກໄດ້ອະທິຖານຕໍ່ພຣະເຈົ້າເພື່ອເພິ່ນດ້ວຍໃຈຮ້ອນຮົນ.
6ໃນເວລາກາງຄືນກ່ອນທີ່ເຮໂຣດຈະນຳເປໂຕອອກມາສືບສວນ, ເປໂຕກໍກຳລັງນອນຫລັບຢູ່ລະຫວ່າງກາງທະຫານສອງຄົນ, ຖືກລ່າມດ້ວຍໂສ້ສອງເສັ້ນ ແລະ ຕໍ່ໜ້າປະຕູຄຸກກໍມີທະຫານຍາມຢືນເຝົ້າຢູ່. 7ໃນທັນໃດນັ້ນ ກໍມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ມາປາກົດ ແລະ ໄດ້ມີແສງສະຫວ່າງສ່ອງເຂົ້າໄປໃນຫ້ອງຄຸມຂັງ. ເທວະດາຕົນນັ້ນໄດ້ຕົບທີ່ຂ້າງຂອງເປໂຕ ແລະ ປຸກເພິ່ນໃຫ້ຕື່ນ. ເທວະດາເວົ້າວ່າ, “ລຸກຂຶ້ນໄວໆ!” ແລ້ວໂສ້ທັງຫລາຍກໍຫລຸດອອກຈາກຂໍ້ມືຂອງເປໂຕ.
8ແລ້ວເທວະດານັ້ນໄດ້ກ່າວກັບເພິ່ນວ່າ, “ຈົ່ງນຸ່ງເສື້ອຜ້າ ແລະ ໃສ່ເກີບຂອງເຈົ້າສາ”. ແລະ ເປໂຕກໍເຮັດຕາມ. ແລ້ວເທວະດາກໍບອກວ່າ, “ຈົ່ງນຸ່ງເສື້ອຄຸມແລ້ວຕາມເຮົາມາ”. 9ເປໂຕກໍໄດ້ຕາມອອກໄປຈາກຄຸກ. ເພິ່ນບໍ່ຮູ້ວ່າສິ່ງທີ່ເທວະດາເຮັດຢູ່ນັ້ນເປັນເລື່ອງຈິງ, ເພິ່ນຄິດວ່າຕົນເອງກຳລັງເຫັນນິມິດ. 10ເມື່ອພວກເພິ່ນອອກໄປພົ້ນຈາກທະຫານຍາມຊຸດທີໜຶ່ງ ແລະ ຊຸດທີສອງແລ້ວ ກໍມາເຖິງປະຕູເຫລັກທີ່ຈະເຂົ້າໄປໃນເມືອງ. ປະຕູນັ້ນກໍໄຂອອກເອງໃຫ້ພວກເພິ່ນ ແລະ ພວກເພິ່ນກໍຜ່ານປະຕູນັ້ນໄປ. ເມື່ອພວກເພິ່ນຍ່າງໄປເຖິງທາງແຍກ ທັນໃດນັ້ນ ເທວະດາຕົນນັ້ນກໍຈາກເພິ່ນໄປ.
11ເປໂຕຈຶ່ງຮູ້ສຶກຕົວ ແລະ ເວົ້າວ່າ, “ດຽວນີ້ເຮົາຮູ້ແນ່ນອນແລ້ວວ່າອົງພຣະຜູ້ເປັນເຈົ້າໃຊ້ເທວະດາຂອງພຣະອົງມາຊ່ວຍເຮົາໃຫ້ພົ້ນຈາກກຳມືຂອງເຮໂຣດ ແລະ ຈາກການປອງຮ້າຍທັງຫລາຍຂອງພວກຢິວ”.
12ເມື່ອເພິ່ນຄິດໄດ້ຢ່າງນີ້, ເພິ່ນກໍໄປຍັງເຮືອນຂອງມາຣີຜູ້ເປັນແມ່ຂອງໂຢຮັນທີ່ມີອີກຊື່ໜຶ່ງວ່າມາຣະໂກ, ບ່ອນທີ່ຫລາຍຄົນໄດ້ເຕົ້າໂຮມກັນ ແລະ ອະທິຖານ. 13ເປໂຕໄດ້ເຄາະທີ່ປະຕູຊັ້ນນອກ, ມີຄົນຮັບໃຊ້ຜູ້ໜຶ່ງຊື່ນາງໂຣດາມາຕອບທີ່ປະຕູ. 14ເມື່ອນາງຈື່ສຽງຂອງເປໂຕໄດ້, ນາງກໍຊື່ນຊົມຍິນດີຫລາຍຈົນແລ່ນກັບໄປໂດຍບໍ່ໄດ້ເປີດປະຕູໃຫ້ ແລະ ຮ້ອງວ່າ, “ເປໂຕຢືນຢູ່ທີ່ປະຕູ!”
