ເພງ^ສັນລະເສີນ 9
9
ໂມທະນາຂອບພຣະຄຸນເພາະພຣະເຈົ້າຊົງຍຸດຕິທຳ
1ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະໂມທະນາຂອບພຣະຄຸນ
ດ້ວຍໝົດຫົວໃຈຂອງຂ້ານ້ອຍ
ຂ້ານ້ອຍຈະບອກເຖິງສິ່ງຍິ່ງໃຫຍ່
ທັງໝົດຊຶ່ງພຣະອົງໄດ້ກະທຳນັ້ນ.
2ຂ້ານ້ອຍຈະຮ້ອງດ້ວຍຄວາມຊົມຊື່ນຍິນດີ
ແລະຈະຍົກຍໍພຣະນາມຂອງພຣະອົງຊົງຍິ່ງໃຫຍ່ສູງສຸດ.
3ເມື່ອພຣະອົງມາປາກົດ ເຫຼົ່າສັດຕູຂອງຂ້ານ້ອຍກໍຖອຍໜີໄປ,
ພວກເຂົາລົ້ມລົງແລະສູນຫາຍຕາຍໄປສິ້ນ.
4ພຣະອົງຕັດສິນຢ່າງສັດຊື່ແລະຍຸດຕິທຳ
ພຣະອົງໄດ້ຕັດສິນເຂົ້າຂ້າງຂ້ານ້ອຍແລ້ວ.
5ພຣະອົງໄດ້ຕັດສິນລົງໂທດຄົນບໍ່ນັບຖືພຣະອົງ
ທຳລາຍຄົນຊົ່ວຈົນບໍ່ມີຜູ້ໃດຈົດຈຳພວກເຂົາຕໍ່ໄປອີກ.
6ສັດຕູພວກຂ້ານ້ອຍໄດ້ດັບສິ້ນຕະຫລອດໄປ
ເມືອງຂອງເຂົາຖືກທຳລາຍແລະລືມໄລໄປສິ້ນ.
7ແຕ່ອົງພຣະຜູ້ເປັນເຈົ້າເປັນກະສັດສືບໆໄປ
ຊົງຕັ້ງພຣະບັນລັງສຳລັບການຕັດສິນລົງໂທດ.
8ພຣະອົງປົກຄອງໂລກດ້ວຍຄວາມສັດຊື່
ຊົງຕັດສິນບັນດາຊົນຊາດຢ່າງຍຸດຕິທຳ.
9ພຣະເຈົ້າຢາເວເປັນທີ່ເພິ່ງຂອງຜູ້ທີ່ຖືກຂົ່ມເຫັງ
ເປັນບ່ອນປອດໄພໃນຄາວເດືອດຮ້ອນ.
10ຜູ້ທີ່ຮູ້ຈັກພຣະນາມຂອງພຣະອົງກໍວາງໃຈໃນພຣະອົງ
ຜູ້ທີ່ມາຫາພຣະເຈົ້າຢາເວຈະບໍ່ຖືກປະຖິ້ມຈັກເທື່ອ.
11ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ
ຜູ້ປົກຄອງໃນພູເຂົາຊີໂອນເອີຍ
ຈົ່ງບອກທຸກຊົນຊາດໃຫ້ໄດ້ຍິນທຸກສິ່ງ
ທີ່ພຣະອົງໄດ້ກະທຳນັ້ນ
12ພຣະເຈົ້າຊົງແກ້ແຄ້ນແທນເລືອດທີ່ຕົກ
ພຣະອົງບໍ່ລືມໄລ ແຕ່ຕອບຄຳຮ້ອງໄຫ້ຂອງຜູ້ທີ່ຖືກກົດຂີ່.
13ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເມດຕາແດ່ທ້ອນ
ໂຜດເບິ່ງຄວາມທົນທຸກທີ່ສັດຕູກໍ່ຂຶ້ນນັ້ນ
ຂໍຊົງໂຜດຊ່ວຍກູ້ເອົາ
ຂ້ານ້ອຍໃຫ້ພົ້ນຈາກຕາຍແດ່ທ້ອນ
14ເພື່ອວ່າຂ້ານ້ອຍຈະໄດ້ກ່າວຄຳຍ້ອງຍໍສັນລະເສີນພຣະອົງ
ໃນປະຕູທັງຫຼາຍຂອງລູກສາວຊີໂອນ.
ຂ້ານ້ອຍກໍຈະຊົມຊື່ນຍິນດີຫລາຍ
ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນໄພແລ້ວ.
15ຄົນບໍ່ນັບຖືພຣະເຈົ້າກໍຕົກຫລຸມທີ່ພວກເຂົາຂຸດເອງ
ພວກເຂົາຖືກດັກຈັບໃນບ່ອນທີ່ພວກເຂົາໄດ້ຫ້າງໄວ້ເອງ.
16ພຣະເຈົ້າຢາເວເປີດເຜີຍພຣະອົງເອງດ້ວຍການຕັດສິນອັນຍຸດຕິທຳ
ຄົນຊົ່ວຮ້າຍກໍຖືກຈັບໂດຍສິ່ງທີ່ຕົນເອງໄດ້ກະທຳໄວ້.
17ຄວາມຕາຍຄືຈຸດຈົບຂອງຄົນຊົ່ວຮ້າຍທຸກຄົນ
ເປັນຂອງຄົນທີ່ບໍ່ຍອມຮັບເອົາພຣະເຈົ້າ.
18ຄົນຂັດສົນຈະບໍ່ຖືກປະຖິ້ມຢູ່ເລື້ອຍໄປ
ຄົນຈົນຈະບໍ່ຖືກທຳລາຍໄປຕະຫລອດ.
19ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດດຳເນີນການເຖີດ
ຢ່າປ່ອຍໃຫ້ມະນຸດທ້າທາຍພຣະອົງໄດ້
ໂຜດນຳຄົນບໍ່ນັບຖືພຣະເຈົ້າມາຢູ່ຊ້ອງໜ້າພຣະອົງ
ແລະປະກາດການຕັດສິນລົງໂທດເຂົາເຈົ້າ.
20ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເຮັດໃຫ້ພວກເຂົາຢ້ານ
ໂຜດເຮັດໃຫ້ພວກເຂົາຮູ້ວ່າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ.
Currently Selected:
ເພງ^ສັນລະເສີນ 9: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.