ໂຣມ 8:14-17
ໂຣມ 8:14-17 ພຄພ
ເພາະພຣະວິນຍານຂອງພຣະເຈົ້າຊົງນຳພາຜູ້ໃດ ຜູ້ນັ້ນແຫຼະເປັນບຸດຂອງພຣະເຈົ້າ. ດ້ວຍວ່າ, ພຣະວິນຍານທີ່ພຣະເຈົ້າໄດ້ໂຜດໃຫ້ພວກເຈົ້ານັ້ນ ຈະບໍ່ເຮັດໃຫ້ພວກເຈົ້າເປັນທາດ ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ, ແຕ່ພຣະວິນຍານເຮັດໃຫ້ພວກເຈົ້າເປັນລູກຂອງພຣະເຈົ້າ ໂດຍຣິດອຳນາດແຫ່ງພຣະວິນຍານບໍຣິສຸດເຈົ້ານັ້ນ ພວກເຮົາຈຶ່ງເອີ້ນພຣະເຈົ້າວ່າ, “ອັບບາ” ຄືພຣະບິດາເຈົ້າ. ພຣະວິນຍານຂອງພຣະເຈົ້າຮ່ວມເປັນພະຍານກັບວິນຍານຂອງພວກເຮົາປະກາດວ່າ ພວກເຮົາເປັນລູກຂອງພຣະເຈົ້າ. ແລະຖ້າເຮົາທັງຫລາຍເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍຣະດົກດ້ວຍ ຄືເປັນຜູ້ຮັບມໍຣະດົກຈາກພຣະເຈົ້າ ແລະເປັນຜູ້ຮ່ວມຮັບມໍຣະດົກກັບພຣະຄຣິດ ຖ້າແມ່ນເຮົາທັງຫລາຍໄດ້ທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າຣາສີກັບພຣະອົງເໝືອນກັນ.