15ຄົນເຫລົ່ານັ້ນຈຶ່ງເວົ້າວ່າ, “ເຈົ້າເສຍສະຕິໄປແລ້ວ”. ແຕ່ເມື່ອນາງຢືນຢັນວ່າເປັນຢ່າງນັ້ນແທ້, ພວກເຂົາຈຶ່ງເວົ້າວ່າ, “ຕ້ອງເປັນເທວະດາປະຈຳໂຕຂອງເປໂຕ”.
16ແຕ່ເປໂຕຍັງເຄາະປະຕູບໍ່ຢຸດ ແລະ ເມື່ອພວກເຂົາເປີດປະຕູ ແລະ ເຫັນວ່າແມ່ນເປໂຕ, ພວກເຂົາກໍປະຫລາດໃຈ. 17ແຕ່ເປໂຕໂບກມືໃຫ້ພວກເຂົາມິດ ແລ້ວເລົ່າເຖິງເລື່ອງທີ່ອົງພຣະຜູ້ເປັນເຈົ້າໄດ້ນຳເພິ່ນອອກມາຈາກຄຸກໄດ້ຢ່າງໃດ. ເພິ່ນເວົ້າວ່າ, “ຈົ່ງບອກເລື່ອງນີ້ແກ່ຢາໂກໂບ ແລະ ພວກພີ່ນ້ອງທີ່ເຊື່ອທັງຫລາຍໃຫ້ຮູ້ດ້ວຍ”. ແລ້ວເພິ່ນກໍຈາກໄປບ່ອນອື່ນ.
18ເມື່ອຮຸ່ງເຊົ້າມາ, ພວກທະຫານກໍພາກັນສັບສົນວຸ້ນວາຍຫລາຍວ່າເກີດຫຍັງຂຶ້ນກັບເປໂຕ. 19ຫລັງຈາກເຮໂຣດໃຫ້ຊອກຫາໂຕເປໂຕຈົນທົ່ວແຕ່ບໍ່ພົບເພິ່ນ. ເຮໂຣດຈຶ່ງສືບສວນພວກທະຫານຍາມ ແລະ ອອກຄຳສັ່ງວ່າພວກເຂົາຕ້ອງຖືກປະຫານຊີວິດ.
ເຮໂຣດຕາຍ
ຫລັງຈາກນັ້ນ ເຮໂຣດໄດ້ອອກຈາກແຂວງຢູດາຍໄປສູ່ກາຍຊາເຣຍ ແລະ ອາໄສຢູ່ທີ່ນັ້ນ. 20ເຮໂຣດເຄີຍມີເລື່ອງບາດໝາງກັບປະຊາຊົນຊາວຕີເຣ ແລະ ຊາວຊີໂດນ, ບັດນີ້ພວກເຂົາໄດ້ມາຮ່ວມກັນ ແລະ ພະຍາຍາມເພື່ອໃຫ້ໄດ້ພົບກັບເພິ່ນ. ໂດຍການສະໜັບສະໜູນຂອງບຣາຊະໂຕ, ຜູ້ຮັບໃຊ້ສ່ວນຕົວທີ່ເຊື່ອຖືໄດ້ຂອງກະສັດ, ພວກເຂົາມາຂໍຄືນດີເພາະພວກເຂົາຕ້ອງໄດ້ອາໄສສະບຽງອາຫານຈາກດິນແດນຂອງກະສັດ.
21ໃນວັນນັດພົບ ເຮໂຣດກໍນຸ່ງເສື້ອຄຸມຂອງກະສັດ ນັ່ງເທິງບັນລັງຂອງຕົນ ແລະ ກ່າວຄຳປາໄສຕໍ່ປະຊາຊົນ. 22ພວກເຂົາໄດ້ຮ້ອງສຽງດັງຂຶ້ນວ່າ, “ນີ້ເປັນສຽງເທບພະເຈົ້າບໍ່ແມ່ນສຽງມະນຸດ”. 23ໃນທັນໃດນັ້ນ, ເພາະວ່າເຮໂຣດບໍ່ສັນລະເສີນພຣະເຈົ້າ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າຈຶ່ງເຮັດໃຫ້ເຮໂຣດເຈັບປ່ວຍ ແລະ ຖືກໜອນກັດກິນຈົນຕາຍ.
24ແຕ່ພຣະຄຳຂອງພຣະເຈົ້າຍັງສືບຕໍ່ຈະເລີນຂຶ້ນ ແລະ ແຜ່ໄປ.
ບາຣະນາບາ ແລະ ໂຊໂລຖືກສົ່ງອອກໄປ
25ເມື່ອບາຣະນາບາ ແລະ ໂຊໂລເຮັດພັນທະກິດຂອງພວກເພິ່ນສຳເລັດແລ້ວ, ພວກເພິ່ນກໍກັບຈາກ#12:25 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ກັບສູ່ເຢຣູຊາເລັມ ແລະ ພາໂຢຮັນທີ່ມີອີກຊື່ໜຶ່ງວ່າ ມາຣະໂກໄປນຳ.
Currently Selected:
ກິດຈະການ 12: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: