ເພງ^ສັນລະເສີນ 127:1-3
ເພງ^ສັນລະເສີນ 127:1-3 ພຄພ
ຖ້າພຣະເຈົ້າຢາເວບໍ່ກໍ່ບ້ານ ສ້າງເຮືອນຊານ, ວຽກການຄົນກໍ່ສ້າງທັງໝົດກໍໄຮ້ປະໂຫຍດ. ຖ້າພຣະເຈົ້າຢາເວບໍ່ປ້ອງກັນບ້ານເມືອງ, ທະຫານຢືນຍາມກໍໃຊ້ການຫຍັງບໍ່ໄດ້. ມັນໄຮ້ປະໂຫຍດທີ່ນອນເດິກລຸກເຊົ້າທຸກວັນ ໂດຍເຮັດວຽກທຳງານໜັກເພື່ອຫາລ້ຽງຊີບ ເພາະຜູ້ທີ່ພຣະອົງຊົງຮັກຈຶ່ງຈັດໃຫ້ຕາມທີ່ຕ້ອງການ ໃນຂະນະທີ່ພັກຜ່ອນຢ່າງສຸກສະບາຍຢູ່ນັ້ນ. ເດັກນ້ອຍຄືຂອງຂວັນທີ່ພຣະເຈົ້າຢາເວໂຜດປະທານ ພວກເຂົາຄືພອນອັນແທ້ຈິງ.